ວັນທີ 13 ພະຈິກ 2020 ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 (ກອງປະຊຸມທາງໄກ).
ກອງປະຊຸມດັ່ງກ່າວຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19.

ໃນນີ້ ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 2 ຈະໄດ້ປຶກສາຫາລືກ່ຽວກັບການຍົກລະດັບການຮ່ວມມືຂຶ້ນສູ່ຄູ່ຮ່ວມມືຍຸດທະສາດເພື່ອປະຊາຊົນ, ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ. ພ້ອມດຽວກັນນັ້ນ, ກໍຈະຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 2. ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍປະກອບມີ 6 ປະເທດສະມາຊິກ ຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສ ເກົາຫຼີ ຊຶ່ງມີເປົ້າໝາຍການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົາຄໍ້າ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ) ແລະ 7 ຂົງເຂດບຸລິມະສິດ (ວັດທະນະທໍາ ແລະ ການທ່ອງທ່ຽວ; ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ ແລະ ສິ່ງທ້າທາຍແບບໃໝ່).

ສຳລັບກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ແມ່ນຈະໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ໂດຍເນັ້ນໃສ່ໝາກຜົນຂອງການຜັນຂະຫຍາຍຍຸດທະສາດໂຕກຽວ 2018 ແລະ ສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030. ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ຖືກສ້າງຂຶ້ນໃນປີ 2008 ໂດຍປະກອບມີ 6 ປະເທດສະມາຊິກ ຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ ຊຶ່ງມີເປົ້າໝາຍການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງໂດຍແນໃສ່ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາ ກອນມະນຸດ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງຕ່າງໆໃນພາກພື້ນ.
ແຫຼ່ງຂໍ້ມູນ: ປະຊາຊົນ