ເສດຖະກິດ ແລະ ເງິນຢວນ ອາດຈະກາຍເປັນສະກຸນເງິນສຳຮອງ ອັນດັບຕົ້ນຂອງໂລກ…

ນັກວິເຄາະຂອງ Morgan Stanley ຍັງຄົງຄາດການວ່າ ເງິນຢວນຂອງຈີນມີສັດສ່ວນ 5% ເຖິງ 10% ຂອງສິນຊັບສຳຮອງ ຊຶ່ງອັດຕາແລກປ່ຽນເງິນຕາຕ່າງປະເທດທົ່ວໂລກພາຍໃນປີ 2018 – 2025 ເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນທົ່ວໂລກ, ຊຶ່ງຈະເຮັດໃຫ້ເງິນຢວນຕາມຫຼັງ ໂດລາສະຫະລັດ ແລະ ຢູໂຣ. Morgan Stanley ຄາດວ່າ ເງິນຢວນຈະແຂງຄ່າເປັນ 6.6 ຢວນ ເມື່ອທຽບກັບໂດລາສະຫະລັດ ພາຍໃນທ້າຍປີ 2021.

IMF ประกาศเพิ่มเงินหยวนของจีน เป็น 1 ใน 5 สกุลเงินหลักของโลก

ຍ້ອນ ການລົງທຶນຈາກຕ່າງປະເທດທີ່ເພີ່ມຂຶ້ນໃນຕະຫຼາດຈີນສາມາດກະຕຸ້ນການໃຊ້ເງິນຢວນ ແລະ ຍູ້ດັນໃຫ້ກາຍເປັນສະກຸນເງິນສຳຮອງທີ່ໃຫຍ່ເປັນອັນດັບສາມຂອງໂລກ, ຊຶ່ງການຄາດການດັ່ງກ່າວ ເກີດຂຶ້ນເນື່ອງຈາກລັດຖະບານຈີນພະຍາຍາມມາຫຼາຍປີ ເພື່ອສົ່ງເສີມການໃຊ້ເງິນຢວນລະຫວ່າງປະເທດ ຫຼືເອີ້ນວ່າ ເງິນຢວນ (RMB). ໃນປັດຈຸບັນເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນໃນທົ່ວໂລກ.

ຂ່າວສານວ່ອງໄວ,ທັນເຫດການ : “ຈີນ” ກໍານົດຄ່າກາງ “ເງິນຢວນ” ຕໍ່າທີ່ສຸດໃນຮອບ 10 ປີ

ນັກວິເຄາະກ່າວວ່າ: ເງິນຢວນ ອາດເພີ່ມຂຶ້ນເປັນລະຫວ່າງ 5% ເຖິງ 10% ພາຍໃນປີ 2030 ຊຶ່ງສູງກວ່າລະດັບເງິນ ເຢນ ຂອງຍີ່ປຸ່ນ ແລະ ເງິນປອນ ຂອງອັງກິດ ການຄາດກ່າວດັ່ງກ່າວ ເປັນການບອກກ່າວ ເຖິງສິ່ງທີ່ທະນາຄານປະຕິບັດມາໃນເດືອນ ກຸມພາ 2019 ໃນຊ່ວງ 18 ເດືອນນັບຈາກນັ້ນ ລັດຖະບານຈີນ ໄດ້ເພີ່ມຄວາມພະຍາຍາມໃນການອະນຸຍາດໃຫ້ສະຖາບັນການເງິນຕ່າງປະເທດເຂົ້າສູ່ຕະຫຼາດພາຍໃນປະເທດຫຼາຍຂຶ້ນ ນັກລົງທຶນຈາກຕ່າງປະເທດກໍ່ຫັນມາສົນໃຈຕະຫຼາດຈີນຫຼາຍຂຶ້ນ ເນື່ອງຈາກສັກກະຍາພາບຂອງຜົນຕອບແທນທີ່ຂ້ອນຂ້າງສູງກວ່າຂົງເຂດອື່ນ, ການໄຫຼເຂົ້າຂອງພອສການລົງທຶນຈະມີຄວາມສຳຄັນຫຼາຍກວ່າການລົງທຶນໂດຍກົງຈາກຕ່າງປະເທດ ໃນທົດສະຕະວັດໜ້າສຳລັບການໄຫຼເຂົ້າສະສົມ 3 ລ້ານໂດລາ. Morgan Stanley ຄາດການໄວ້.

จีนย้ำรักษาเสถียรภาพค่าเงินหยวน

Morgan Stanley ຍັງຄາດການອີກວ່າ ຜູ້ຈັດການສ່ວນບຸກຄົນ ແລະ ຜູ້ຈັດການສຳຮອງຈະສ້າງລາຍໄດ້ຈາກ portfolio ທັງໝົດໄປຍັງປະເທດຈີນຫຼາຍກວ່າ 150 ພັນລ້ານໂດລາສະຫະລັດ ໃນປີ 2020 ເປັນສາມປີຕິດຕໍ່ກັນ ຊຶ່ງສະແດງໃຫ້ເຫັນເຖິງການປ່ຽນແປງທີ່ກຳລັງດຳເນີນຢູ່ ແລະ ປະລິມານເງິນໄຫຼເຂົ້າປະຈຳປີ ຄາດວ່າຮອດ 200-300 ພັນລ້ານໂດລາສະຫະລັດໃນປີ 2030. ດ້ວຍການລົງທຶນເຫຼົ່ານີ້ ສິນຊັບທົ່ວໂລກຈະຖືກເກັບໄວ້ໃນສະກຸນເງິນຢວນ ຊຶ່ງກະຕຸ້ນ ເພື່ອໃຫ້ໄດ້ຮັບແຮງຈູງໃຈທີ່ສຸດໃນລະດັບສາກົນ; ລັດຖະບານຈີນຍັງຄົງຍຶດໝັ້ນກັບສະກຸນເງິນຢ່າງເຂັ້ມງວດ ລວມເຖິງການປ້ອງກັນບໍ່ໃຫ້ເງິນທຶນຈຳນວນຫຼາຍອອກນອກປະເທດ

ຢ່າງໃດກໍຕາມໃນປີ 2015 ກອງທຶນເງິນລະຫວ່າງປະເທດໄດ້ດຳເນີນການຢ່າງວິນິດໄສສຳຄັນທາງການເມືອງໃນການເພີ່ມເງິນຢວນລົງໃນກ່ອງການລົງທຶນຂອງສະກຸນເງິນສຳຮອງຫຼັກທີິ່ເອີ້ນວ່າ ກ່ອງສິດທິພິເສດໃນການດຶງເງິນ, ເງິນຢວນຖືກເພີ່ມເຂົ້າໄປໃນກ່ອງຂອງ IMF ໃນເດືອນຕຸລາ 2016

ລາຄາເງິນຢວນຂອງຈີນ ຫຼຸດລົງແຮງທີ່ສຸດໃນທົດສະວັດຜ່ານມາ

Morgan Stanley ຍັງຄາດການເພີ່ມວ່າ ເງິນຢວນຈະແຂງຄ່າຂຶ້ນເປັນ 6.6 ຢວນ ເມື່ອທຽບກັບ ໂດລາສະຫະລັດພາຍໃນທ້າຍປີ 2021 ຢວນຈີນຊື້ຂາຍເກືອບ 6.85 ຢວນ ເມື່ອທຽບກັບ ໂດລາ

″(ເປົ້າໝາຍ 5% – 10%) ບໍ່ແມ່ນເລື່ອງທີ່ບໍ່ສົມຈິງໃນແງ່ຂອງການເປີດຕະຫຼາດການເງິນໃນປະເທດຈີນ ການລວມຕະຫຼາດທຶນຂ້ານພົມແດນທີ່ເພີ່ມຂຶ້ນທີ່ເຮົາເຫັນໃນຕາສານທຶນ ແລະລາຍໄດ້ຄົງທີ່ ແລະ ສັດສ່ວນທີ່ເພີ່ມຂຶ້ນຂອງທຸລະກຳຂ້າມພົມແດນຂອງຈີນ ຈຶ່ງກຳນົດໃຫ້ເປັນສະກຸນເງິນ RMB” ames Lord ນັກຍຸດທະສາດລະຫວ່າງປະເທດຂອງ Morgan Stanley ກ່າວໃນລາຍງານ.

ສິງກະໂປໃຊ້ເງິນຢວນເປັນເງິນທຶນສຳຮອງສາກົນ

“ທັງໝົດນີ້ຊີ້ໃຫ້ເຫັນວ່າທະນາຄານກາງທົ່ວໂລກຈະຕ້ອງຖືຄອງ RMB ໃຫ້ຫຼາຍຂຶ້ນເພື່ອເປັນສ່ວນໜຶ່ງຂອງເງິນສຳຮອງ”

“ໃນທ້າຍປີ 2019 ມີທະນາຄານກາງປະມານ 70 ແຫ່ງທົ່ວໂລກ ທີ່ຖືຄອງ RMB ໄວ້ໃນເງິນສຳຮອງຂອງພວກເຂົາເພີ່ມຂຶ້ນຈາກ 60 ແຫ່ງ ໃນທ້າຍປີ 2018 ຕາມການລາຍງານຄວາມເປັນສາກົນ RMB ປະຈຳປີຂອງ PBOC” ລອດ ກ່າວໂດຍອ້າງເຖິງທະນາຄານປະຊາຊົນຂອງຈີນ ຊຶ່ງເປັນທະນາຄານກາງຂອງປະເທດ.

Comments