ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ….

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳເຫັນເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊີ່ງເປັນຮ່າງກົດໝາຍສ້າງຂຶ້ນໃໝ່, ປະກອບມີ 14ພາກ, 19 ໝວດ, 103 ມາດຕາສະເໜີໂດຍ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ.

ທ່ານ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ຍົກໃຫ້ເຫັນວ່າ: ການສຶກສາຊັ້ນສູງຢູ່ປະເທດເຮົາ ໄດ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງໄວວາ ບັນດາດໍາລັດ ແລະຂໍ້ຕົກລົງໄຍະຜ່ານມາ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງການຈັດຕັ້ງ ແລະການເຄື່ອນໄຫວຂອງວຽກງານການສຶກສາຊັ້ນສູງ.

ຮອດປີ 2015 ຈຶ່ງໄດ້ມີດໍາລັດວ່າດ້ວຍການສຶກສາຊັ້ນສູງໂດຍມີເນື້ອໃນທັງໝົດ 13 ໝວດ, ແລະ 57ມາດຕາ ເຊິ່ງເປັນນິຕິກໍາທີ່ມີລັກສະນະຄົບຊຸດ ສະບັບທໍາອິດ ໃນການຄຸ້ມຄອງວຽກງານການສຶກສາຊັ້ນສູງ, ທີ່ເປັນບ່ອນອີງ ແລະມີຄວາມເປັນເອກະພາບກັນໃນລະດັບສູງ ໃນການ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ທ່ານນາງແສງເດືອນ ຫລ້າຈັນທະບູນ ຍັງໄດ້ໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍສະບັບນີ້ວ່າ: ເພື່ອແກ້ໄຂບັນຫາ ຂໍ້ຄົງຄ້າງ, ເຮັດໃຫ້ມີກົດໝາຍຄຸ້ມຄອງການສຶກສາຊັ້ນສູງທີ່ມີເນື້ອໃນລະອຽດ, ຊັດເຈນ, ຮັດກຸມ, ແທດເໝາະກັບສະພາບການໃນປະຈຸບັນ ລວມທັງທ່າອ່ຽງຂອງການພັດທະນາວຽກງານການສຶກສາຊັ້ນສູງໃນຕໍ່ໜ້າ ແລະ ກວມເອົາດໍາລັດ ແລະນິຕິກໍາໃຕ້ກົດໝາຍ ອື່ນໆທີ່ກ່ຽວຂ້ອງ, ແນໃສ່ດຶງດູດການລົງທຶນ ແລະສົ່ງເສີມການການປະກອບສ່ວນຂອງພາກລັດ ແລະເອກະຊົນ ທັງພາຍໃນ ແລະຕ່າງປະເທດ ແລະ ມີນະໂຍບາຍສົ່ງເສີມຜູ້ຮຽນເກັ່ງ, ຜູ້ມີພອນສະຫວັນ ແລະຜູ້ດ້ອຍໂອກາດໃຫ້ໄດ້ເຂົ້າຮຽນ ຕາມຄວາມຮູ້ຄວາມສາມາດ ແລະສອດຄ່ອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຍຸດທະສາດການພັດທະນາການສຶກສາຊັ້ນສູງໃນແຕ່ລະໄລຍະ.

ອີງຕາມມະຕິກອງປະຊຸມໃຫ່ຍຄັ້ງທີ VIII ແລະ IX ຂອງພັກປະຊາຊົນປະຕິວັດລາວ ໃນການສ້າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ຈະເປັນການຍົກສູງບົດບາດຄວາມສໍາຄັນຂອງວຽກງານ ເພື່ອສົ່ງເສີມຄວາມຮູ້, ຄວາມສາມາດ, ມີຄຸນນະພາບ ພ້ອມນັ້ນ, ການມີກົດໝາຍວ່າດ້ວຍການສຶກສາຊັ້ນສູງ ຈະເຮັດໃຫ້ພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນສູງຕໍ່ການເຂົ້າມາຮ່ວມມື ແລະ ລົງທຶນໃນການພັດທະນາການສຶກສາຊັ້ນສູງ ໃຫ້ຫລາຍຂຶ້ນ.

ແຫຼ່ງຂໍ້ມູນ: ວສລ

Comments