ປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ…

ວັນທີ 15 ຕຸລາ 2020 ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25 ປີ (25 ຕຸລາ 1995-25 ຕຸລາ 2020), ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໃຫ້ກຽດບັນຍາຍໂດຍ ທ່ານ ຊິນ ຊັງຊູນ, ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ກ່າວເປີດພິທີໂດຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ. ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ມິີ ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ, ນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມລວມທັງໝົດຫຼາຍກວ່າ 150 ທ່ານ.

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25  ປີ – Lao National Radio

ໃນຄຳເຫັນກ່າວເປີດຂອງ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ສາຍພົວພັນຮ່ວມມືອັນດີງາມທີ່ມີມາຍາວນານ ຕະຫຼອດໄລຍະ 25 ປີ ຜ່ານມາ ລະຫວ່າງ ສອງລັດຖະບານ ກໍ່ຄືພາກເອກະຊົນ ແລະ ປະຊາຊົນສອງຊາດລາວ-ສ.ເກົາຫລີ. ສປປ ລາວ-ສ.ເກົາຫລີ ໄດ້ມີການແລກປ່ຽນການຢ້ຽມ ຢາມລະດັບການນຳຂັ້ນສູງ ແລະ ລະດັບຕ່າງໆຂອງທັງສອງປະເທດຢ່າງສະໝໍ່າສະເໝີ, ເຊິ່ງການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງໄດ້ເລີ່ມແຕ່ປີ 1996 ເປັນຕົ້ນມາ.

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25  ປີ – Lao National Radio

ນອກຈາກນີ້ ສ. ເກົາຫຼີ ກໍ່ຍັງເຫັນເຖິງທ່າແຮງ ແລະ ຄວາມສຳຄັນດ້ານການລົງ ທຶນໃນ ສປປ ລາວ. ດັ່ງນັ້ນ, ລັດຖະບານ ສ.ເກົາຫລີ ຈຶ່ງໄດ້ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃຫ້ມາລົງທຶນ ຢູ່ ໃນ ສປປ ລາວ, ລວມມູນຄ່າການລົງທຶນປະມານ 751 ລ້ານໂດລາສະຫະລັດ ໃນນັ້ນລວມມີ 293 ໂຄງການ, ຈຶ່ງເຮັດໃຫ້ ສ.ເກົາຫລີ ຈັດຢູ່ໃນອັນດັບທີ 05 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ນອກຈາກນີ້, ສ.ເກົາ ຫລີ ແລະ ສປປ ລາວ ຍັງມີການຮ່ວມມືທີ່ດີນໍາກັນໃນດ້ານຕ່າງໆ ເຊັ່ນ: ດ້ານການລົງທຶນ, ດ້ານແຮງງານ ແລະ ສະຫວັດດີການ, ດ້ານກະສິກຳ, ດ້ານສາທາລະນະສຸກ, ດ້ານພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາຊົນນະບົດ, ການທ່ອງ ທ່ຽວ ແລະ ອື່ນໆ.

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25  ປີ – Lao National Radio

ໃນໄລຍະການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ-19 ລັດຖະບານ ສ.ເກົາຫຼີ ຍັງໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ທາງດ້ານອຸປະກອນການແພດ, ການຈັດຊຸດຝຶກອົບຮົມ, ຊ່ວຍເຫຼືອຕາມໂຄງການສຸກເສີນ, ຊ່ວຍເຫຼືອອຸປະກອນປ້ອງກັນ ແລະ ອຸປະກອນໃນການກັກກັນໃຫ້ແກ່ລັດຖະບານລາວ ເພື່ອຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19. ໃນພິທີປາຖະກະຖາຄັ້ງນີ້, ທ່ານ ຊິນ ຊ໋ອງ-ຊູນ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນກ່ຽວກັບສາຍພົວ ພັນການທູດ ສປປ ລາວ – ສ. ເກົາຫຼີ ຕະຫຼອດໄລຍະເວລາ 25 ປີ ທີ່ຜ່ານມາ ແລະ ນະໂຍບາຍການຕ່າງປະເທດຂອງ ສ. ເກົາຫຼີ ຕໍ່ ສປປ ລາວ ແລະ ອາຊຽນ, ເຊິ່ງໄດ້ເຮັດໃຫ້ບັນດາຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ຕໍ່ກັບສາຍພົວພັນສອງຝ່າຍ, ບັນຫາພົ້ນເດັ່ນໃນພາກພື້ນແຫຼມເກົາຫຼີ ລວມທັງນະໂຍບາຍການຕ່າງປະເທດຂອງ ສ. ເກົາຫຼີ ອີກດ້ວຍ.

ແຫຼ່ງຂໍ້ມູນ: Lao Youth Radio

Comments