ທ່ານ ສັກແຍ້ມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທກ່າວວ່າ: ກະຊວງຄົມມະນາຄົມມີກຳນົດທີ່ຈະກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 6 ໃຫ້ສຳເລັດພາຍໃນປີ 2025

ໃນລະຫວ່າງເດີນທາງໄປແຂວງອຳນາດຈະເລີນ, ຍະໂສທອນ ແລະ ມຸກດາຫານ ທາງພາກຕາເວັນອອກສຽງເໜືອທ່ານໄດ້ກ່າວວ່າ: ຂະນະນີ້ທາງກະຊວງກຳລັງຫາລືກັບໜ່ວຍງານຕ່າງໆໃນການເລັ່ງການກໍ່ສ້າງຂົວມິດຕະພາບແຫ່ງທີ 6 ກ່ອນທີ່ທາງການຂອງໄທຈະໄດ້ປຶກສາຫາລືກັບລັດຖະບານລາວ ເພື່ອກຳນົດວັນພິທີເປີດຂົວ.

ລັດຖະມົນຕີວ່າການກະຊວງຄົມມະນາຄົມຍັງກ່າວວ່າ: ຂົວໃໝ່ນີ້ມີມູນຄ່າ 4,36 ພັນລ້ານບາດ, ມີຄວາມຍາວ 1,02 ກມ ແລະ ເຊື່ອມທາງຫຼວງ ໝາຍເລກ 2112 ຂອງໄທໃນ ເມືອງ ນາຕານ ທາງຕາເວັນອອກສຽງເໜືອຂອງແຂວງອຸບົນຣາຊະທານີ ແລະ ທາງຫຼວງໝາຍເລກ 13 ໃນເມືອງລະຄອນເພັງ ແຂວງ ສາລະວັນ ຂອງລາວ

ທ່ານ ສັກແຍ້ມ ກ່າວອີກວ່າ: ຄາດວ່າທັງໄທ ແລະ ລາວ ຈະແບ່ງປັນຄ່າໃຊ້ຈ່າຍ ໃນການກໍ່ສ້າງຂົວ ແລະ ທີ່ດິນຈະຖືກຊົດເຊີຍໃນອີກ 2 ປີ ຂ້າງໜ້າ. ການກໍ່ສ້າງຂົວຈະເລີ່ມໃນຕົ້ນປີ 2023 ແລະ ຄາດວ່າຈະສຳເລັດໃນປີ 2025

ຂົວມິດຕະພາບໄທ- ລາວ ແຫ່ງທີ 6 ທີ່ສ້າງຂຶ້ນຄັ້ງນີ້ ຄາດວ່າຈະຊ່ວຍເພີ່ມປະສິດທິພາບການຄ້າຊາຍແດນ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງໄທ-ລາວ.