ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ….

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄຂຂຶ້ນຢ່າງເປັນທາງການໃນວັນທີ 9 -10 ກັນຍາ 2020 ທີ່ສະໂມສອນກະຊວງປ້ອງ ກັນຄວາມສະຫງົບ ພາຍໃຕ້ການເປັນປະທານຂອງສະຫາຍ ພົທ ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປກສ; ມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ, ບັນດາສະຫາຍພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະສະຫາຍຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະ ຊວງປ້ອງກັນຄວາມສະ ຫງົບ ສະໄໝທີ IV ທີ່ສະ ເໜີໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີກະຊວງ ປກສ ໂດຍຍົກໃຫ້ເຫັນວ່າ: ໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງສູນ ກາງພັກ, ຄະນະພັກຂັ້ນຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆ ປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານ; ເປັນຕົ້ນແມ່ນ: ວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ວຽກງານກໍ່ສ້າງ-ປັບປຸງພັກ-ພະນັກງານໃນກຳລັງປ້ອງກັນຄວາມສະຫງົບ, ວຽກງານພະລາທິການປ້ອງກັນຄວາມສະຫງົບ-ປັບປຸງແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດ, ວຽກງານເສນາທິການ ແລະ ພົວພັນຮ່ວມມືກັບຕ່າງປະເທດ. ອັນພົ້ນເດັ່ນແມ່ນ: ວຽກ ງານກໍ່ສ້າງພັກ ໂດຍອີງໃສ່ 5 ຫຼັກການ 3 ທິດນຳ ເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ສະມາຊິກພັກເຕີບໃຫຍ່ຂະ ຫຍາຍຕົວ, ເປັນແກນນຳຢູ່ໃນລະ ບົບການຈັດຕັ້ງແຕ່ລະຂັ້ນ, ໄດ້ປັບປຸງແຜນນຳພາ, ຮັກສາຄວາມສາມັກຄີພາຍໃນພັກ ໄດ້ຢ່າງໜັກແໜ້ນ, ດຳເນີນຊີວິດການເມືອງພາຍໃນພັກ ຮັບປະກັນໄດ້ 3 ລັກສະນະ ຄື: ລັກສະນະນຳພາ, ສຶກ ສາອົບຮົມ ແລະ ຕໍ່ສູ້; ຕິດພັນກັບຂະບວນການແຂ່ງຂັນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 186 ໜ່ວຍ, ທຽບ ໃສ່ຊຸມປີຜ່ານມາ ເພີ່ມ ຂຶ້ນ 24,73%, ຂະຫຍາຍສະມາຊິກພັກໃໝ່ເພີ່ມຂຶ້ນ 67,07%. ສຳລັບວຽກງານຈັດຕັ້ງ-ພະນັກງານ ແມ່ນໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະບຸກຄະລາກອນ, ພາລະບົດບາດ ແລະ ກົນໄກບັນຊາຂັ້ນມະຫາພາກເປັນສຳ ຄັນ, ຫັນຄວາມຮັບຜິດຊອບສິດຕົກລົງໃຫ້ທ້ອງຖິ່ນຮາກຖານຫຼາຍຂຶ້ນຕາມ ນະໂຍບາຍ 3 ສ້າງ ໂດຍສົມທົບກັບຄະນະຈັດຕັ້ງສູນກາງພັກ ຂຶ້ນແຜນກຳ ນົດພະນັກງານນຳພາ-ບັນ ຊາໃນກຳລັງປ້ອງກັນຄວາມສະຫງົບຂັ້ນສູນກາງຄຸ້ມຄອງ;

ພ້ອມກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາຢູ່ຂັ້ນຂອງຕົນ, ຫຼາຍກົມ, ກອງ ໄດ້ມີການປະເມີນຜົນ ແລະ ປັບປຸງຄືນແຜນກຳ ນົດພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ນອກນັ້ນ ຍັງໄດ້ເອົາໃຈໃສ່ຊຸກຍູ້ 3 ອົງການຈັດຕັ້ງມະຫາ ຊົນ ເຄື່ອນໄຫວຕາມພາລະບົດບາດຂອງຕົນ ໂດຍສຸມໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ, 4 ບຸກຂອງຊາວໜຸ່ມ ແລະ 5 ເປັນເຈົ້າຂອງກຳມະບານ ຕິດພັນກັບຂະບວນການວຽກງານວິຊາສະເພາະ ແລະ ຂໍ້ແຂ່ງຂັນຕ່າງໆ ຕິດພັນກັບການກໍ່ສ້າງພະນັກງານໄດ້ຖືເອົາຄຸນນະພາບເປັນກົກ, ສ້າງກຳລັງປ້ອງກັນຄວາມສະຫງົບທາງດ້ານທິດສະດີ ຕິດພັນກັບພຶດຕິກຳຕົວຈິງຢູ່ຮາກຖານ, ປະຕິ ບັດແຜນກໍ່ສ້າງພະ ນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບ ປະກັນ 3 ຮຸ່ນ ຄື: ອາວຸໂສ, ການ, ໜຸ່ມ ທັງຮັບປະກັນມີກຳ ລັງເພດຍິງ, ຊົນເຜົ່າ ທີ່ສົມ ສ່ວນໃນໂຄງປະກອບການຈັດ ຕັ້ງ, ຕຳແໜ່ງງານ ກໍຄືຂະແໜງການວິຊາສະເພາະທີ່ຈຳເປັນ ທຽບໃສ່ໄລຍະກ່ອນ ເພີ່ມຂຶ້ນ 23%. ສະເພາະວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ໄດ້ປະສານສົມທົບແໜ້ນກັບກຳລັງປ້ອງ ກັນຊາດ, ອຳນາດການປົກຄອແຂວງ ຈຸດສຸມເຂດໃຈກາງ ສາມາດແກ້ໄຂບັນດາປັດໄຈໜໍ່ແໜງກໍ່ ຄວາມບໍ່ສະຫງົບ ໄດ້ຢ່າງທັນການ, ໄດ້ປະກອບອຸປະກອນເຕັກນິກ, ເຕັກໂນໂລຊີ ຮັບໃຊ້ເຂົ້າໃນການຮັກສາຄວາມສະຫງົບທາງດ້ານໂທລະຄົມມະນາຄົມ ແລະ ການສື່ສານ, ຕິດພັນກັບການແກ້ ໄຂເປົ້າໝາຍສວຍໃຊ້ສື່ສັງຄົມອອນລາຍທຳ ລາຍຄວາມສະຫງົບຂອງຊາດ, ເປົ້າໝາຍອາຊະຍາກຳທາງອິນເຕີເນັດ;

ພ້ອມທັງເອົາໃຈໃສ່ວຽກງານປ້ອງກັນການນຳພັກ-ລັດ, ແຂກການນຳຂັ້ນສູງ, ສຳນັກງານອົງການພັກ-ລັດ ແລະ ອົງ ການ ຈັດຕັ້ງສາກົນ, ກອງປະ ຊຸມ, ງານສຳຄັນຕ່າງໆມີຄວາມປອດໄພ; ປັບປຸງວຽກງານກວດກາຄົນເຂົ້າ-ອອກ ສປປ ລາວ, ຄຸ້ມຄອງຄົນຕ່າງປະເທດ ແລະ ຄຸ້ມຄອງການທ່ອງທ່ຽວ ໃຫ້ເຂົ້າສູ່ລະບຽບແບບແຜນດີຂຶ້ນກວ່າເກົ່າ. ສຳລັບທິດທາງ, ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານຕົ້ນຕໍແຕ່ນີ້ຮອດປີ 2025 ອົງຄະນະພັກກະ ຊວງປ້ອງກັນຄວາມສະຫງົບ ຈະເອົາໃຈໃສ່ຊີ້ນຳ-ນຳພາຄະນະພັກແຕ່ລະຂັ້ນ ອອກແຮງປັບປຸງ-ກໍ່ສ້າງພັກ ແລະ ກໍ່ສ້າງກຳລັງປ້ອງ ກັນຄວາມສະຫງົບໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊີດຊູບົດບາດການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກຕໍ່ວຽກງານປ້ອງກັນຄວາມສະຫງົບ. ຈາກນັ້ນ, ກອງປະຊຸມໃຫຍ່ ໄດ້ຮັບຟັງການປະກອບຄວາມຄິດເຫັນຂອງບັນດາຄະນະພັກກົມກອງຈຳນວນໜຶ່ງຕໍ່ຮ່າງບົດລາຍງານການເມືອງ ທັງ 2 ພາກ, ຊອກໃຫ້ເຫັນດ້ານດີ-ດ້ານອ່ອນ, ສາເຫດຕົ້ນຕໍ ແລະ ກຳນົດວິທີການ, ມາດຕະການແກ້ໄຂຢ່າງມີປະສິດທິຜົນ. ພ້ອມນີ້ ຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ແລະ ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຕື່ມອີກ.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Comments