ການເມືອງ

ຜ່ານຜົນ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III…

ສູນ​ສະຖິຕິ​ແຫ່ງ​ຊາດໄດ້​ ຈັດ​ກອງ​ປະຊຸມ​ຄະນະ​ຊີ້ນໍາ ​ຜ່ານ​ຜົນ​ເບື້ອງ​ຕົ້ນການ​ຂຶ້ນບັນ ຊີ​ຄົວ​ເຮືອນ ແລະ ຜົນ​ການ ​ສຳຫຼວດ​ເສດຖະກິດ​ທົ່ວ​ປະ ເທດ​ ຄັ້ງ​ທີ III ຂຶ້ນ​ໃນ​ວັນ​ທີ 22 ຕຸລາ​ນີ້ ທີ່​ກະຊວງການ​ເງິນ​ ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະ ມົນຕີ​ກະຊວງ​ການ​ເງິນ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ຊຶ່ງ​ມີ​ຄະນະ​ຊີ້​ນຳ​ສອງ​ການ​ສຳຫຼວດ ແລະ ຫ້ອງການ​ສອງ​ການ​ສຳຫຼວດເຂົ້າ​ຮ່ວມ ກອງ​ປະຊຸມ​ຈະ​ໄດ້​ຜ່ານ​ຜົນ​ການ​ຂຶ້ນ​ບັນຊີ​ຄົວ​ເຮືອນ​ແລະ ​ເຜີຍແຜ່​ຜົນ​ການ​ວິໄຈ​ການ​ສຳຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ປີ 2020 ຊຶ່ງ​ຂໍ້​ມູນ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນໃນ​ການ​ສະໜອງ​ຂໍ້​ມູນ​ສະຖິຕິ​ທາງ​ການ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ VIII ກໍຄື​ການ​ກະກຽມແຜນການ​ພັດທະນາເສດຖະ​ກິດ ​-​ ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX, ການ​ຕິດຕາມເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ແລະ ​ການ​ປະ​ເມີນ​ປະເທດ​ຂອງ​ເຮົາ​ໃນ​ການ​ຫຼຸດ​ພົ້ນ​ປະເທດ​ທີ່​ດ້ອຍ​ພັດທະນາ (LDC). ສະນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ປຸ​ງ​ຄຸນ​ນະ​ພາບ ຂອງ​ຂໍ້​ມູນ​ສະຖິຕິ​ໃຫ້​ຫຍັບ​ເຂົ້າ​ສູ່​ມາດຕະຖານ ຂອງ​ສາກົນ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຮັບປະກັນ​ໃນ​ການ​ເຊື່ອມ​ໂຍງ​ຂໍ້​ມູນ​ສະຖິຕິ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ ສົມ​ດີ ...

Read More »

ວຽກງານວັດທະນະທຳ ຮຽກຮ້ອງໃຫ້ທົ່ວສັງຄົມໃຫ້ການຮ່ວມມືຢ່າງມີຄວາມຮັບຜິດຊອບ…

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 9 ຂຶ້ນ ວັນທີ 22 ຕຸລາ 2020 ໂດຍຜ່ານກອງປະຊຸມທາງໄກອາຊຽນ. ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ບັນຫາການລະບາດຂອງພະຍາດ COVID-19 ໃນທ້າຍເດືອນທັນວາ 2019 ນັ້ນໄດ້ສືບຕໍ່ລຸກລາມໄປຍັງຫຼາຍໆ ປະເທດໃນທົ່ວໂລກ, ລວມທັງບັນດາປະເທດສະມາຊິກອາຊຽນຂອງພວກເຮົາ; ອີກທັງມັນໄດ້ກາຍ ເປັນໄພຄຸກຄາມ ແລະ ຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພຂອງໂລກ. ສະເພາະຢູ່ໃນວຽກງານການຮ່ວມມືດ້ານວັດທະນະທຳ ແລະ ສິລະປະ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກຳດ້ານວັດທະນະທຳ ແລະ ຮີດຄອງປະເພນີທັງພາຍໃນປະເທດ ກໍ່ຄືພາກພື້ນ ແລະ ທົ່ວໂລກ. ຜົນກະທົບດັ່ງກ່າວຢູ່ ສປປ ລາວ ກໍໄດ້ມີການໂຈະຊົ່ວຄາວໃນການຈັດຕັ້ງພິທີສະເຫຼີມສະຫຼອງສຳຄັນລະດັບຊາດ ແລະ ບັນດາກິດຈະກໍາປະເພນີຕ່າງໆ ລ້ວນແລ້ວແຕ່ໄດ້ມີການເລື່ອນເວລາອອກໄປ ເຊັ່ນ: ງານສະເຫຼີມສະຫຼອງຮັບເອົາທົ່ງໄຫຫີນບັນຈຸເຂົ້າໃນບັນຊີແຫຼ່ງມໍລະດົກໂລກ UNESCO, ...

Read More »

ທູດອົດສະຕຣາລີ ປະຈຳ ລາວ ເຂົ້າຢ້ຽມອຳລາ…

ໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ ທ່ານ Jean Bernard Carrasco, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ໃຫ້ກຽດຕ້ອນຮັບຂອງທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນວັນທີ 22 ຕຸລາ 2020. ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ Jean Bernard Carrasco ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ອົດສະຕຣາລີ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ໂຄງການຊ່ວຍເຫລືອດ້ານຕ່າງໆ ຂອງລັດຖະບານອົດສະຕຣາລີ ທີ່ມີຕໍ່ ສປປ ລາວ ເປັນຕົ້ນ ໂຄງການຊ່ວຍເຫລືອທາງການດ້ານການສຶກສາ, ສາທາລະນະສຸກ, ການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ແກ່ ສປປ ລາວ ...

Read More »

ຄະນະກໍາມາທິການຍຸຕິທໍາ ຫາລືບາງບັນຫາ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະພາແຫ່ງຊາດ…

ກອງປະຊຸມຄົບຄະນະ ຂອງກຳມາທິການຍຸຕິທຳ ປະຈຳປີ 2020 ແລະ ແຜນວຽກງານຈຸດສຸມຕໍ່ໜ້າ ໄດ້ຈັດຂຶ້ນ ວັນທີ 22-23 ຕຸລາ 2020 ທີ່ຫ້ອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບໂດຍການເປັນປະທານຂອງ ທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ, ທ່ານ ຄຳແພງ ວິລະພັນ ຮອງປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານອົງການກວດກາລັດຖະບານ ເຂົ້າຮ່ວມ. ທ່ານ ນາງ ບົວຄຳ ທິບພະວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບາງບັນຫາເປັນຕົ້ນແມ່ນ 1) ການສະຫລຸບຕິລາຄາການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025), ວຽກງານຈຸດສຸມປີ 2021 ຂອງກໍາມາທິການຍຸຕິທໍາ. 2) ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ...

Read More »

ກອງປະຊຸມທາງໄກ ITU ໃນການພັດທະນາເສດຖະກິດ ດິຈີຕອນ…

ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນງານ ໄອທີຢູ ດິຈີຕອນ ໂລກ 2020 (ITU Virtual Digital World 2020) ຜ່ານລະບົບກອງປະຊຸມທາງໄກ, ໃນລະຫວ່າງວັນທີ 20-22 ຕຸລາ 2020. ເຊິ່ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ອົງການ ITU ຮ່ວມກັບ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ.ຫວຽດນາມ. ງານ ITU Virtual Digital World ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງໂລກດິຈີຕອນດ້ວຍກັນ” ເພື່ອສຳຫຼວດການຫັນເປັນດິຈີຕອນ ໃນພາກພື້ນ ແລະ ທົ່ວໂລກ. ໂດຍເປັນເວທີສຳລັບພາກລັດ, ຜູ້ວາງນະໂຍບາຍ ໄອຊີທີ, ຜູ້ປະກອບການ ແລະ ສະຕາດອັບຕ່າງໆ ໄດ້ມາພົບປະ, ສົນທະນາກັນ, ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ບັນຫາ ...

Read More »

ຍີ່ປຸ່ນ ເຫັນດີຈະຊ່ວຍເຫຼືອວັກແຊງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ…

ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິດຊຶ ໃນເດືອນສິງຫາ 2020 ຜ່ານມາ ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ ການນໍາສອງປະເທດ ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນອະນາຄົດອັນໃກ້ນີ້, ເຊິ່ງຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ...

Read More »

ສປປ ລາວ ທົບທວນການປະຕິບັດ ໄລຍະຂ້າມຜ່ານ ການໂຕ້ຕອບພະຍາດໂຄວິດ-19…

ເພື່ອທົບທວນຄືນການຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບ ທັງເປັນການຮຽນຮູ້ ແລະ ແລກປ່ຽນປະສົບການ ເຊິ່ງກັນ ແລະ ກັນ ໃນການກຳນົດຈຸດດີ, ຂໍ້ຄົງຄ້າງນຳໄປຜັນຂະຫຍາຍເປັນແຜນຮອງຮັບຕໍ່ການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າຢູ່ໃນ ສປປ ລາວ ແລະ ເພື່ອກະກຽມຄວາມພ້ອມ ໃນການຮັບມືກັບການລະບາດທີ່ອາດຈະເກີດຂຶ້ນ ໂດຍສະເພາະ ເອົາໃຈໃສ່ຜູ້ທີ່ເດີນທາງຈາກປະເທດ ທີ່ມີການລະບາດເຂົ້າມາປະເທດເຮົາ. ໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນການ ຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບພະຍາດໂຄວິດ-19 ຂັ້ນສູນກາງ ໃນ ສປປ ລາວ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດຣ.ພູທອນ ເມືອງປາກ ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Eric Seastedt ຜູ້ຕາງໜ້າອົງການສາກົນ ບໍລິການປະຊາຊົນປະຈຳພາກພື້ນ ແລະ ດຣ.ມາກ ແອນດີວ ຈາຄອບ ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າ ຈາກກະຊວງ, ສະຖານເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຈະໄດ້ດຳເນີນການຄົ້ນຄວ້າ, ...

Read More »

ເປີດປ້າຍໂຮງຮຽນ ມສ ດົງບັງມິດຕະພາບລາວ-ກູບາ…

ໃນ​​ວັນທີ 20 ຕຸລາ ນີ້ ຊຶ່ງ​ແມ່ນ​ວັນ​ວັດທະນະທຳ​ແຫ່ງ​ຊາດ​ ກູ​ບາ, ຄະນະ​ສະມາຄົມ​ມິດຕະພາບ ລາວ​-​ກູ​ບາ ໄດ້​ຈັດ​ພິທີ ເປີດ​ປ້າຍໂຮງຮຽນ​ມັດທະຍົມ​ສົມບູນ​ບ້ານ​ດົງ​ບັງ​ເມືອງ​ໄຊ​ທານີ ນະ​ຄອນ​ຫຼ​ວງ​ວຽງຈັນ ເປັນ​ໂຮງຮຽນ​ມັດທະຍົມ​ສົມບູນ ດົງ​ບັງ ມິດຕະພາບ ລາວ​-​ກູ​ບາ ທັງ​ຮັບ​ເປັນ​ສາຂາ ແລະ ສະມາຊິກ​ລວມ​ໝູ່​ຂອງ​ສະມາຄົມ​ມິດຕະພາບ ລາວ​-​ກູ​ບາ. ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ມີ ທ່ານ ນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະເທດ​ສູນ​ກາງ​ພັກ; ທ່ານ ຈະເລີນ ເຢຍ​ປາວ​ເຮີ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ປະທານ​ສະມາຄົມ​ມິດຕະພາບ ລາວ​-​ກູ​ບາ ແລະ ທ່ານ ປາ​ໂບລ ອັງ​ໂຕ​ນີ​ໂອ ໂລ​ຕ​ລີ​ເ​ກັສ ວິ​ດານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສ.ກູ​ບາ ປະ​ຈໍາ​ລາວ. ນອກຈາກ​ນັ້ນ​ຍັງ​ມີ​ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ຮອງ​ລັດຖະມົນຕີ, ອຳນາດ​ການ​ປົກຄອງ​ບ້ານ​-​ເມືອງ​ໄຊ​ທານີ, ຄູ​-ອາຈານ ແລະ ນັກຮຽນ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ຂ່າວ​ແຈ້ງ​ອີກວ່າ: ໃນ​ວັນ​ທີ 9 ຕຸ​ລາ ຜ່ານ​ມາ ທີ່​ໂຮງ​ຮຽນ​ດັ່ງ​ກ່າວ​ກໍ​ໄດ້​ຈັດ​ພິ​ທີ​ປະ​ດິດ​ສະ​ຖານ​ຮູບຫຼ່ໍ​ຂອງ​ທ່ານ ໂຮ​ເຊ ມາກ​ຕີ ວິ​ລະ​ຊົນ​ແຫ່ງ​ຊາດ ກູ​ບາ ຂຶ້ນ​ໄວ້​ແທ່ນ​ໃນ​ບໍ​ລິ​ເວນ​ເດີ່ນ​ໂຮງ​ຮຽນ. ແຫຼ່ງຂໍ້ມູນ: ປະຊາຊົນ

Read More »

ກອງປະຊຸມສຸກເສີນ ການຄຸ້ມຄອງໄພພິບັດ ຂັ້ນສູນກາງເພື່ອຕອບໂຕ້ໄພພິບັດ…

ກອງ​ປະຊຸມ​ສຸກ​ເສີນຂອງ ​ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງໄພ ພິບັດ​ຂັ້ນ​ສູນ​ກາງ ເພື່ອ​ຕອບ​ ໂຕ້​ໄພ​ພິບັດ​ນ້ໍາ​ຖ້ວມຢູ່່ບັນດາ​ ແຂວງ​ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນ ວັນ​ ທີ 20 ຕຸລາ​ນີ້ ທີ່ກະຊວງແຜນ ການ ແລະ ການ​ລົງທຶນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ ລົງທຶນ ປະທານ​ຄະນະກຳມະ ການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ສູນ​ກາງ, ມີ​ບັນດາ​ຮອງ​ລັດຖະມົນຕີ, ຮອງ​ປະທານ ແລະ ຄະ​ນະກໍາ​ມະ​ການ​ຄຸ້ມຄອງ​ໄພພິບັດ​ຂັ້ນ​ສູນ​ກາງ ແລະ ພາກສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ທ່ານ ສອນໄຊ ສີ​ພັນ​ດອນໄດ້​ກ່າວວ່າ: ບັນຫາ​ໄພພິບັດ​ແມ່ນ​ເກີດ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ເປັນຕົ້ນ ໄພ​ນ້ໍາ​ຖ້ວມ, ແຜ່ນດິນ​ໄຫວ, ລົມ​ພາຍຸ​ພັດ, ພະຍາດ​ລະບາດ ແລະ ອື່ນໆ ໄດ້​ກາຍເປັນ​ສິ່ງ​ທ້າ​ທາຍຢ່າງໃຫຍ່​ຫຼວງຕໍ່​ພາກ​ພື້ນ ແລະ ສາກົນ ເພາະ​ບັນຫາ​ໄພພິບັດ​ດັ່ງກ່າວ ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈໍາ ແລະ ເພີ່ມຄວາມ​ຮຸນ​ແຮງ​ຂຶ້ນເລື້ອຍໆ, ສ້າງ​ຜົນ​ກະທົບ ແລະ ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍຊີວິດ,ເສດຖະກິດ, ຊັບ​ສິນຂອງ​ລັດ, ປະຊາຊົນໃນ​ສັງຄົມທັງ​ໃນ​ໄລຍະ​ສັ້ນ ...

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຈະໄຂຂຶ້ນໃນວັນທີ 27 ຕຸລານີ້…

ໃນວັນທີ 20 ຕຸລາ 2020  ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຕໍ່ສື່ມວນຊົນທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດວ່າ: ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນອັງຄານ ວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງວັນອັງຄານ ວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫຼວງວຽງຈັນ ...

Read More »