ການເມືອງ

ເອກອັກຄະລັດຖະທູດ ສ.ຫວຽດນາມປະຈໍາລາວ ຊ່ວຍເຫຼືອ ຟື້ນຟູໄພນໍ້າຖ້ວມ…

ໃນວັນທີ 26 ຕຸລາຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 50 ລ້ານກີບ ກ່າວຮັບໂດຍທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ເພື່ອໃຫ້ກະຊວງດັ່ງກ່າວ ນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ. ໃນພິທີມອບ-ຮັບ, ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ເມື່ອໄດ້ຮູ້ຂ່າວປັດຈຸບັນ ແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຖືກຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ. ດັ່ງນັ້ນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອ ເພື່ອໜູນຊ່ວຍວຽກງານຟື້ນຟູຜົນເສຍຫາຍຈາກພາຍຸນໍ້າຖ້ວມແລະເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ປະຊາຊົນຊາວແຂວງສະຫວັນນະເຂດ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດີ, ເຮັດໃຫ້ຊີວິດການເປັນຢູ່ສືບຕໍ່ດີຂຶ້ນ. ພ້ອມກັນນັ້ນ, ຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອຈໍານວນເງິນ 100 ລ້ານກີບ ແລະ ໃນເວລາອັນໄກ້ນີ້ ຈະໄດ້ຈັດຕັ້ງຄະນະລົງໄປຊ່ວຍເຫຼືອ ແລະ ຢ້ຽມຢາມຖາມຂ່າວປະຊາຊົນແຂວງສະຫວັນນະເຂດ. ...

Read More »

9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 64,57% ແລະ ຂາດດຸນງົບປະມານ 3.228 ຕື້ກີບ…

ໄລຍະ 9 ເດືອນຕົ້ນປີ 2020 ກະຊວງການເງິນ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 13.563 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 15%. ສ່ວນລາຍຮັບຈາກການຊ່ວຍເຫລືອລ້າ ປະຕິບັດໄດ້ 1.111 ຕື້ກີບ ເຖິງຢ່າງໃດກໍຕາມ ລັດຖະບານ ໄດ້ມີຄວາມພະຍາຍາມສູງໃນການອອກມາດຕະການຊຸກຍູ້ຕ່າງໆ ແຕ່ດ້ວຍສະພາບການພາຍໃນ ແລະ ຕ່າງປະເທດບໍ່ເອື້ອອຳນວຍ, ເຮັດໃຫ້ມີຄວາມຈຳເປັນຕ້ອງໄດ້ສະເໜີແຜນດັດແກ້ເບື້ອງຕົ້ນ ທັງດ້ານລາຍຮັບ, ລາຍຈ່າຍ ແລະ ດັດແກ້ການຂາດດຸນ ເພີ່ມຂຶ້ນຈາກ 3,77% ມາເປັນ 5,8% ຕໍ່ GDP. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ (ລາຍຮັບສູນກາງ ແລະ ທ້ອງຖິ່ນ), ໃນນັ້ນ ລາຍຮັບພາສີ ແລະ ສ່ວຍສາອາກອນ 11.917 ຕື້ກີບ, ລາຍຮັບບໍ່ແມ່ນພາສີ ແລະ ສວຍສາອາກອນ 1.619 ຕື້ກີບ ແລະ ການປະກອບສ່ວນຂອງສັງຄົມ 27 ຕື້ກີບ. ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 10 ພິຈາລະນາຮັບຮອງເອົາບັນດາເນື້ອໃນສຳຄັນ….

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ຫ້ອງປະຊຸມຂອງສະພາແຫ່ງຊາດ (ຫຼັກ 6) ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນດັ່ງນີ້: 1). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021. 2). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021. 3). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ. 4). ພິຈາລະນາຮັບຮອງບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021, ...

Read More »

ລັດຖະບານເຫັນໄດ້ຫນີ້ສິນທີ່ຫນັກຫນ່ວງ ແລະ ກາຍເປັນຄວາມສ່ຽງສູງຕໍ່…

ອີງຕາມບົດລາຍງານ ຂອງທ່ານນຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາປີ 2020 ແລະ ທິດທາງແຜນການ ປີ 2021 ໃນກອງປະຊຸມສະໄຫມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII, ໃນຄັ້ງວັນທີ 27 ຕຸລາ 2020 ນີ້ ມີບາງຕອນໃນບົດລາຍງານໃຫ້ຮູ້ວ່າ: ການບໍລິຫານຫນີ້ສິນສາທາລະນະ ລັດຖະບານເຫັນໄດ້ສະພາບຫນີ້ສິນສາທາລະນະຂອງປະເທດໃນປັດຈຸບັນ ມີຄວາມຫນັກຫນ່ວງ ແລະ ກາຍເປັນຄວາມສ່ຽງສູງຕໍ່ຄວາມຫມັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ຈຶ່ງໄດ້ກໍານົດແຜນແກ້ໄຂເປັນສະເພາະຫນ້າ ໄລຍະກາງ ແລະ ໄລຍະຍາວ ຢ່າງຊັດເຈນໂດຍພະຍາຍາມຫຼຸດການຂາດດຸນງົບປະມານລົງແຕ່ລະປີ, ໄດ້ແຍກການຄຸ້ມຄອງຫນີ້ສິນອອກມາຄຸ້ມຄອງສະເພາະ ໂດຍຢຸດຕິການກູ້ຢືມຈາກຕ່າງປະເທດ ມາດຸນດ່ຽງລາຍຈ່າຍງົບປະມານປົກກະຕິ, ການກູ້ຢືມຕ່າງປະເທດສາມາດກູ້ໄດ້ສະເພາະເພື່ອມາຊໍາລະຕົ້ນທຶນເງິນກູ້ຕ່າງປະເທດທີ່ຄົບກໍານົດເທົ່ານັ້ນ, ມາຮອດປັດຈຸບັນ, ລັດຖະບານຍັງສາມາດຊໍາລະຢູ່ໃນເກນປົກກະຕິຂອງຫນີ້ຕ່າງປະເທດ. ການແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດ: ໄດ້ເອົາໃຈໃສ່ການແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດໃນ ພາກປົກກະຕິປະຈໍາປີ 2020, ນອກຈາກນີ້ຍັງໄດ້ສໍາເລັດການຄົ້ນຄວ້າ ວິທີການແກ້ໄຂຫນີ້ສິນ ດ້ວຍຮູບແບບອ່ວາຍຫນີ້ 3 ແຈ ແລະ ການອອກພັນທະບັດ; ໄດ້ປະຕິບັດຜົນຂອງກວດກາຕາມຜົນການກວດສອບ ຊຶ່ງເຫັນໄດ້ວ່າ ມີໂຄງການຕ້ອງຫັກລົບມູນຄ່າຈໍານວນ 180 ໂຄງການ, ມູນຄ່າຫັກລົບ 1.861,59 ຕື້ກີບ ແລະ ...

Read More »

ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການຈັດງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ…

ຕອນແລງວັນທີ 26 ຕຸລາ 2020, ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດ “ງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ (24 ຕຸລາ 1945 – 24 ຕຸລາ 2020)” ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ (Ms. Sara Sekkenes), ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. ເຂົ້າຮ່ວມງານດັ່ງກ່າວ, ມີການນໍາຂັ້ນສູງຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການເຄື່ອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫຼາຍກວ່າ 250 ທ່ານ. ...

Read More »

ສະພາແຫ່ງຊາດສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 45 ປີ…

ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ (2/12/1975-2/12/2020) ໄດ້ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນ ໃນວັນທີ 26 ຕຸລາ 2020 ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ບັນດາຜູ້ນຳ ພັກ, ລັດ, ອະດີດການນຳຂັ້ນສູງ, ບັນດາຄະນະປະຈຳສະພາແຫ່ງຊາດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານປະຕິວັດອາວຸໂສ, ພ້ອມແຂກຖືກເຊີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບ 45 ປີ ແຫ່ງການເຕີມໃຫຍ່ຂະຫຍາຍຕົວຂອງສະພາແຫ່່ງຊາດ, ໂດຍມີບາງຕອນໃຫ້ຮູ້ວ່າ: ສະພາແຫ່ງຊາດ ແມ່ນອົງການນິຕິບັນຍັດ ມີອຳນາດສູງສຸດ ໃນລະບົບອຳນາດແຫ່ງລັດ ຕາມລັດຖະທຳມະນູນ ແລະ ກົດໝາຍ, ໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບການສະຖາປະນາ ສປປ ລາວ ...

Read More »

ຄະນະປະຈຳ ສະພາແຫ່ງຊາດ ວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ…

ໃນວັນທີ 26 ຕຸລາ 2020, ຄະນະປະຈຳສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດຄົບ ຮອບ 45 ປີ. ການວາງພວງມະລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີທີ່ມີນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແຫຼ່ງຂໍ້ມູນ: ປະເທດລາວ

Read More »

PISCCA ມອບທຶນ ໂຄງການ ມູນຄ່າ 1 ຕື້ກວ່າກີບ ຈະຖືກຈັດຕັ້ງປະຕິບັດຢູ່ 3 ແຂວງ…

ພິທີລົງນາມສັນຍາໃນຂອບແຜນງານ “ ກອງທຶນສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຫຼື ເອີ້ນຫຍໍ້ວ່າ ກອງທຶນ PISCCA ” ເຊິ່ງມີ 5 ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ PISCCA ມີມູນຄ່າລວມທັງໝົດ 165.500 ເອີໂຣ ( ປະມານ 1,7 ຕື້ກີບ ) ແລະ ຈະຖືກຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຫົວພັນ ນັບແຕ່ເດືອນພະຈິກ 2020 ຫາ ເດືອນຕຸລາ 2021. ພິທີດັ່ງກ່າວມີຂຶ້ນວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ ໂດຍມີ ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນໄດ້ເຂົ້າຮ່ວມ. ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກ່າວວ່າ: ໄລຍະປີ 2020 – ...

Read More »

ພາກກາງຈະກາຍເປັນເຂດທີ່ທຸກຍາກທີ່ສຸດ ໃນຂະນະພາກໃຕ້ກຳລັງ…

ຄວາມບໍ່ເທົ່າທຽມກັນເພີ່ມຂຶ້ນ ເນື່ອງຈາກການບໍລິໂພກທີ່ເພີ່ມຂຶ້ນ ໃນຂັ້ນຕົ້ນຂອງການແຈກຢາຍ. ຈາກຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020 ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ. ບັນດາແຂວງພາກໃຕ້ ແລະ ພາກເໜືອ ໄດ້ມີຄວາມຄືບໜ້າທີ່ໜ້າປະທັບໃຈກ່ຽວກັບການຫຼຸດຜ່ອນອັດຕາຄວາມທຸກຍາກ. ລະຫວ່າງປີ 2013 ແລະ 2019, ອັດຕາຄວາມທຸກຍາກຫຼຸດລົງໃນທຸກແຂວງພາກໃຕ້ ຍົກເວັ້ນ ແຂວງອັດຕະປື. ໂດຍລວມແລ້ວ, ຄວາມທຸກຍາກໃນແຂວງພາກໃຕ້ຫຼຸດລົງຈາກ 29.9% ໃນປີ 2013 ມາເປັນ 17.7% ໃນປີ 2019, ເຊິ່ງເຮັດໃຫ້ພາກໃຕ້ກາຍເປັນເຂດທີ່ມີອັດຕາຄວາມທຸກຍາກໜ້ອຍທີ່ສຸດ. ຄວາມທຸກຍາກໃນທຸກແຂວງພາກເໜືອກໍຫຼຸດລົງເຊັ່ນກັນ ຍົກເວັ້ນແຂວງ ໄຊຍະບູລີ, ແຂວງບໍ່ແກ້ວ ເປັນແຂວງທີ່ມີອັດຕາທີ່ຫຼຸດລົງຫຼາຍກວ່າໝູ່ໃນໄລຍະດັ່ງກ່າວ. ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5% ເປັນ 21.5%, ເຮັດໃຫ້ເຂດດັ່ງກ່າວເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີກາຍເປັນມີຄວາມທຸກຍາກສູງທີ່ສຸດ. ຄວາມທຸກຍາກຍັງຄົງມີອັດຕາທີ່ສູງໃນບັນດາກຸ່ມຊົນເຜົ່າສ່ວນນ້ອຍ ແລະ ສັງເກດເຫັນວ່າມີອັດຕາຫານຫຼຸດລົງທີ່ຊ້າໃນກຸ່ມຄົວເຮືອນທີ່ຂາດການສຶກສາ. ໃນປີ ...

Read More »

ການຫຼຸດຜ່ອນຄວາມທຸກຍາກ ສປປ ລາວ ມາຈາກປັດໄຈໃນການຂັບເຄື່ອນດ້ານ….

ບົດຄວາມ Catching Up and Falling Behind ຂອງ world bank ສະແດງໃຫ້ເຫັນວ່າ: ສປປ ລາວ ຖືວ່າມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ, ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ. ອັດຕາຄວາມທຸກຍາກແມ່ນຫຼຸດລົງກວ່າເຄິ່ງໜຶ່ງໃນລະຫວ່າງປີ 1993 ແລະ 2019, ຫຼຸດລົງຈາກ 46% ເປັນ 18% ສະທ້ອນໃຫ້ເຫັນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຈໍາປີໂດຍສະເລ່ຍແມ່ນ 7.3 % ໃນໄລຍະດຽວກັນ. ການແຜ່ລະບາດຂອງ ໂຄວິດ-19 ຄາດວ່າຈະເຮັດໃຫ້ເກີດຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນລະຫວ່າງປີ 2013–19 ເຮັດໃຫ້ຂະແໜງການທີ່ບໍ່ແມ່ນກະສິກຳມີການເຕີບໂຕຊ້າລົງ, ບວກກັບການຫຼຸດລົງຂອງກະແສເງິນທີ່ສົ່ງມາຈາກຕ່າງປະເທດ ກໍຄາດວ່າຈະໄດ້ັຮັບຜົນກະທົບໃນທາງລົບຕໍ່ກັບບັນຫາຄວາມທຸກຍາກເຊັ່ນດຽວກັນ. ລາຍຮັບທີ່ເພີ່ມຂຶ້ນຈາກຂະແໜງກະສິກຳ ໄດ້ກາຍເປັນປັດໄຈຂັບເຄື່ອນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ຊຶ່ງນັບແຕ່ປີ 2013, ຄົວເຮືອນທີ່ມີອາຊີບກະສິກຳ ໄດ້ປ່ຽນຈາກການປູກເຂົ້າ ເພື່ອກຸ້ມຢູ່ກຸ້ມກິນ ໄປສູ່ການຜະລິດກາຍເປັນສິນຄ້າ ແລະ ຂະແໜງອຸດສາຫະກຳໄດ້ສ້າງວຽກເຮັດງານທຳໄດ້ໃນລະດັບໜຶ່ງ, ໃນຂະນະທີ່ຂະແໜງການບໍລິການ ແມ່ນຂະຫຍາຍຕົວຢ່າງຊ້າໆ. ການສົ່ງເງິນມາຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຟື້ນຟູບັນຫາການສູນເສຍລາຍຮັບຈາກອາຊີບທີ່ບໍ່ແມ່ນກະສິກຳ ໃນລະຫວ່າງປີ 2013 ແລະ 2019, ເງິນທີ່ໄດ້ຈາກແຮງງານຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງລາຍຮັບສຳຄັນ ປະມານ ...

Read More »