ນະຄອນຫລວງວຽງຈັນ ເຂົ້າເປັນສະມາຊິກ ອົງການ TPO ຢ່າງເປັນທາງການ…

ນະຄອນຫລວງວຽງຈັນ ໄດ້ເຂົ້າເປັນສະມາຊິກອົງການ ສົ່ງເສີມການທ່ອງທ່ຽວບັນດາ ນະຄອນອາຊີ-ປາຊີຟີກ Tourism Promotion Organizaion for Asia Pacific Cities (TPO) ຢ່າງ ເປັນທາງການ ໃນວັນທີ 9 ກັນຍາ 2020. ຄາດວ່າ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເປັນສະມາຊິກອົງການດັ່ງກ່າວ, ເປັນຕົ້ນແມ່ນວຽກງານການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໄວຂຶ້ນ, ອຸດສະຫະກຳທ່ອງທ່ຽວຈະບໍ່ໂດດດ່ຽວ ແຕ່ຈະໄດ້ຮັບການເຊື່ອມໂຍງກັບສາກົນກວ້າງຂວາງກວ່າເກົ່າ, ຈະໄດ້ຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນ ດ້ານວັດທະນະທຳ ລະຫວ່າງ ບັນດານະຄອນອາຊີ-ປາຊີຟິກ ແລະ ອື່ນໆ.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ອົງການສົ່ງເສີມການທ່ອງທ່ຽວບັນດານະຄອນຫລວງ ຫລື (TPO) ແມ່ນເຄືອຂ່າຍລະຫວ່າງຕົວເມືອງ ໂດຍມີບົດບາດສົ່ງເສີມສະມາຊິກເຮັດວຽກຮ່ວມກັນ ເພື່ອສ້າງອຸດສາຫະກຳການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານດ້ານການຕະຫລາດແຫລ່ງທ່ອງທ່ຽວ, ການພັດທະນາຜະລິດຕະພັນໃໝ່ໆ ລວມໄປເຖິງການພັດທະນາຊັບ ພະຍາກອນມະນຸດໃນພາກການທ່ອງທ່ຽວ ແລະ ອື່ນໆ ປັດຈຸບັນມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະເທດ. ການເຂົ້າຮ່ວມເປັນສະມາຊິກ ອົງການສົ່ງເສີມການທ່ອງທ່ຽວ ສໍາລັບບັນດານະຄອນອາຊີ-ປາຊີຟິກ ຈະຊ່ວຍເປີດໂອກາດ ໃຫ້ແກ່ນະຄອນຫລວງວຽງຈັນ ມີບົດບາດສຳຄັນໃນເວທີສາກົນຫລາຍຂຶ້ນ ທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທໍາ ສ້າງຄວາມເຂັ້ມແຂງ ໃນການລວມກຸ່ມດ້ານສົ່ງເສີມການທ່ອງທ່ຽວ ເຊັ່ນ: ການສະໜອງທາງດ້ານຂໍ້ມູນຂ່າວສານ, ການເດີນທາງທ່ອງທ່ຽວ ແລະ ມີໂຄງສ້າງພື້ນຖານທີ່ຈຳເປັນເພື່ອສະໜັບສະໜູນ ການເປີດກວ້າງການທ່ອງ ທ່ຽວທີ່ນຳໄປສູ່ການພັດທະນາ ແລະ ມີທ່າອ່ຽງຂະຫຍາຍຕົວທາງດ້ານການທ່ອງທ່ຽວຂອງອົງກອນ ກໍຄື ນະຄອນຫລວງວຽງຈັນ.

ທ່ານ ສິນລະວົງ ຄຸນໄພທູນ ກ່າວຕື່ມວ່າ: ຫລັງຈາກທີ່ນະຄອນຫລວງວຽງຈັນ ໄດ້ເຂົ້າເປັນສະ ມາຊິກແລ້ວ ຈະເລັ່ງຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການຕ່າງໆດ້ານການທ່ອງ ທ່ຽວຂອງລັດວາງອອກ; ປັບປຸງສະຖານທີ່ທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ໃຫ້ມີຄວາມສາມາດຮອງຮັບ ນັກທ່ອງທ່ຽວໃນປັດຈຸບັນ ແລະ ອານາຄົດ, ປັບປຸງບັນດາໂຮງແຮມ, ຮ້ານອາຫານ ໃຫ້ໄດ້ມາດຕະຖານ, ສ້າງພະນັກງານນຳທ່ຽວໃຫ້ພຽງພໍ, ພັດທະນາເຂດແຄມຂອງໃຫ້ເປັນເຂດທ່ອງທ່ຽວ ທີ່ຕິດພັນກັບທຳມະ ຊາດ ແລະ ວັດທະນະທຳລະດັບຊາດ. ນອກນີ້, ຍັງຈະສືບຕໍ່ພັດທະນາລາຍການທ່ອງທ່ຽວໃໝ່ຕື່ມອີກ ເຊັ່ນ: ທ່ອງທ່ຽວທຳມະຊາດສີຂຽວ, ທ່ອງທ່ຽວລ່ອງນ້ຳງື່ມ-ເວີນແທ່ນ, ປັບປຸງ ແລະ ສ້າງຄອງນ້ຳວຽງຈັນໃຫ້ເປັນແຫລ່ງທ່ອງທ່ຽວສຳຄັນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂປລ

Comments