ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ເຫັນດີສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ….

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນ ແລະ ໂຄງການພາຍໃຕ້ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ໄລຍະ 2016-2020.

ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ ຄືການຟື້ນຟູລະບົບເສດຖະກິດຫລັງໂຄວິດ-19;

ໃນນີ້, ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ຕໍ່ການປະກອບຊ່ວຍເຫລືອ ເຂົ້າໃນກອງທຶນອາຊຽນຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ; ພິເສດ, ແມ່ນການປະກອບສ່ວນທຶນມູນຄ່າ 50 ລ້ານໂດລາສະຫະລັດ ເຂົ້າໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນ ຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ, ເຊິ່ງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງນີ້, ໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ.

ໃນກອງປະຊຸມ ທັງສອງຝ່າຍຍັງໄດ້ເຫັນດີຮ່ວມກັນ ໃນການສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ໂດຍຜ່ານຂໍ້ລິເລິ່ມເພື່ອການເຊື່ອມໂຍງອາຊຽນ ກໍຄືການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການບໍລິການ ລວມທັງການເຂົ້າເຖິງແຫລ່ງທຶນ ສໍາລັບຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດໍາເນີນທຸລະກິດ ຜ່ານທາງເອເລັກໂທນິກຮ່ວມກັນໄດ້.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໂດຍສະເພາະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃນປີນີ້, ພ້ອມທັງສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາພື້ນ ຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຂອງປະເທດຕະຫລອດມາ.

ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ)

ແຫຼ່ງຂໍ້ມູນ: ຂປລ

Comments