ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້, ພາຍຫລັງທີ່ມີສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ສົນໃຈບັນຫາການແກ້ໄຂຜົນຂອງການກວດກາ ຕາມຜົນຂອງການກວດສອບຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນຮູບປະທໍາໄດ້ມີມາດຕະການແນວໃດ, ຫລັງຈາກເຫັນວ່າ ຂອດແກ້ໄຂໄລຍະຜ່ານມາຍັງບໍ່ທັນເດັດຂາດເຂັ້ມງວດ, ເຊິ່ງສ່ວນຫລາຍມີແຕ່ການເກັບກູ້ຜົນເສຍຫາຍເກັບຄືນໃຫ້ລັດ ແຕ່ການແກ້ໄຂຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ລະເມີດບໍ່ໄດ້ຮັບການແກ້ໄຂຕາມກົດໝາຍ. ທ່ານ ບຸນທອງ ຈິດມະນີ ກ່າວວ່າ: ການກວດກາຕາມຜົນຂອງການກວດສອບນັ້ນ ເປັນວຽກງານທີ່ມີຄວາມສັບສົນຫຍຸ້ງຍາກ ແລະ ຕ້ອງໃຊ້ເວລາໃນການສືບສວນ ຫລື ຊອກຫາຂໍ້ມູນຫລັກຖານ, ເຊິ່ງໃນໄລຍະຜ່ານມາ, ອົງການກວດກາລັດຖະບານ ໄດ້ເອົາໃຈໃສ່ກວດກາເປົ້າໝາຍຕາມຜົນກວດສອບຢ່າງເຂັ້ມງວດ, ສ່ວນການປະຕິບັດນັ້ນ ແມ່ນໄດ້ດໍາເນີນໄປໃນ 2 ວິທີ ຄື: ໄດ້ຮ່ວມກັບອົງການກ່ຽວຂ້ອງລົງເກັບກູ້ຄືນໂດຍກົງໃນພູດທີ່ພົບເຫັນ, ສ່ວນໜີ້ສີນຕ່າງໆ ແລະ ມູນຄ່າໂຄງການ ທີ່ອົງການຈັດຕັ້ງ ຫລື ບໍລິສັດທີ່ລະເມີດ ຫລື ສ້າງຄວາມເສຍຫາຍນັ້ນ ແມ່ນໄດ້ມອບໃຫ້ກະຊວງແຜນການ ແລະ ກະຊວງການເງິນຫັກລົບ ຫລື ລົບລ້າງອອກຈາກບັນຊີໂຄງການ ແລະ ວິທີສອງ ...
Read More »ການເມືອງ
ຕ້ອນຮັັບ ເອກອັກຄະລັດຖະທູດແຫ່ງ ສະຫະພາບເອີຣົບ ຄົນໃໝ່ປະຈໍາ ລາວ….
ໃນວັນທີ 2 ພະຈິກ 2020, ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ Ina MARCICULIONYTE ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ຄົນໃໝ່ ປະຈຳ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈໍາ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານທູດທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນອັນດີລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບຕະຫລອດໄລຍະ 45 ປີ ຜ່ານມາ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ສະຫະພາບເອີຣົບ ທີ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ໃນໄລຍະທີ່ທ່ານທູດມາປະຕິບັດໜ້າທີ່ຢູ່ລາວ ຈະສືບຕໍ່ປະ ກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ມີຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ...
Read More »ປະຊາຊົນລາວ ແລະ ກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ໜ້ານັບຖືໃນການປົກປ້ອງອາຊຽນໄດ້ຕັດສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ…
ພົນລະເມືອງຂອງອາຊຽນ, ໂດຍສະເພາະແມ່ນປະຊາຊົນຂອງປະເທດສະມາຊິກໃໝ່ ຄື ສປປລາວ ແລະ ລາຊະອານາຈັກກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ໜ້ານັບຖືໃນການປົກປ້ອງສະມາຄົມບັນດາປະຊາຊາດ ອາຊີອາຄະເນ (ອາຊຽນ) ໄດ້ຕັດ ສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ ດ້ວຍການສົ່ງທັດສະນະອັນຜິດພາດຂອງຕົນອອກສູ່ໂລກ ໃນການສະເໜີໃຫ້ເອົາ ລາວ ແລະ ກຳປູເຈຍ ອອກຈາກ ອາຊຽນ. ສະພາບແນວນີ້ ຈຶ່ງເກີດມີການຍົກເອົາຫລາຍບັນຫາຂຶ້ນມາຖາມກັນວ່າ ແມ່ນຫຍັງທີ່ພາໃຫ້ ອະດີດນັກການ ທູດ ທູດບິນລາຮາຣີ ກໍສິກັນ ທ່ານນີ້ ຫັນປ່ຽນແນວຄວາມຄິດຂອງຕົນ; ເປັນຫຍັງຜູ້ກ່ຽວ ຈຶ່ງຕັດສິນໃຈເດີນສວນທາງກັນ ກັບ ວິໄສທັດຂອງບິດາຜູ້ກໍ່ຕັ້ງອາຊຽນ ແລະ ປະຊາຊົນຂອງອາຊຽນ; ເປັນຫຍັງຜູ້ກ່ຽວຈຶ່ງຕັດສິນໃຈບໍ່ສືບຕໍ່ຊຸກຍູ້ສົ່ງເສີມ ກົດບັດອາຊຽນ ທີ່ຕົນ ເອງກໍໄດ້ເປັນຜູ້ປະກອບສ່ວນສ້າງດ້ານເນື້ອໃນ; ເປັນຫຍັງຜູ້ກ່ຽວຈຶ່ງທຳລາຍມ້າງຫຼັກການທີ່ວາງໄວ້ຢູ່ໃນ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນອາຊີ ອາຄະເນ ແລະ ເປັນຫຍັງຜູ້ກ່ຽວຈຶ່ງບໍ່ເລືອກຂຽນບົດກ່ຽວກັບວາລະອັນຮີບດ່ວນ ເພື່ອການຊ່ວຍຊຸກຍູ້ພາກພື້ນນີ້ ໂດຍສະເພາະໃນເວລາທີ່ຜູ້ນຳ, ລັດຖະບານ ແລະ ປະຊາຊົນອາຊຽນພວມມີຄວາມພະຍາຍາມຮ່ວມກັນຜ່ານຜ່າຜົນກະທົບຂອງການແພ່ລະບາດຢ່າງຮ້າຍແຮງຂອງ ຄວິດ-19, ແລ້ວພາກັນກ້າວໄປສູ່ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ. ໃນເວລານີ້, ພວກເຮົາ ບັນດານັກການທູດບຳນານຂອງ ສປປລາວ ໄດ້ຂຽນຈົດໝາຍເປີດຊອງ ສະບັບນີ້ຂຶ້ນ ...
Read More »ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນການແກ້ໄຂຜົນກວດສອບການລະເມີດວິໄນແຜນການ-ການເງິນ…
ຜ່ານການກວດສອບ ເຫັນວ່າໂຄງການນອກແຜນ, ໂຄງການລົງທຶນກ່ອນ ແລະ ໂຄງການບໍ່ໄດ້ປະເມີນມີທ່າອ່ຽງຫຼຸດລົງຢ່າງຈະແຈ້ງ ຂະນະທີ່ໜີ້ຕ້ອງຮັບ ຂອງບາງຂະແໜງການແກ້ໄຂຍາກ. ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIIII ພາຍໃຕ້ການ ເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ ດ້ຂຶ້ນຊີ້ແຈງຕໍ່ບັນດາຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ວ່າການແກ້ໄຂຜົນຂອງຜົນການກວດສອບທີ່ເປັນບັນຫາອັນພົ້ນເດັ່ນ ແລະ ສັງຄົມໃຫ້ຄວາມສົນໃຈວ່າ ເປັນຫຍັງບໍ່ໃສ່ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນແຜນການການເງິນ ຊຶ່ງບັນຫາດັ່ງກ່າວນັ້ນ ມີສາຍພົວພັນຢ່າງສັດຈະວິພາກ ອົງການທີ່ລະເມີດເປັນອົງການຈັດຕັ້ງຂອງລັດ, ສະນັ້ນ, ບັນຫາຕ່າງໆ ຈະກ່ຽວພັນເຖິງພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ. ອົງການກວດສອບແຫ່ງລັດ ຈະບໍ່ມີສິດພິເສດໃນການຈະລົງໂທດ ຫຼື ລົງວິໄນພະນັກງານຜູ້ໃດຜູ້ໜຶ່ງ ທີ່ບໍ່ໄດ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ. ຜ່ານການດຳເນີນການກວດສອບຕາມພາລະບົດບາດ ແລະ ສິດໜ້າທີ່ຂອງອົງການກວດສອບແຫ່ງລັດຂໍຢັ້ງຢືນວ່າ: ການແກ້ໄຂຜົນຂອງການກວດສອບ ຊຶ່ງທາງລັດຖະບານ ກໍຄືບັນດາກະຊວງ, ຂະແໜງການຕ່າງໆ ແມ່ນໄດ້ມີຄວາມເອົາໃຈໃສ່ເປັນພິເສດ ແລະ ເຫັນໄດ້ຊັດເຈນວ່າມີທ່ວງທ່າທີ່ດີຂຶ້ນ ເປັນຕົ້ນ ການລະເມີດວິໄນແຜນການ-ການເງິນ ເຫັນວ່າໂຄງການນອກແຜນ, ໂຄງການລົງທຶນກ່ອນ, ...
Read More »ປະຊາຊົນທົ່ວໂລກເກືອບ 700 ລ້ານຄົນ ຂາດສານອາຫານ ແລະ 130 ລ້ານຄົນ…
ທ່ານ ລິນຄຳ ດວງສະ ຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ກ່າວມີຄຳເຫັນໃນງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2020ວ່າ: ຄວາມທຸກຍາກ ແລະ ຄວາມອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກເປັນເວລາຫຼາຍສະຕະວັດ. ຕະຫຼອດໄລຍະຜ່ານມາໂລກ ຂອງ ພວກ ເຮົາໄດ້ພົບບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆເຊັ່ນ: ການປ່ຽນແປງດ້ານດິນ ຟ້າອາກາດຂອງໂລກພາໃຫ້ ເກີດໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດ ໂຄວິດ-19 ທີ່ກຳລັງຄຸກຄາມທົ່ວໂລກ ໄດ້ສືບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນເກືອບ 700 ລ້ານຄົນ ຂາດສານອາຫານ ແລະ ຄາດຄະເນວ່າປະຊາຊົນຕື່ມອີກ 130 ລ້ານຄົນໃນທົ່ວໂລກ ອາດປະສົບກັບຄວາມອຶດຫິວ ຍ້ອນໂລກລະບາດດັ່ງກ່າວ. ປະກົດການດັ່ງກ່າວ ໄດ້ເປັນການເພີ່ມທະວີໃຫ້ມີຄວາມທຸກຍາກ ແລະ ໄພອຶດຫິວຫຼາຍຂຶ້ນ. ດັ່ງນັ້ນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດໄດ້ກຳນົດເອົາວັນທີ 16 ຕຸລາຂອງທຸກໆປີເປັນວັນອາຫານໂລກ ຊຶ່ງເລີ່ມແຕ່ປີ 1980 ແລະ ຕໍ່ມາສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 17 ຕຸລາເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ໂດຍເລີ່ມແຕ່ ...
Read More »ສທໝຊ ເລືອກຄະນະບໍລິຫານງານ ສະມາຄົມຊຸດໃໝ່….
ວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໝຸ່ມ ແຫ່ງຊາດລາວ (ສທໜຊ) ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ພາຍໃຕ້ການເປັນປະທານຂອງ ທ່ານ ຄຳແສນ ສີສະວົງ ປະທານສທໜຊ, ມີ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງໄດ້ເລືອກຄະນະບໍລິຫານສະມາຄົມຊຸດໃໝ່ ຈຳນວນ 43 ທ່ານ, ໃນກອງປະຊຸມໄດ້ຕີລາຄາຄືນຢ່າງຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ ແລະ ຈັດຕັ້ງປະຕິບັດວຽກງານທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ III ສທໜຊ, ຍົກໃຫ້ເຫັນຜົນສໍາເລັດ, ສິ່ງທີ່ຄົງຄ້າງພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອນໍາໄປປັບປຸງໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍ່ກໍານົດທິດທາງ, ຄາດໝາຍສູ້ຊົນໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍແນວທາງພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນແຜນວຽກລະອຽດແຕ່ລະໄລຍະ. ທັງນີ້, ກໍເພື່ອປັບປຸງພາຍໃນຄະນະບໍລິຫານງານ ສທໜຊ ໃຫ້ມີຄວາມເຂັ້ມແຂງຮອບດ້ານໃນເງື່ອນໄຂໃໝ່ ເແຫ່ງການເຊື່ອມໂຍງສາກົນ ແລະ ພາກພື້ນ. ...
Read More »ແຕ່ງຕັ້ງລັດຖະມົນຕີກະຊວງ ກປ ພ້ອມຫົວໜ້າຫ້ອງວ່າການ ສນຍ ແລະ ກະຊວງພາຍໃນຜູ້ໃໝ່…
ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 30 ຕຸລາ 2020 ສະມາຊິກສະພາແຫ່ງຊາດພ້ອມກັນພິຈາລະນາຮັບຮອງການແຕ່ງຕັ້ງ ແລະ ຍົກຍ້າຍບຸກຄະລາກອນຂອງລັດຖະບານ ບາງຕໍາແໜ່ງຕາມການສະເໜີຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ. ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນພິຈາລະນາ ຕາມການສະເຫນີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂອງລັດຖະບານ, ໂດຍໄດ້ສະເໜີການຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຍົກຍ້າຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້. ສໍາລັບການແຕ່ງຕັ້ງບຸກຄະລາກອນ ອີງຕາມການສະໜີ ຂອງນາຍົກລັດຖະມົນຕີ ໄດ້ສະເໜີ ແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ເປັນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະເໜີແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນເປັນ ...
Read More »ກອງທຶນສົ່ງເສີມ SME ປ່ອຍກູ້ສະເພາະຫົວໜ່ວຍທຸລະກິດເທົ່ານັ້ນ…
ກອງທຶນສົ່ງເສີມ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຈະປ່ອຍກູ້ໃຫ້ສະເພາະແຕ່ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ ເພື່ອສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນໃນເວທີພາກພື້ນ ແລະ ສາກົນໄດ້. ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນບ່າຍຂອງວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ສຳລັບກອງທຶນສົ່ງເສີມ ແລະ ພັດທະນາ SME ມີເງິນທຶນປະມານ 200 ຕື້ກີບ ທີ່ປະກອບສ່ວນສົ່ງເສີມ ແລະ ພັດທະນາ SME ຄຽງຄູ່ໄປກັບການປ່ອຍກູ້ຂອງບັນດາທະນາຄານຢູ່ປະເທດເຮົາ ທີ່ມີກວ່າ 20.000 ຕື້ກີບ. ກອງທຶນ SME ຈະແຕກຕ່າງຈາກກອງທຶນອື່ນໆ ໂດຍຈະປ່ອຍກູ້ໃຫ້ສະເພາະຫົວໜ່ວຍທຸລະກິດເທົ່າທີ່ມີເງື່ອນໄຂເທົ່ານັ້ນ ໂດຍຜ່ານທະນາຄານ ...
Read More »ຊີ້ແຈງຕໍ່ຄຳຊັກຖາມໃນການຄິດໄລ່ GDP ຂອງລາວ ອີງໃສ່ຕາມຫຼັກການສາກົນ…
ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໂດຍໄດ້ອະທິບາຍ ກ່ຽວກັບວິທີ, ຫຼັກການ ແລະ ສູດການຄິດໄລ່ ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງ ສປປ ລາວ ແມ່ນໃຊ້ສູດຄິດໄລ່ຕາມຫຼັກການສາກົນ ໂດຍອີງໃສ່ 3 ພາກສ່ວນຫຼັກ. ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ. ໂດຍອີງໃສ່ ດ້ານກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຍັງມີພາສີນຳເຂົ້າທີ່ມີສ່ວນປະກອບເຖິງ 10% ໃນປີ 2020 ແມ່ນເອົາລວມຍອດການຜະລິດທີ່ເກີດຂຶ້ນ ມາລົບ ກັບການຊົມໃຊ້ ແລະ ຂອດລະຫວ່າງກາງ ອອກມາເປັນສຸດທິຂອງການຜະລິດ. ສ່ວນການຜະລິດທີ່ເກີດຂຶ້ນ ແມ່ນເອົາ ຈາກໂຄງປະກອບຂອງເສດຖະກິດຂອງລາວທີ່ມີ 3 ພາກສ່ວນຂະແໜງການຄື: 1). ກະສິກຳ ທີ່ອີງໃສ່ 4 ອັນຫຼັກ (ປູກຝັງ, ລ້ຽງສັດ, ...
Read More »ໜີ້ເສຍ (NPL) ປີ 2020 ຢູ່ທີ 3,17% ເພີ່ມຂຶ້ນ ເນື່ອງຈາກໄພພິບັດ ແລະ ການລະບາດຂອງໂຄວິດ-19…
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ ສສຊ ວ່າ: ບັນຫາໜີ້ເສຍ ຫຼື ໜີ້ທີ່ບໍ່ເກີດດອກອອກຜົນ (NPL) ຊຶ່ງຕາມສະຖິຕິ ໂຕເລກ NPL ປີ 2017 ຢູ່ 3,07%, ປີ 2018 ຢູ່ 3,12%, ປີ 2019 ຢູ່ 3,04% ແລະ ໃນ 9 ເດືອນຂອງປີ 2020 ນີ້ ຢູ່ທີ່ 3,17% ຖ້າທຽບໃສ່ປີ 2019 ແມ່ນເພີ່ມຂຶ້ນ ແຕ່ກໍເນື່ອງຈາກວ່າເກີດມີໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດຫຼາຍອັນປະສົບບັນຫາ. ເຖິງແນວໃດກໍຕາມ, ພວກເຮົາຍັງຊອກວິທີການແກ້ໄຂຊ່ວຍປະຊາຊົນ ກໍຄືຜູ້ກູ້ຢືມ. ໜີ້ NPL ...
Read More »