ສື່ມວນຊົນຕ້ອງເປັນ ຜູ້ກ້າປາກອອກສຽງ, ສະດຸ້ງໄວ, ຮັກຄວາມຈິງ ແລະຍິງຖືກເປົ້າໝາຍ…

ສະມາຄົມນັກຂ່າວ ໄດ້ຈັດກອງປະຊຸມຄົ້ນຄວ້າທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກສຽງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ຍິງຖືກເປົ້າໝາຍ” ໂດຍແນໃສ່ໃຫ້ນັກສຳມະນາກອນໄດ້ປຶກສາຫາລື ແລະແລກປ່ຽນຄຳຄິດຄຳເຫັນໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດທິດທາງແຜນການ ພັດທະນາຄຸນນະພາບວຽກງານສື່ມວນຊົນ ທີ່ໄດ້ສະເໜີຢູ່ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະການພິມຈຳໜ່າຍຄົບຮອບ 70 ປີ ເມື່ອວັນທີ 14 ສິງຫາ 2020 ແລະຄົ້ນຄວ້າຄຳໂອ້ລົມຂອງທ່ານນາຍົກລັດຖະມົນຕີ ໃນເວທີດັ່ງກ່າວໃຫ້ມີຄວາມເຂົ້າໃຈເປັນເອກະພາບ ແລະນຳໄປປະຕິບັດຕົວຈິງ ບົນພື້ນຖານແນວທາງທັດສະນະຂອງພັກ ໃນການໂຄສະນານຳພາຫາງສຽງສັງຄົມໃນທຸກບັນຫາ ແລະ ເຫດການທີ່ກ່າວໄວ້ໃນມະຕິ 36 ກົມການເມືອງສູນກາງພັກ, ຊຶ່ງໄດ້ຜັນຂະຫຍາຍອອກເປັນກົດໝາຍສື່ມວນຊົນ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ.

ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ກ່າວເປີດກອງປະຊຸມວ່າ: ຕໍ່ຄຳເວົ້າຂອງທ່ານນາຍົກທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກສຽງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ຍິງຖືກເປົ້າໝາຍ” ພວກເຮົາຈະໄດ້ເອົາແນວທາງ, ມະຕິ, ກົດໝາຍ ທີ່ກ່າວມາຂ້າງເທິງນັ້ນ ມາເຍືອງເບິ່ງຄວາມເປັນຈິງ ໃນການເຮັດໜ້າທີ່ຂອງສື່ພວກເຮົາ ເພື່ອໃຫ້ເຫັນຈຸດແຂງທີ່ຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນທີ່ຕ້ອງແກ້ໄຂໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄລຍະໃໝ່, ມາຮອດປັດຈຸບັນກໍ່ຕ້ອງຮີບປ່ຽນແປງ ແລະແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງທ່ວງທັນຕາມສະພາບການ New normol. ໂດຍການສະໜອງຂໍ້ມູນຂ່າວສານຜ່ານຜະລິດຕະພັນສື່ຕ່າງໆຂອງພວກເຮົາອອກສູ່ສັງຄົມ ຕ້ອງມີຄວາມຫຼາກຫຼາຍຮູບແບບການນຳສະເໜີ ແລະທັນກັບເຫດການຄວາມເປັນຈິງ.

ກອງປະຊຸມໃນຄັ້ງນີ້ ມີນັກສຳມະນາກອນ ທີ່ມາຈາກໜັງສືພິມ, ວິທະຍຸ, ໂທລະພາບ ແລະສຳນັກຂ່າວສາານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ, ຊຶ່ງກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກັນຍາ 2020 ທີ່ຫ້ອງປະຊຸມສຳນັກຂ່າວສານ ວຽງຈັນທາຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ.

Comments