ພິຈາລະນາສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ ພ້ອມ ເຜີຍແຜ່ຄຳແນະນຳ…

ກອງປະຊຸມເຜີຍແຜ່ຄໍາແນະນໍາ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ໄດ້ຈັດຂຶ້ນ ໃນວັນທີ 15 ຕຸລາ 2020 ທີ່ໂຮງແຮມແກຣນວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Frank Tibitanzl ຫົວໜ້າໂຄງການປົກປ້ອງຜູ້ຊົມໃຊ້ GIZ ປະຈຳລາວ, ມີຜູ້ຕາງໜ້າຈາກບັນດາກົມ, ອົງການຕ່າງໆ, ຜູ້ຕາງໜ້າຈາກສະມາຄົມ, ມູນນິທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວາລະໄຊ ເລັ່ງສະຫວັດ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ກ່ຽວກັບດຳລັດວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ ລົງວັນທີ 11 ສິງຫາ 2017 ຄຽງຄູ່ກັບການເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 0707/ອຄ.ກຄພນ ລົງວັນທີ 30 ກໍລະກົດ 2020 ໃຫ້ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ລວມທັງບັນດາສະມາຄົມ ແລະ ມູນນິທິຕ່າງໆໄດ້ຮັບຊາບ,

ໃນດ້ານໜຶ່ງກໍເພື່ອເປັນການສ້າງ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຊ່ວຍໃນການເຜີຍແຜ່ ກ້າວໄປເຖິງການປຸກລະດົມ ແລະ ຊຸກຍູ້ບັນດາສະມາຄົມ, ມູນນິທິ, ຜູ້ຊົງຄຸນວຸດທິ ຫຼື ບຸກຄົນທົ່ວໄປທີ່ມີຄວາມສົນໃຈ ແລະ ມີມາດຖານເງື່ອນໄຂພຽງພໍໄດ້ພິຈາລະນາຄົ້ນຄວ້າສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ຂຶ້ນໃນອະນາຄົດ.

ໃນໂອກາດດັ່ງກ່າວ, ທ່ານ ກໍລິດາ ເລົາທະວົງ ຫົວໜ້າພະແນກຄຸ້ມຄອງອົງການຈັດຕັ້ງສະມາຄົມ ກົມພັດທະນາການບໍລິຫານລັດ ກະຊວງພາຍໃນໄດ້ຂຶ້ນສະເໜີຫຍໍ້ກ່ຽວກັບລະບຽບ ແລະ ການຄຸ້ມຄອງສະມາຄົມ, ນິຕິກຳກ່ຽວກັບການຄຸ້ມຄອງສະມາຄົມ, ບາງເນື້ອໃນສຳຄັນຂອງດຳລັດວ່າດ້ວຍສະມາຄົມ ແລະ ບາງເນື້ອໃນສຳຄັນຂອງຄຳແນະນຳດຳລັດ ວ່າດ້ວຍສະມາຄົມ ວ່າ: ນິຕິກຳກ່ຽວກັບການຄຸ້ມຄອງສະມາຄົມ ມີດຳລັດວ່າດ້ວຍສະມາຄົມ 238/ລບ ລົງວັນທີ 11 ສິງຫາ 2007, ຂໍ້ແນະນຳຂອງກະຊວງການຕ່າງປະເທດ, ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດດຳລັດວ່າດ້ວຍສະມາຄົມ ແລະ ຄູ່ມືກ່ຽວກັບການສ້າງຕັ້ງສະມາຄົມ ແລະ ແບບຟອມຕ່າງໆ

ແລະ ດຳລັດວ່າດ້ວຍສະມາຄົມ ປະກອບມີ 16 ໝວດ ແລະ 81 ມາດຕາ. ທີ່ປະຊຸມຍັງໄດ້ແລກປ່ຽນ ຄວາມຄິດແລກປ່ຽນບົດຮຽນ ແລະ ປະສົບການໃນການສ້າງຕັ້ງສະມາຄົມຕ່າງໆໃນໄລຍະຜ່ານມາ ເພື່ອເປັນການກະຕຸກຊຸກຍູ້ອຳນວຍຄວາມສະດວກ ແລະ ສົ່ງເສີມການສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ໃຫ້ເປັນຮູບປະທໍາໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ເສດຖະກີດ-ການຄ້າ

Comments