ການເມືອງ

3 ບໍລິສັດ ລົງນາມການຮ່ວມມືພັດທະນາພາຫານະທີ່ແລ່ນດ້ວຍໄຟຟ້າ…

ພິທີເຊັນລົງນາມຮ່ວມມືເບື້ອງຕົ້ນໃນການພັດທະນາລະບົບພາຫານະທີ່ແລ່ນດ້ວຍໄຟຟ້າ ຈັດຂຶ້ນ ໃນວັນທີ 20 ຕຸລາ 2020 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ລະຫວ່າງ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ Geely ຈໍາກັດ ແລະ ບໍລິສັດ ກຣິດຕິພົງ ກຣູບ ຈໍາກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈຸດປະສົງຂອງພິທີລົງນາມຮ່ວມມືກັນພັດທະນານໍາໃຊ້ພາຫານະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ສົ່ງເສີມການນໍາໃຊ້ໄຟຟ້າເຂົ້າລະບົບຄົມມະນາຄົມ-ຂົນສົ່ງ ໃນຄັ້ງນີ້ ເພື່ອສົ່ງເສີມການນໍາໃຊ້ພະລັງງານທີ່ສະອາດ ຫຼຸດຜ່ອນມົນລະຜິດ, ຕິດພັນກັບຄຸນນະພາບຊີວິດ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປລາວ ໄປຕາມທິດສີຂຽວ ແລະ ຍືນຍົງ. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ໂດຍຕາງໜ້າໃຫ້ ການນຳກະຊວງພະລັງງານ ແລະ ບໍແຮ່ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ທີ່ໄດ້ມີແນວຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້, ...

Read More »

ອັດຕາຄວາມທຸກຍາກຂອງລາວສືບຕໍ່ຫຼຸດລົງ ໃນໄລຍະ 25 ປີຜ່ານມາ…

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ສະແດງອອກໄດ້ຊັດເຈນໃນການຫຼຸດຜ່ອນຄວາມທຸກຍາກດ້ວຍໄລຍະເວລາ 25 ປີຜ່ານມາ ໂດຍອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງ ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. ຜົນການວິໄຈນີ້ໄດ້ຈາກບົດລາຍງານສອງສະບັບຂອງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ. ແຕ່ດ້ານດີບາງຢ່າງທີ່ໄດ້ມາໃນການຫຼຸດຜ່ອນຄວາມທຸກຍາກ ອາດມີຜົນກະທົບຕໍ່ເສດຖະກິດລາວ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໃນກອງປະຊຸມເຜີຍແຜ່ບົດລາຍງານຜົນການວິໄຈສະພາບຄວາມທຸກຍາກໃນ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນິໂຄລາ ພອນທາຣາ ຜູ້ອຳນວຍການທະນາຄານໂລກ ປະຈຳລາວ ໃນກອງປະຊຸມໄດ້ເປີດເຜີຍວ່າ: ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວ ແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-2019, ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020 ຊຶ່ງໃນບົດຄວາມ Catching Up ...

Read More »

ຢູນິເຊັບ ມອບອຸປະກອນການສື່ສານ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍແກ້ໄຂ ການລະບາດຂອງໂຄວິດ-19…

ໃນວັນທີ 20 ຕຸລາ 2020 ນີ້ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວອົງການຢູນິເຊັບປະຈຳ ສປປ ລາວ ໄດ້ມອບອຸປະກອນໄອທີ ໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອົງການຢູນິເຊັບ ໄດ້ມອບອຸປະກອນການສື່ສານ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ສົ່ງເສີມສິດທິຄວາມເປັນຢູ່ທີ່ດີຂອງເດັກ ແລະ ແມ່ຍິງ ໃນໄລຍະການຄວບຄຸມ ການລະບາດຂອງພະຍາດໂຄວິດ-19. ອຸປະກອນ ທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ ອຸປະກອນ ສຳລັບນໍາໃຊ້ ໃນການຈັດກອງປະຊຸມທາງໄກ ດ້ວຍໂທລະສັບ ແລະ ວີດີໂອ (Teleconference equipment) ຈໍານວນ 5 ຊຸດໃຫ້ແກ່ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງໄດ້ມອບໃຫ້ກົມສື່ມວນຊົນ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະເທດລາວ ແລະ ໜັງສືພິມປະຊາຊົນ. ພິທີມອບ-ຮັບ ເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂື້ນທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ...

Read More »

ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດຫນຸ່ມ ແຂວງຫຼວງພະບາງ……..

ວັນທີ16 ຕຸລາ 2020 ຢູ່ໂຮງແຮມຫຼວງພະບາງວີວ, ນະຄອນຫລວງພະບາງ ໄດ້ມີກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ຄັ້ງທີ IV ໂດຍການເປັນປະທານຂອງທ່ານຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົງ ຫົວໜ້າຄະນະຈັດຕັ້ງແຂວງຫລວງພະບາງ. ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາຮ່າງບົດລາຍ ງານການເມືອງທັງສອງພາກ ທີ່ສະເໜີໂດຍ ທ່ານ ຄັດຕະພອນ ພົມມະປັນຍາ ທີ່ໄດ້ຕີລາຄາຄືນຫມາກຜົນຂອງຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ສະມາຄົມທຸລະກິດໜຸ່ມແຂວງຫລວງພະບາງ ຄັ້ງທີ III ຜ່ານມາ. ພ້ອມນີ້, ກອງປະຊຸມເປັນເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະທິດທາງລວມ ຂອງສະມາຄົມນັກທຸລະກິດໜຸ່ມແຂວງ ແຕ່ປີ 2020-2024 ແນໃສ່ສ້າງໃຫ້ການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງມີຄວາມເຕີບໃຫ່ຍແຂງແຮງ, ເປັນທີ່ຍອມຮັບຂອງສັງຄົມ ແລະວົງການທຸລະກິດທັງພາຍໃນ ແລະຕ່າງປະເທດ; ສ້າງທຸກເງື່ອນໄຂໃຫ້ສະມາຊິກ ຂອງສະມາຄົມນັກທຸລະກິດໜຸ່ມພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ສະມາຊິກດໍາເນີນທຸລະກິດຢ່າງຄ່ອງຕົວ. ພາຍໃຕ້ເງື່ອນໄຂເສດຖະກິດຕະຫຼາດ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ຈາກນັ້ນ, ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານງານສະມາ ຄົມນັກທຸລະກິດໜຸ່ມແຂວງ ຊຸດທີ IV ມີຜູ້ສະໝັກເລືອກຕັ້ງທັງໝົດ 17 ທ່ານ ເລືອກເອົາ 15 ທ່ານ. ກອງປະຊຸມປະຖົມມະລຶກ ເລືອກໄດ້ຄະນະປະຈໍາສະມາຄົມນັກທຸລະກິດໜຸ່ມແຂວງ ຈຳນວນ ...

Read More »

ນາງສາວ Jacinda Ardern ຊະນະການເລືອກຕັ້ງ ສືບຕໍ່ດຳລົງຕຳແໜ່ງສະໄໝທີ 2…

ຈາກການນັບຄະແນນສຽງທັງໝົດ ພັກແຮງງານ ຂອງນາງສາວ Jacinda Ardern ໄດ້ຮັບໄຊຊະນະ 49.1% ໂດຍມີຄະແນນສຽງ 64 ບ່ອນນັ່ງ ແລະ ສຽງສ່ວນຫຼາຍໃນລັດຖະສະພາ. ສ່ວນພັກປະຊາຊາດທີ່ຢູ່ເຄິ່ງກາງຝ່າຍຄ້ານ ຍາດໄດ້ສຽງ 26.8%. ຜ່ານການສຳຫຼວດຄວາມຄິດເຫັນ ໃນວັນທີ 17 ທີ່ຜ່ານມາ ມີພຽງ 35 ບ່ອນນັ່ງ ຈາກ 120 ບ່ອນນັ່ງ. ການສຳຫຼວດຄວາມຄິດເຫັນເກົ່າ ໄດ້ຈັດຂຶ້ນໃນເດືອນກັນຍາ ແຕ່ຖືກເລື່ອນອອກໄປໜຶ່ງເດືອນ ຫຼັງຈາກການລະບາດຂອງພະຍາດໂຄວິດ-19.ກ່ອນການລົງຄະແນນໃນວັນທີ 17 ຕຸລາ 2020 ຜູ້ຄົນຫຼາຍກວ່າ 1 ລ້ານຄົນໄດ້ລົງຄະແນນໄປແລ້ວ. ໂດຍການລົງຄະແນນກ່ອນກຳນົດ ຊຶ່ງເປີດເມື່ອວັນທີ 3 ຕຸລາ ຊາວນິວຊີແລນຍັງຖືກຂໍໃຫ້ລົງຄະແນນສຽງໃນການລົງປະຊາມະຕິສອງຄັ້ງຄວບຄູ່ໄປກັບການເລືອກຕັ້ງທົ່ວໄປ. ສ່ວນຂອງ Ardern ຜົນລວມສຸດທ້າຍຂອງຄະນະກຳມະການການເລືອກຕັ້ງຍັງໃຫ້ຄະແນນ ACT New Zealand 8% (ຄາດການ 10 ບ່ອນນັ່ງ), ພັກກຣີນ 7.6% (10), ພັກເມົາຣີ 1% (1) ແລະ ອື່ນໆ 7.7% (0). ...

Read More »

ລາວ ກຽມປັບປຸງຮ່າງຄູ່ມືແຫ່ງຊາດ ການພັດທະນາທັກສະຊີວິດຂອງເດັກ ແລະ ໄວໜຸ່ມ…

ໃນລະຫວ່າງວັນທີ 14-16 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງປະຊຸມປືກສາຫາລື ເພື່ອປັບປຸງຮ່າງຄູ່ມືແຫ່ງຊາດ ກ່ຽວກັບການພັດທະນາທັກສະຊີວິດຂອງເດັກ ແລະ ໄວໜຸ່ມ, ພ້ອມທັງປຶກສາຫາລື ເພື່ອກະກຽມການສຶກສາຄົ້ນຄວ້າ ກ່ຽວກັບການແຕ່ງງານກ່ອນໄວ ແລະ ການຖືພາຂອງເດັກຍິງໃນ ສປປ ລາວ. ໂດຍການເປັນປະທານຂອງ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານ ຄຊກມດ, ມີຜູ້ເຂົ້າຮ່ວມຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສາກົນ. ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເປັນການຈັດຕັ້ງປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄຊກມດ ກັບອົງການກອງທຶນ ເພື່ອເດັກ ປະຈໍາ ສປປ ລາວ, ພາຍໃຕ້ໂຄງການການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໄລຍະທີ II ທີ່ຕິດພັນກັບການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍສະເພາະຕິດຕາມຄວາມໝາຍໝັ້ນຂອງລັດຖະບານ ພາບປະກອບເທົ່ານັ້ນ ທີ່ມີຕໍ່ການປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ການຈັດຕັ້ງປະຕິບັດຄວາມໝາຍໝັ້ນ ຂອງບັນດາຮອງເຈົ້າແຂວງທົ່ວປະເທດ, ຜູ້ຊີ້ນຳວຽກແມ່ ແລະ ...

Read More »

ຂົວມິດຕະພາບໄທ – ລາວ ແຫ່ງທີ 6 ຄາດຈະສຳເລັດ ໃນປີ 2025…

ທ່ານ ສັກແຍ້ມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທກ່າວວ່າ: ກະຊວງຄົມມະນາຄົມມີກຳນົດທີ່ຈະກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 6 ໃຫ້ສຳເລັດພາຍໃນປີ 2025 ໃນລະຫວ່າງເດີນທາງໄປແຂວງອຳນາດຈະເລີນ, ຍະໂສທອນ ແລະ ມຸກດາຫານ ທາງພາກຕາເວັນອອກສຽງເໜືອທ່ານໄດ້ກ່າວວ່າ: ຂະນະນີ້ທາງກະຊວງກຳລັງຫາລືກັບໜ່ວຍງານຕ່າງໆໃນການເລັ່ງການກໍ່ສ້າງຂົວມິດຕະພາບແຫ່ງທີ 6 ກ່ອນທີ່ທາງການຂອງໄທຈະໄດ້ປຶກສາຫາລືກັບລັດຖະບານລາວ ເພື່ອກຳນົດວັນພິທີເປີດຂົວ. ລັດຖະມົນຕີວ່າການກະຊວງຄົມມະນາຄົມຍັງກ່າວວ່າ: ຂົວໃໝ່ນີ້ມີມູນຄ່າ 4,36 ພັນລ້ານບາດ, ມີຄວາມຍາວ 1,02 ກມ ແລະ ເຊື່ອມທາງຫຼວງ ໝາຍເລກ 2112 ຂອງໄທໃນ ເມືອງ ນາຕານ ທາງຕາເວັນອອກສຽງເໜືອຂອງແຂວງອຸບົນຣາຊະທານີ ແລະ ທາງຫຼວງໝາຍເລກ 13 ໃນເມືອງລະຄອນເພັງ ແຂວງ ສາລະວັນ ຂອງລາວ ທ່ານ ສັກແຍ້ມ ກ່າວອີກວ່າ: ຄາດວ່າທັງໄທ ແລະ ລາວ ຈະແບ່ງປັນຄ່າໃຊ້ຈ່າຍ ໃນການກໍ່ສ້າງຂົວ ແລະ ທີ່ດິນຈະຖືກຊົດເຊີຍໃນອີກ 2 ປີ ຂ້າງໜ້າ. ການກໍ່ສ້າງຂົວຈະເລີ່ມໃນຕົ້ນປີ 2023 ແລະ ຄາດວ່າຈະສຳເລັດໃນປີ 2025 ຂົວມິດຕະພາບໄທ- ລາວ ...

Read More »

ລາວ ກຽມສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການທາງລົດໄຟ 4 ແຂວງ….

ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ. ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວັນໄຊ ອິນທະລາເຊດ ປະທານບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ, ມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດດັ່ງກ່າວ ທ່ານ ...

Read More »

ພິຈາລະນາສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ ພ້ອມ ເຜີຍແຜ່ຄຳແນະນຳ…

ກອງປະຊຸມເຜີຍແຜ່ຄໍາແນະນໍາ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ໄດ້ຈັດຂຶ້ນ ໃນວັນທີ 15 ຕຸລາ 2020 ທີ່ໂຮງແຮມແກຣນວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Frank Tibitanzl ຫົວໜ້າໂຄງການປົກປ້ອງຜູ້ຊົມໃຊ້ GIZ ປະຈຳລາວ, ມີຜູ້ຕາງໜ້າຈາກບັນດາກົມ, ອົງການຕ່າງໆ, ຜູ້ຕາງໜ້າຈາກສະມາຄົມ, ມູນນິທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວາລະໄຊ ເລັ່ງສະຫວັດ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ກ່ຽວກັບດຳລັດວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ ລົງວັນທີ 11 ສິງຫາ 2017 ຄຽງຄູ່ກັບການເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 0707/ອຄ.ກຄພນ ລົງວັນທີ 30 ກໍລະກົດ 2020 ໃຫ້ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ລວມທັງບັນດາສະມາຄົມ ແລະ ມູນນິທິຕ່າງໆໄດ້ຮັບຊາບ, ໃນດ້ານໜຶ່ງກໍເພື່ອເປັນການສ້າງ ຄວາມຮັບຮູ້ ...

Read More »

ປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ…

ວັນທີ 15 ຕຸລາ 2020 ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25 ປີ (25 ຕຸລາ 1995-25 ຕຸລາ 2020), ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໃຫ້ກຽດບັນຍາຍໂດຍ ທ່ານ ຊິນ ຊັງຊູນ, ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ກ່າວເປີດພິທີໂດຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ. ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ມິີ ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ, ນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ນັກສຶກສາຈາກ ຄະນະນິຕິສາດ ແລະ ...

Read More »