ການເມືອງ

ກິດຈະການຮ້ານກິນດື່ມ – ບັນເທີງ ຍັງມີຫຼາຍບັນຫາທີ່ແກ້ບໍ່ຕົກ…….

ໄລຍະຜ່ານມາເກີດມີສຽງວິພາກວິຈານບໍ່ໜ້ອຍ ຕໍ່ຫຼາຍບັນຫາທີ່ເກີດຂຶ້ນໃນຮ້ານກິນດື່ມ, ຮ້ານບັນເທີງ ທີ່ຕ້ອງການການແກ້ໄຂຈາກພາກສ່ວນກ່ຽວຂ້ອງ ໂດຍສະເພາະການເຮັດຜິດກົດລະບຽບ ອັນກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ສົ່ງຜົນກະທົບທາງລົບ. ທ່ານ ສົມພູ ດວງສະຫວັນ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ຂຶ້ນລາຍງານກ່ຽວກັບຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 2 ພະຈິກ 2020 ວ່າ: ອີງຕາມສະຖິຕິການທ່ອງທ່ຽວປີ 2019, ຂະແໜງການທີ່ກ່ຽວຂ້ອງ ໄດ້ອະນຸຍາດໃຫ້ຜູ້ປະກອບການດໍາເນີນທຸລະກິດປະເພດຮ້ານກິນດື່ມ, ຮ້ານບັນເທີງ ມີທັງໝົດ 2.925 ຮ້ານ, ໃນນັ້ນ ຮ້ານກິນດື່ມ 2.679 ຮ້ານ, ຮ້ານບັນເທີງ 246 ຮ້ານ; ມາຮອດປັດຈຸບັນ ຈໍານວນຮ້ານກິນດື່ມມີທັງໝົດ 3.885 ຮ້ານ, ຮ້ານບັນເທີງ ມີ 244 ຮ້ານ; ຮ້ານສ່ວນຫຼວງຫຼາຍແມ່ນຕັ້ງຢູ່ຕາມຕົວເມືອງໃຫຍ່ຂອງບັນດາແຂວງ, ນະຄອນຫຼວງ ແລະ ຕິດພັນກັບແຫຼ່ງທ່ອງທ່ຽວ ເຊິ່ງເຫັນວ່າຮ້ານກິນດື່ມຫຼາຍກວ່າໝູ່ແມ່ນຢູ່ແຂວງຫຼວງພະບາງ ມີ 311 ຮ້ານ, ໜ້ອຍກວ່າໝູ່ແມ່ນເຊກອງ ມີ ...

Read More »

ທາບທາມບຸກຄະລາກອນ ຮອບທີ I ຂອງກະຊວງ ຖວທ……

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບ ທາມບຸກຄະລາກອນຂຶ້ນ ໃນວັນທີ 5 ພະຈິກ 2020, ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຮອບທີ I, ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ຖວທ, ມີບັນດາຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ. ສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນຜ່ານມາດຕະຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກະຊວງຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງຄະແນນສຽງທາບທາມ ໄດ້ເຂົ້າໃຈມາດຖານເງື່ອນໄຂ ຂອງບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ ແມ່ນເຫດການການເມືອງທີ່ສຳຄັນຂອງພັກ ເຊິ່ງເປັນການຍົກສູງບົດບາດຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເປັນໜຶ່ງໃນບັນດາການເລັ່ງທວງອັນຮີບດ່ວນ ທັງເປັນໜ້າທີ່ແຖວໜ້າ ແລະ ເປັນໜ້າທີ່ໃຈກາງຂອງວຽກງານການປັບປຸງການຈັດຕັ້ງພັກ, ກົງຈັກການຈັດຕັ້ງລັດ ແລະ ບຸກຄະລາກອນ. ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ...

Read More »

ສະພາ ສະເໜີ ໄອຍະການ-ສານປະຊາຊົນສູງສຸດ ເອົາໃຈໃສ່ແກ້ໄຂບັນຫາທີ່ປະຕິບັດບໍ່ທັນໄດ້….

ວາລະດຳເນີນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພະຈິກ 2020; ທ່ານນາງ ບົວຄຳ ທິບພະວົງ ປະທານກຳມະທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການຈຸດສຸມ ປີ 2021 ຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນສູງສຸດ. ໂດຍລວມແລ້ວຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ, ຜົນສຳເລັດການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໃນໄລຍະຜ່ານມາ ແຕ່ຍັງມີບາງບັນຫາທີ່ເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊັກຊ້າ ແລະ ບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນ ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ການຖະແຫລງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນບໍ່ທັນບັນລຸຄາດໝາຍຕາມທີ່ໄດ້ກໍານົດໄວ້ 97% ຂອງແຜນການ ປີ 2020, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ບໍ່ທັນເປັນປົກກະຕິຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາ ການຕັດສິນຄະດີ ໃນທີ່ປະຊຸມສານ ຂອງພະນັກງານໄອຍະການປະຊາຊົນ ຂັ້ນຕ່າງໆ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະເໜີຄັດຄ້ານ. ການຊັດມ້ຽນຄະດີຈໍານວນໜຶ່ງ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ...

Read More »

ອົງຄະນະພັກກະຊວງການຕ່າງປະເທດ ໄຂກອງປະຊຸມໃຫຍ່ ຄັ້ງທີ IV….

ກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ພະຈິກ 2020, ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ນະ ຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຜ່ານບົດລາຍງານການເມືອງ ເພື່ອສະຫລຸບຕີລາຄາຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງ ປະເທດ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ ຄະນະພັກ-ຄະນະນໍາກະຊວງການຕ່າງ ປະເທດ ໄດ້ເດັດດ່ຽວເສີມຂະຫຍາຍ ມູນເຊື້ອປະຕິວັດ ແລະ ເຊີດຊູຄວາມຮັບຜິດຊອບ ...

Read More »

ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນການຂັບເຄື່ອນດ້ານເສດຖະກິດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້….

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 4 ພະຈິກ 2020 ທີ່ໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ດ້ວຍຄະແນນສຽງສ່ວນຫລາຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ກອງປະຊຸມ ສະເໜີໃຫ້ລັດຖະບານໃຫ້ສືບຕໍ່ເອົາໃຈໃສ່ມາດຕະການເພີ່ມຕື່ມ ເປັນຕົ້ນແມ່ນ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການລະອຽດຂອງບັນດາຂະແໜງການ ເພື່ອຫັນວິກິດໃຫ້ເປັນໂອກາດ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຮັບປະກັນການບັນລຸອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ທີ່ກໍານົດໄວ້ໃນແຜນການ, ທັງສືບຕໍ່ເອົາໃຈໃສ່ຕິດຕາມກວດກາວຽກງານດ້ານເງິນຕາ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ບໍ່ສ້າງແຮງກົດດັນຕໍ່ລະດັບລາຄາ ກໍຄືອັດຕາເງິນເຟີ້, ລວມທັງຍົກສູງຄຸນນະພາບຂອງສິນເຊື່ອ ເພື່ອຮັບປະກັນໃຫ້ອັດຕາສ່ວນໜີ້ເກີດດອກອອກຜົນຢູ່ໃນກອບທີ່ສະພາແຫ່ງຊາດຮັບຮອງ. ນອກຈາກນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນຂອງລັດແຕ່ລະປະເພດ ໃຫ້ສອດຄ່ອງຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ຈັດສັນງົບປະມານໃສ່ບັນດາໂຄງການທີ່ມີຄວາມສຳຄັນ ແລະ ຈຳເປັນ, ເພີ່ມທະວີການຈັດຕັ້ງປະຕິບັດແຜນງົບ, ໂຄງການ, ໜ້າວຽກ ...

Read More »

ສະພາແຫ່ງຊາດ ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ…

ໃນວັນທີ 4 ພະຈິກ 2020, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ດ້ວຍຄະແນນສຽງສ່ວນຫລາຍ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍລັດຖະບານທີ່ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ຫຍຸ້ງຍາກ ແລະ ຄາດຄະເນໄດ້ຍາກ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບຈາກໄພພິບັດທໍາມະຊາດ ເຮັດໃຫ້ປະເທດເຮົາພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ, ແຕ່ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ສຸມທຸກຄວາມພະຍາຍາມໃນຊີ້ນຳ-ນຳພາບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາປະຈຳປີ 2020, ຊຶ່ງຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງຕະຫລອດ 9 ...

Read More »

ສະຖານທູດຈີນ ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຂອງລາວ….

ໃນຕອນເຊົ້າ ຂອງວັນທີ 4 ພະຈິກ 2020 ຢູ່ອົງການກາແດງລາວ ນະຄອນຫລວງວຽງຈັນ, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຕ້ອນຮັບ ທ່ານ Jiang zaidong ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ລາຍງານຫຍໍ້ສະພາບການດ້ານວຽກງານຂອງສາທາລະນະສຸກໃນທົ່ວປະເທດລາວ ໃນນີ້, ມີວຽກງານການຕ້ານໄພພິບັດ, ການປັງປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໜ່ວຍງານກູ້ໄພ ຊຶ່ງໄລຍະຜ່ານມາລັດຖະບານຈີນ ກໍຄື ປະຊາຊົນຈີນ ກໍໄດ້ໃຫ້ການຊ່ວຍເຫລືອຕະຫຼອດມາ. ໂອກາດທີ່ເຂົ້າຢ້ຽມຢາມໃນຄັ້ງນີ້ ທ່ານ Jiang zaidong ໄດ້ນຳເອົາເງິນຈຳນວນ 5 ພັນໂດລາສະຫະລັດ ມອບໃຫ້ອົງການກາ ແດງລາວ ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ທີ່ໄພພິບັດນ້ຳຖ້ວມອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ເປັນຕົ້ນ ເນື້ອທີ່ທຳການຜະລິດ, ເຮືອນຊານບ້ານຊ່ອງ, ສັດລ້ຽງ ແລະ ໄຮ່ນາ, ຮົ້ວສວນ ຂອງປະຊາຊົນ ຖືກນ້ຳຖ້ວມ, ນ້ຳຊຸ ...

Read More »

ສະພາ ຮັບຮອງແຜນຜັງລວມຕົວເມືອງ ນວ ຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ….

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 3 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີລາຍງານກ່ຽວກັບການຄົ້ນຄວ້າ ແລະ ປັບປຸງແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ສະບັບທີ III ໂດຍໄດ້ລາຍງານກ່ຽວກັບຄວາມເປັນມາຂອງການສ້າງແຜນຜັງລວມຕົວເມືອງ ນວ; ການປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງຕົວເມືອງ ສະບັບທີ I ແລະ II ວ່າ: ແຜນຜັງລວມຕົວເມືອງ ນວ ສະບັບທີ I ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1991 ໂດຍ ມີເນື້ອທີ່ວາງແຜນ 9.300 ເຮັກຕາ ກວມເອົາ 100 ບ້ານ ຢູ່ໃນ 4 ຕົວເມືອງຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ. ສ່ວນແຜນຜັງລວມຕົວເມືອງ ...

Read More »

ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ 2 ເມືອງ…

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ 2 ຈຸດຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໃຫ້ກຽດເຂົ້າຮ່ວມທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ. ສໍາລັບຈຸດທີໜຶ່ງ: ທ່ານ ພັອ. ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນ ໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບຄົວ, 15.493 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດນໍ້າຖ້ວມ 5.416,25 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ ...

Read More »

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ ທ່ານທູດ ໃນໂອກາດເຂົ້າຢ້ຽມອໍາລາ….

ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊິນຊອງຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນປະເທດ ໃນເດືອນພະຈິກ 2020 ນີ້. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຊິນຊອງຊຸນ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 2 ປີ 8 ເດືອນ ໂດຍສະເພາະແມ່ນການປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃນໄລຍະຜ່ານມາ. ...

Read More »