ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ດິນກ່າ ອາສທານ່າ ເອກອັກຄະລັດຖະທູດ ອິນເດຍ ປະຈຳລາວ ເຂົ້າຢ້ຽມຂໍ່ານັບ ເມື່ອວັນທີ 11 ພະຈິກ ທີ່ກະຊວງດັ່ງກ່າວເພື່ອປຶກສາຫາລືວຽກງານຮ່ວມມືດ້ານສິລະປະ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານທູດ ໃນການມາປະຕິບັດໜ້າທີ່ການທູດປະຈຳລາວ ຊຶ່ງຕະຫຼອດປະຕິບັດໜ້າທີ່ທ່ານໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ອິນເດຍ ເວົ້າລວມ ເວົ້າສະເພາະກໍຄືໃນຂົງເຂດວັດທະນະທຳສອງປະເທດທີ່ມີມາແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ໃນນັ້ນ ທ່ານລັດຖະມົນຕີ ແລະ ທ່ານທູດ ຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ທີ່ຈະນຳສົ່ງຊ່ຽວຊານດ້ານການເຕັ້ນລຳພື້ນເມືອງແບບອິນເດຍ ເພື່ອມາສິດສອນນັກຮຽນຢູ່ໂຮງຮຽນສິລະປະແຫ່ງຊາດລາວ ໂດຍພາຍໃຕ້ທຶນຂອງສະພາເພື່ອຄວາມສຳພັນດ້ານວັດທະນະທຳອິນເດຍ.

ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຮ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ອິນເດຍ-ລາວ, ລາວ-ອິນເດຍ ໃຫ້ແຕກດອກອອກຜົນຢ່າງແທ້ຈິງ.
ແຫຼ່ງຂໍ້ມູນ: ປະຊາຊົນ