ການເມືອງ

ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ເຫັນດີສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ….

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນ ແລະ ໂຄງການພາຍໃຕ້ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ໄລຍະ 2016-2020. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ ຄືການຟື້ນຟູລະບົບເສດຖະກິດຫລັງໂຄວິດ-19; ໃນນີ້, ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ຕໍ່ການປະກອບຊ່ວຍເຫລືອ ເຂົ້າໃນກອງທຶນອາຊຽນຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ; ພິເສດ, ແມ່ນການປະກອບສ່ວນທຶນມູນຄ່າ 50 ລ້ານໂດລາສະຫະລັດ ເຂົ້າໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນ ຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ, ເຊິ່ງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງນີ້, ໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ. ໃນກອງປະຊຸມ ທັງສອງຝ່າຍຍັງໄດ້ເຫັນດີຮ່ວມກັນ ໃນການສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ໂດຍຜ່ານຂໍ້ລິເລິ່ມເພື່ອການເຊື່ອມໂຍງອາຊຽນ ກໍຄືການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການບໍລິການ ລວມທັງການເຂົ້າເຖິງແຫລ່ງທຶນ ສໍາລັບຈຸລະວິສາຫະກິດ ແລະ ...

Read More »

ລາວ-ອິນເດຍ ຫາລືຄວາມເປັນໄປໄດ້ສົ່ງຊ່ຽວຊານສິດສອນດ້ານສິລະປະພື້ນເມືອງ……

ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ລັດຖະມົນຕີ ກະຊວງຖະແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວທ) ໄດ້​ຕ້ອນຮັບ ທ່ານ ດິນ​ກ່າ ອາ​ສ​ທາ​ນ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະຈຳ​ລາວ ເຂົ້າ​ຢ້ຽມ​ຂໍ່ານັບ ເມື່ອ​ວັນ​ທີ 11 ພະຈິກ ທີ່​ກະຊວງ​ດັ່ງກ່າວ​ເພື່ອ​ປຶກສາ​ຫາລື​ວຽກ​ງານ​ຮ່ວມ​ມື​ດ້ານ​ສິລະ​ປະ. ໃນ​ໂອກາດ​ດັ່ງກ່າວ ທ່ານລັດຖະມົນຕີ ກໍໄດ້​ກ່າວ​ສະແດງ​ຄວາມ​ຊົມເຊີຍ ແລະ ຍິນດີ​ຕ້ອນຮັບທ່ານທູດ ໃນ​ການ​ມາ​ປະຕິບັດ​ໜ້າ​ທີ່ການ​ທູດ​ປະຈຳ​ລາວ ຊຶ່ງ​ຕະຫຼອດ​ປະຕິບັດ​ໜ້າທີ່ທ່ານ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນການ​ຮ່ວມ​ມື ແລະ ຊ່ວຍເຫຼືອຊຶ່ງ​ກັນ ແລະ ກັນ ລະຫວ່າງ ລາວ​-​ອິນ​ເດຍ ເວົ້າ​ລວມ​ ເວົ້າ​ສະເພາະ​ກໍ​ຄື​ໃນ​ຂົງເຂດວັດທະນະທຳ​ສອງປະເທດທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຍິ່ງໆ​ຂຶ້ນ. ໃນ​ນັ້ນ ທ່ານລັດຖະມົນຕີ ແລະ ທ່ານທູດ ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ນຳ​ສົ່ງ​ຊ່ຽວຊານ​ດ້ານ​ການ​ເຕັ້ນ​ລຳ​ພື້ນເມືອງ​ແບບ​ອິນ​ເດຍ​ ເພື່ອ​ມາ​ສິດສອນ​ນັກຮຽນ​ຢູ່​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ​ລາວ ໂດຍ​ພາຍ​ໃຕ້​ທຶນ​ຂອງ​ສະພາ​ເພື່ອ​ຄວາມ​ສຳພັນ​ດ້ານ​ວັດທະນະທຳ​ອິນ​ເດຍ. ທ່ານທູດ ກໍໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ທ່ານລັດຖະມົນຕີ ທີ່​ໄດ້​ໃຫ້ການ​ຮ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ຈະ​ສືບຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ດີ ລະຫວ່າງ ອິນ​ເດ​ຍ-​ລາວ, ລາວ​-​ອິນ​ເດ​ຍ ​ໃຫ້​ແຕກ​ດອກ​ອອກ​ຜົນ​ຢ່າງ​ແທ້​ຈິງ. ແຫຼ່ງຂໍ້ມູນ: ປະຊາຊົນ

Read More »

ນາຍົກ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ສ ເກົາຫຼີ ແລະ ຍີ່ປຸ່ນ ….

ວັນ​ທີ 13 ພະຈິກ 2020 ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2 ແລະ ກອງ​ປະຊຸມ​ສຸດ​ຍອດ ແມ່​ນໍ້າ​ຂອງ​-​ຍີ່ປຸ່ນ ຄັ້ງ​ທີ 12 (​ກອງ​ປະຊຸມ​ທາງໄກ). ກອງ​ປະຊຸມ​ດັ່ງກ່າວ​ຈະ​ໄດ້​ທົບ​ທວນຄືນ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ 1 ປີ ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ ໂດຍ​ສຸມ​ໃສ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​-​ສັງຄົມ ຈາກ​ຜົນ​ກະທົບ​ຂອງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ໃນ​ນີ້ ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2 ຈະ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດທະສາດ​ເພື່ອ​ປະຊາຊົນ, ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ ສັນຕິ​ພາບ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຈະ​ຮັບຮອງ​ເອົາ​ຖະແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2. ຂອບ​ການ​ຮ່ວມ​ມື​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ໄດ້​ຖືກ​ສ້າງຕັ້ງ​ຂຶ້ນ​ໃນ​ປີ 2011 ໂດຍ​ປະກອບ​ມີ 6 ປະເທດ​ສະມາຊິກ ຄື: ສປປ ລາວ, ກໍາ​ປູ​ເຈຍ, ມຽນ​ມາ, ໄທ, ຫວຽດນາມ ແລະ ສ ເກົາຫຼີ ...

Read More »

ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ…

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ,ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມືລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່; ຫລັງຈາກນັ້ນ ບັນດາ ສະມາຊິກສະພາແຫ່ງຊາດ ສສຊ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ສະບັບດັ່ງກ່າວ, ຕາມຄຳຖາມເຈາະຈິ້ມຂອງປະທານກອງປະຊຸມ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງທ່ານ ສະເໜີ ໃຫ້ມີການປັບປຸງບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ, ສອດຄ່ອງ, ຮັດກຸມ ເທົ່າທີ່ຄວນ. ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ຖືກຕ້ອງຕາມແນວທາງທີ່ພັກ-ລັດ ວາງອອກ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ໃຫ້ເກີດຜົນປະໂຫຍດສູງສຸດ. ທ່ານ ພົທ ວິໄລ ຫລ້າຄຳຟອງ ໄດ້ຍົກໃຫ້ເຫັນຄວາມເປັນມາ, ຄວາມສຳຄັນ, ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງຮ່າງກົດໝາຍສະບັບນີ້, ...

Read More »

ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ….

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳເຫັນເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊີ່ງເປັນຮ່າງກົດໝາຍສ້າງຂຶ້ນໃໝ່, ປະກອບມີ 14ພາກ, 19 ໝວດ, 103 ມາດຕາສະເໜີໂດຍ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ. ທ່ານ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ຍົກໃຫ້ເຫັນວ່າ: ການສຶກສາຊັ້ນສູງຢູ່ປະເທດເຮົາ ໄດ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງໄວວາ ບັນດາດໍາລັດ ແລະຂໍ້ຕົກລົງໄຍະຜ່ານມາ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງການຈັດຕັ້ງ ແລະການເຄື່ອນໄຫວຂອງວຽກງານການສຶກສາຊັ້ນສູງ. ຮອດປີ 2015 ຈຶ່ງໄດ້ມີດໍາລັດວ່າດ້ວຍການສຶກສາຊັ້ນສູງໂດຍມີເນື້ອໃນທັງໝົດ 13 ໝວດ, ແລະ 57ມາດຕາ ເຊິ່ງເປັນນິຕິກໍາທີ່ມີລັກສະນະຄົບຊຸດ ສະບັບທໍາອິດ ໃນການຄຸ້ມຄອງວຽກງານການສຶກສາຊັ້ນສູງ, ທີ່ເປັນບ່ອນອີງ ແລະມີຄວາມເປັນເອກະພາບກັນໃນລະດັບສູງ ໃນການ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ທ່ານນາງແສງເດືອນ ຫລ້າຈັນທະບູນ ຍັງໄດ້ໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍສະບັບນີ້ວ່າ: ເພື່ອແກ້ໄຂບັນຫາ ...

Read More »

ລັດຖະບານ ເຊັນສັນຍາກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ສະໜອງດ້ານ SMEs…..

ເພື່ອເປັນການ ສະໜອງທຶນໃຫ້ດ້ານສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ ພາຍຫຼັງໄດ້ຮັບຜົນກະທົບຈາກວິກິດໂຄວິດ-19. ໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ປອນຕາລາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ເຊິ່ງການສະໜັບສະໜູນທຶນດັ່ງກ່າວ. ເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍແລະ ກາງຂອງ ສປປ ລາວ ໂດຍສະເພາະຜູ້ປະກອບທຸລະກິດໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ, ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍ ອັນມີຜົນກະທົບມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນຮູບແບບການສະໜອງສິນເຊື່ອສຳລັບ MSMEs. ການສະໜອງທຶນດັ່ງກ່າວ ຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະ ການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງເປັນການຮ່ວມເຮັດວຽກກັບກະຊວງອຸດ ...

Read More »

ຊົມເຊີຍ..!! ສະມາຄົມລາວ-ໄທ ມອບອຸປະກອນການແພດ ໃຫ້ແກ່ ສປປ ລາວ…

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນສະມາຄົມໄທ – ລາວ ເພື່ອມິດຕະພາບ ຈັດພິທີສົ່ງມອບອຸປະກອນທາງການແພດ ມູນຄ່າ 1,285,000 ບາດ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມທັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ – ລາວ ໃນປີ 2020.ສະມາຄົມໄທ – ລາວ ເພື່ອມິດຕະພາບ ໄດ້ຈັດພິທີສົ່ງມອບອຸປະກອນທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ສປປ ລາວ. ອຸປະກອນທາງການແພດດັ່ງກ່າວ, ປະກອບດ້ວຍຕູ້ກວດເຊື້ອໄວຣັດໂຄໂຣນາ 2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ ຈຳນວນ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນຈຳນວນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫຼື ຝ່າຕັດ 5 ຊຸດ. ຊຶ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ລວມມູນຄ່າ 1,285,000 ບາດ. ການມອບອຸປະກອນທາງການແພດໃນຄັ້ງນີ້, ເປັນການສະແດງອອກເຖິງໄມຕີຈິດ ແລະ ...

Read More »

ນາຍົກລັດຖະມົນຕີ 2 ປະເທດສົນທະນາທາງໂທລະສັບ ຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ…..

ໃນວັນທີ 10 ພະຈິກ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະໜັບສະໜູນ ແລະ ຊົມເຊີຍ ການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ກໍຄືສືບຕໍ່ສົ່ງເສີມ ແລະ ຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກ. ໃນໂອກາດດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາ. ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ສສ ຫວຽດນາມ ທີ່ສາມາດຮັບມືກັບ ໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກ ...

Read More »

ອາຊຽນ ກະກຽມເນື້ອໃນກອງປະຊຸມ ແລະ ລາວ ຈະສະໝັກເຂົ້າ….

ຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ນະຄອນ ຫລວງວຽງຈັນ, ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແບບທາງໄກ. ຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອ ທົບທວນຄືນ ການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງຫວຽດນາມ. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ຕີ ລາຄາສູງຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະ ຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດ ຂອງການເປັນປະທານ ອາຊຽນຂອງ ສ.ສ ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງ ຕໍ່ສະພາບການ” ທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດ ...

Read More »

ສສຊ ໄດ້ພິຈາລະນາຮ່າງ ກົດໝາຍວ່າດ້ວຍຊາວໜຸ່ມລາວ….

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພິຈາລະນາປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ(ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ ເຊິ່ງກົດຫມາຍສະບັບນີ້ ຈະເປັນການເພີ່ມຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວຫນຸ່ມ ໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນສະພາບປັດຈຸບັນ ແລະ ...

Read More »