ການເມືອງ

ແມ່ຍິງລາວໄດ້ຮັບການບັນຈຸເຂົ້າໃນຕຳ ແໜ່ງພັກ-ລັດ ນັບມື້ມີບົດບາດ…………

ໃນໂອກາດດຳເນີນກອງປະຊຸມປະຊຸມໃຫຍ່ຜູ້ແທນກຳ ມະບານລາວທົ່ວປະເທດຄັ້ງທີ VIII ຢູ່ນະຄອນຫລວງວຽງຈັນ ໃນວັນທີ 3 ທັນວາ 2020 ທ່ານ ນາງ ຈັນໂສດາ ພອນທິບ, ຄະນະພັກ, ຫົວໜ້າຫ້ອງການກອງເລຂາຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສູນກາງສະຫະພັນແມ່ຍິງລາວ ໄດ້ຂຶ້ນປະກອບຄໍາເຫັນໃນຫົວຂໍ້ “ການພັດທະນາ ແລະ ປົກປ້ອງແຮງ ງານເພດຍິງ” ທ່ານໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ ສູນກາງສະຫະພັນແມ່ຍິງລາວ ໃນຖານະເປັນອົງການຕົວ ແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ ນ້ອຍ ກໍ່ໄດ້ເອົາໃຈໃສ່ເຮັດສຳເລັດໜ້າທີ່ຂອງຕົນຄຽງບ່າຄຽງໄຫລ່ກັບອົງການຈັດຕັ້ງມະຫາຊົນອື່ນໆ ໂດຍສະເພາະ ອົງການຈັດຕັ້ງສະຫະພັນກຳມະບານລາວ ໃນການສຶກສາອົບຮົມ ແລະ ພັດທະນາແມ່ຍິງຕາມ 4 ດ້ານທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ພັດທະນາທາງດ້ານຈິດໃຈຮ່າງກາຍ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ) ຕິດພັນກັບການປະຕິບັດຂ້ໍແຂ່ງຂັນ 3 ດີຢ່າງເປັນຂະບວນຟົດຟື້ນ, ສະມາຊິກສະ ຫະພັນແມ່ຍິງ ແລະ ແມ່ຍິງຢູ່ຫລາຍຂົງເຂດ, ຫລາຍສາຂາອາຊີບໄດ້ຮັບການພັດທະນາຢ່າງຮອບດ້ານ ແລະມີລະດັບທີ່ສູງຂຶ້ນ, ສາມາດສ້າງຄວາມເຊື່ອໝັ້ນໃຫ້ແກ່ການຈັດຕັ້ງພັກ-ລັດ ແລະເປັນທີ່ຍອມຮັບຂອງສັງຄົມ. ມາຮອດປະຈຸບັນ ແມ່ຍິງໄດ້ຮັບການບັນຈຸເຂົ້າໃນຕຳແໜ່ງພັກ-ລັດໃນແຕ່ລະຂັ້ນ ເປັນຕົ້ນ: ...

Read More »

ຂະແໜງການຕ່າງປະເທດ ປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ………..

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ທ່ານ ສະ ເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສືມວນຊົນເມື່ອບໍ່ດົນມານີ້ ໂດຍຍົກໃຫ້ເຫັນຜົນສຳເລັດຕະຫຼອດ 45 ປີ ໃນຂົງເຂດວຽກງານການຕ່າງປະເທດ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆມາ ໂດຍສະເພາະແມ່ນການປະຕິບັດນະໂຍບາຍການຕ່າງປະເທດ ຂອງພັກ ແລະ ລັດ. ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ພາຍຫຼັງ ທີ່ໄດ້ຮັບສະຖາປະນາ ສປປ ລາວ ພັກ-ລັດພວກເຮົາ ໄດ້ວາງນະໂຍບາຍການຕ່າງປະເທດ ທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອຮັບປະກັນ ການຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນ ແມ່ນໃນໄລຍະປີ 1975-1982. ພາຍຫຼັງໂລກໄດ້ກາຍເປັນສອງຂົ້ວຄື ສັງຄົມນິຍົມ ແລະ ທຶນນິຍົມ, ລັດຖະບານໂດຍສະເພາະແມ່ນພັກປະຊາຊົນປະຕິວັດລາວ ກໍໄດ້ວາງນະໂຍບາຍທີ່ຖືກຕ້ອງ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຍຶດໝັ້ນໃນລັດທິສັງຄົມນິຍົມ, ໃນໄລຍະດັ່ງກ່າວນັ້ນ ເຮົາຈຶ່ງປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ສັງຄົມນິຍົມ ເຊິ່ງພັກ-ລັດພວກເຮົາໄດ້ນຳພາປະເທດຊາດ ...

Read More »

ໄຂກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII………..

ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະ ຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ແສງນວນ ໄຊຍະລາດ, ຄະນະເລ ຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍ ຜູ້ນໍາພັກ-ລັດ, ຜູ້ແທນສົມບູນ 400 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ 227.718 ສະຫາຍ ໃນທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ຕົກລົງຫລາຍບັນຫາສໍາຄັນ ຄື: ຈະໄດ້ພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VII ຕະຫລອດໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025), ພິຈະລານາ ...

Read More »

ຂະແໜງການລົງທຶນ ຂອງເອກະຊົນ ບັນລຸ 40,3 ຕື້ໂດລາ ແລະ ມີ 4.635 ໂຄງການ………..

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 1 ທັນວາ 2020 ນີ້ວ່າ: ກະຊວງແຜນການ ແລະ ການລົງທຶນ ແມ່ນກົງຈັກໜຶ່ງຂອງລັດຖະບານ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບສາກົນ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ. ສະນັ້ນ, ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຫັນການສ້າງແຜນຕາມຂະແໜງການ ມາເປັນການສ້າງແຜນໂດຍອີງໃສ່ໝາກຜົນ ທີ່ໄດ້ຮັບຄົ້ນຄວ້າກົນໄກການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫລາຍຮູບແບບ ແລະ ຄົ້ນຄວ້າແຜນການລົງທຶນຂອງລັດ ໃຫ້ສອດຄ່ອງກັບທ່າແຮງຕົວຈິງຂອງງົບປະມານຫຼາຍຂຶ້ນ ແລະ ປັບປຸງກົນໄກການປະເມີນຜົນໂຄງການລົງທຶນຂອງລັດ ໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການສ້າງຕັ້ງຄະນະຮັບຮອງຜົນການປະເມີນ ທີ່ປະກອບມີຫຼາຍພາກສ່ວນເຂົ້າຮ່ວມ. ການເຕີບໂຕທາງດ້ານເສດຖະກິດ ນັບແຕ່ປີ 1991 ເຖິງ 2020 ເສດຖະກິດໄດ້ເຕີບໂຕສະເລ່ຍ 6,6% ຕໍ່ປີ ເປັນຕົ້ນ ໄລຍະ ...

Read More »

ສປ ຈີນ ຊ່ວຍເຫຼືອອຸປະກອນການວິເຄາະ ໃຫ້ກະຊວງສາທາ…….

ພິທີມອບເຄື່ອງອຸປະກອນ ວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ມີຂຶ້ນໃນທ້າຍອາທິດຜ່ານມາທີ່ສູນວິເຄາະ ແລະ ລະບາດວິທະຍາ ໂດຍການມອບຂອງ ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວບາງຕອນວ່າ: ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສົ່ງທີມງານແພດຈີນ ແລະ ນໍາເອົາເຄື່ອງອຸປະກອນການແພດທີ່ນໍາໃຊ້ເຂົ້າໃນວຽກງານຫ້ອງທົດລອງແພດ ຈໍານວນໜຶ່ງປັບປຸງ, ດັດແກ້ ຫ້ອງກວດຫາເຊື້ອພະຍາດໂຄວິດ-19 ລວມມູນຄ່າທັງໝົດປະມານ 381.000 ໂດລາສະຫະລັດ. ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາມີຄວາມກຽມພ້ອມຢ່າງເຕັມທີ່ເຂົ້າໃນການປະກອບສ່ວນໃນວຽກງານການຊ່ວຍເຫຼືອລາວ – ຈີນ ສະແດງ ...

Read More »

ການນຳ ພັກ-ລັດ ວາງພວງມາລາ ສະຫຼອງວັນຊາດ ຄົບຮອບ 45 ປີ……

ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍເຈົ້າຄອງນະຄອນຫລວງວຽງຈັນ; ຄະນະສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ນອກຈາກນັ້ນ, ຍັງມີຄະນະອົງການຈັດຕັ້ງມະຫາຊົນ, ຄະນະຜູ້ແທນຜູ້ຊົງຄຸນວຸດທິ, ຄະນະກະຊວງປ້ອງກັນປະເທດ ແລະ ຄະນະກະຊວງປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ບັນດາການນຳພັກ-ລັດ ຍັງໄດ້ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ...

Read More »

ການເງິນຂ້າມແດນ ໃນການຮ່ວມມືແບບເປີດປະຕູທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ………….

ກອງປະຊຸມເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຂອງ ສປຈີນ ພາຍໃຕ້ຫົວຂໍ້; “ການເງິນຂ້າມແດນທີ່ມີການປະດິດສ້າງໃໝ່, ການຮ່ວມມືແບບເປີດປະຕູເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ”. ຂ່າວລະບຸວ່າ: ກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຈັດຂຶ້ນໃນຮູບແບບອອນລາຍ ແລະ ອັອຟລາຍ ໄດ້ບັນລຸການຮ່ວມມືຫຼາຍໂຄງການ, ໄດ້ເຊັນສັນຍາຮ່ວມມືດ້ານການເງິນ 8 ສະບັບເຊັ່ນ: “ສັນຍາຮ່ວມມືຍຸດທະສາດກ່ຽວກັບການຮ່ວມກັນສ້າງເວທີເປີດປະຕູດ້ານການເງິນທີ່ອວ່າຍໜ້າສູ່ອາຊຽນ” ແລະ ອື່ນໆ, ທັງໄດ້ເລີ່ມປະຕິບັດໂຄງການເວທີການບໍລິການດ້ານການເງິນ 3 ໂຄງການເຊັ່ນ: ເວທີການບໍລິການດ້ານການເງິນ ຈີນ-ອາຊຽນ ແລະ ໂຄງການອື່ນໆ. ເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ແມ່ນເວທີທີ່ສຳຄັນຂອງຈີນ ແລະ ບັນດາປະເທດອາຊຽນ ໃນການຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືດ້ານການເງິນ ແລະ ສະແຫວງຫາການພັດທະນາດ້ານການເງິນ. ນັບແຕ່ໄດ້ເລີ່ມສ້າງຂຶ້ນໃນປີ 2009 ເປັນຕົ້ນມາ, ໄດ້ຂະຫຍາຍຕົວ ແລະ ກາຍເປັນເວທີແຫ່ງການແລກປ່ຽນ ແລະ ຮ່ວມມືດ້ານການເງິນຫຼາຍຝ່າຍ ທີ່ມີລະບົບປະຕິບັດງານ ແລະ ຫົວຂໍ້ປະຕິບັດງານທີ່ເປັນອິດສະຫຼະ. ສ່ວນການລົງນາມໃນສັນຍາວ່າດ້ວຍ; “ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ” (RCEP) ໄດ້ສະໜອງຊ່ອງທາງທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ລະຫວ່າງ ເຂດກວາງຊີ ...

Read More »

ເງື່ອນໄຂ​ດ້ານ​ຕ່າງໆ​ພາຍ​ໃນ​ປະເທດ ການ​ຮັບປະກັນ​ໃຫ້​ແກ່​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ…………..

ຫ້ອງ​ວ່າການ​ປະທານ​ປະເທດ (ຫປທ) ໄດ້​ຈັດ​ພິທີ ປາຖະກະຖາ​ວັນ​ສໍາ​ຄັນ​ຂອງ​ພັກ​-​ຂອງ​ຊາດ ຄື: ວັນຊາດ​ທີ 2 ທັນວາ ຄົບຮອບ 45 ປີ (2/12/ 1975 – 2/12/2020) ແລະ ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/ 1920 -13/12/2020) ຂຶ້ນ​ເມື່ອບໍ່​ດົນ​ມານີ້ ທີ່​ຫ້ອງ​ປະ ຊຸມ​ໃຫຍ່ ຫປທ. ໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ອະດີດ​ຮອງ​ນາຍົກລັດຖະມົນຕີ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄໍາ​ເມິງ ພົງ​ທະ​ດີ ກໍາ​ມະ​ການ​ສູນ​ກາງ​ພັກ ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະເທດ, ພະນັກ​ງານ​-​ລັດຖະກອນ ພາຍ​ໃນ​ ຫປທ. ໃນ​ໂອກາດ​ດັ່ງກ່າວ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ໄດ້​ຍົກ​ໃຫ້​ຮູ້​ເຖິງ ການ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ຈົນສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ຢ່າງ​ມີ​ໄຊ, ສະຖາປະນາ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຂຶ້ນ​ຢ່າງ​ສະຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2/12/ 1975. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການສະ ...

Read More »

ທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ8.475 ແຫ່ງ……..

ມາຮອດປັດຈຸບັນທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 161 ພັນຄົນ. ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ແມ່ນໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍ 42,38% ຕໍ່ປີ; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍ 26,04% ຕໍ່ປີ; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍ 25,31% ຕໍ່ປີ. ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ໂດຍລວມຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະໃນໄລຍະປີ 2016 – 2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະ   ເລ່ຍຕໍ່ປີ 9,22% ( ແຜນການ   12% ). ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພິວເຕີ, ...

Read More »

ການນຳພັກ-ລັດ ຮ່ວມຊົມການຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ 12 ລາຍການ………….

ໃນວັນທີ 30 ພະຈິກ 2020 ທີ່ສະໜາມຫັດແອບວິທະຍາຄານກົມມະດໍາ ກອງທັບປະຊາຊົນ ປະຕິວັດລາວ ໄດ້ຈັດຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ເລຂາທິການໃຫຍ່ ຄະນະບໍລິຫານສູກກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນການພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນການພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີ ພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກອງທັບປະຊາຊົນ ປະຕິວັດລາວ ທັງເປັນຄະນະຊີ້ນຳລວມ ການຝຶກຊ້ອມການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ໄດ້ລາຍງານໃຫ້ຮູ້ວ່າ: ການສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ...

Read More »