ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ…

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ,ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມືລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່;

ຫລັງຈາກນັ້ນ ບັນດາ ສະມາຊິກສະພາແຫ່ງຊາດ ສສຊ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ສະບັບດັ່ງກ່າວ, ຕາມຄຳຖາມເຈາະຈິ້ມຂອງປະທານກອງປະຊຸມ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງທ່ານ ສະເໜີ ໃຫ້ມີການປັບປຸງບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ, ສອດຄ່ອງ, ຮັດກຸມ ເທົ່າທີ່ຄວນ. ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ຖືກຕ້ອງຕາມແນວທາງທີ່ພັກ-ລັດ ວາງອອກ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ໃຫ້ເກີດຜົນປະໂຫຍດສູງສຸດ.

ທ່ານ ພົທ ວິໄລ ຫລ້າຄຳຟອງ ໄດ້ຍົກໃຫ້ເຫັນຄວາມເປັນມາ, ຄວາມສຳຄັນ, ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງຮ່າງກົດໝາຍສະບັບນີ້, ເຊິ່ງການສ້າງຮ່າງກົດໝາຍສະບັບນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ກໍຄື ການຈັດຕັ້ງຜັນຂະຫຍາຍ ແຜນການ 6 ຕົວຊີ້ວັດ ກ່ຽວກັບບັນຫາການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ອົງການສາກົນ ຈະລົງມາກວດ ສປປ ລາວ ເຮົາໃນທ້າຍປີ 2020 ແລະ ບວກກັບສະພາບການຫຍໍ້ທໍ້ທີ່ເກີດຂຶ້ນ ເຊັ່ນ: ບັນຫາການກໍ່ອາສະຍາກຳ ແລະ ອາສະຍາກຳຂ້າມຊາດ ທີ່ມີການຂະຫຍາຍຕົວ, ມີທ່າອ່ຽງເພີ່ມຂຶ້ນ ເປັນຕົ້ນການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການຄ້າຂາຍສັດນ້ຳ-ສັດປ່າ, ການໂຈລະກຳຂໍ້ມູນທາງເອເລັກໂຕຣນິກ, ເຊິ່ງກາຍເປັນຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມປອດໄພ ລະຫວ່າງລັດ, ພາກພື້ນ ແລະ ສາກົນ.

ພາຍຫລັງກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືຂອງລັດ ໃນການສະກັດກັ້ນ, ແກ້ໄຂ ແລະ ຕ້ານບັນຫາອາສະຍາກຳທຸກຮູບແບບ ຂອງການກະທຳຜິດທີ່ອາດຈະເກີດຂຶ້ນໃນສັງຄົມ, ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານການຮ່ວມມື ລະຫວ່າງປະເທດທາງອາຍາ ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ, ເປັນພື້ນຖານອັນສຳຄັນ ໃນການຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະຍຸກສະໄໝແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງສ້າງຄວາມເຊື່ອໝັ້ນ ໃນການຮ່ວມມືລະຫວ່າງປະເທດ ທາງອາຍາ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ, ພາກພື້ນ, ສາກົນ ແລະ ເຮັດໃຫ້ສປປ ລາວ ຫລຸດພົ້ນອອກຈາກບັນຊີສີເທົາ.

ແຫຼ່ງຂໍ້ມູນ: ຂປລ

Comments