ການເມືອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 9……..

ໃນຕອນເຊົ້າຂອງວັນທີ 9 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ(ACMECS) ຄັ້ງທີ 9 ຜ່ານຮູບແບບວີດີໂອທາງໄກ. ພາຍໃຕ້ຄຳຂວັນ “ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ໂດຍການເປັນປະທານ ຂອງສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກ ກໍາປູເຈຍ ໂດຍມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສຸດຍອດ ຄັ້ງນີ້ ໄດ້ທົບທວນຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຜ່ານມາ ກໍຄືການຈັດຕັ້ງປະຕິບັດຖະແຫລງການບາງກອກ ແລະ ແຜນແມ່ບົດ ACMECS(2019-2023) ໂດຍສະເພາະການກະກຽມສ້າງຕັ້ງກອງທຶນພັດທະນາແອັກແມັກ, ...

Read More »

ການຮ່ວມມືເຂດສາມຫຼ່ຽມພັດທະນາ ນັບມື້ນັບ ເຕີບໃຫຍ່ຂະຫຍາຍຕົວ………..

ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ(CLV) ຄັ້ງທີ 11 ຜ່ານຮູບແບບວິດີໂອທາງໄກ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ ເຂົ້າຮ່ວມມີທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ ທັງສາມປະເທດ. ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ. ພ້ອມກັນນັ້ນ ກໍໄດ້ຕີລາຄາ ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີ, ເພື່ອນບ້ານໃກ້ຄຽງທີ່ດີ, ມີຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ...

Read More »

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ………..

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X ຈັດຂຶ້ນຕອນເຊົ້າວັນທີ 9 ທັນວາ 2020 ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ແລະຄະນະປະຈໍາສູນກາງແນວລາວສ້າງຊາດ, ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ເຊິ່ງເປັນຄັ້ງສຸດທ້າຍໃນສະໄໝທີ X , ໄດ້ທົບທວນຄືນການເຄື່ອນໄຫວ, ຈັດຕັ້ງປະຕິບັດວຽກງານຂອງຄະນະປະຈໍາສູນກາງ ແນວລາວສ້າງຊາດ , ແຕ່ປີ 2019 ເຖິງປະຈຸບັນ ແລະກໍານົດທິດທາງຄາດໝາຍສູ້ຊົນ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ສໍາລັບປີ 2021 ແລະວຽກງານປິ່ນອ້ອມຈໍານວນໜຶ່ງ ໂດຍຜູ້ແທນກອງປະຊຸມຈະໄດ້ປຶກສາຫາລື ແລະ ຜ່ານເນື້ອໃນສໍາຄັນ ຂອງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈໍາໃນໄລຍະ 1ປີຜ່ານມາ, ທິດທາງແຜນການໃນປີຕໍ່ໜ້າ, ໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ ຂອງຄະນະກໍາມະການແນວລາວສ້າງຊາດສະໄໝທີ X ຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ...

Read More »

ປູກຈິດສໍານຶກ ຕໍ່ປະຕິເສດການຊື້-ຂາຍ ຜະລິດຕະພັນສັດປ່າ ທີ່ຜິດກົດໝາຍ……….

ເພື່ອປູກຈິດສໍານຶກ ໃຫ້ແກ່ນັກທ່ອງທ່ຽວປະຕິເສດການຊື້-ຂາຍຜະ ລິດຕະພັນສັດປ່າ ທີ່ຜິດກົດໝາຍ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປ ລາວ. ດັ່ງນັ້ນ ທາງມະຫາວິທະຍາໄລ ສຸພານຸວົງ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຮ່ວມກັບກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ ຈຶ່ງໄດ້ຈັດ ກອງປະຊຸມຝຶກອົບຮົມການທ່ອງທ່ຽວ ແລະ ການລົງທຶນແບບຢືນຍົງ ຫຼຸດຜ່ອນການຊື້-ຂາຍຜະລິດຕະພັນສັດປ່າ ທີ່ຜິດກົດໝາຍຂຶ້ນ ໃນວັນທີ 9 ທັນວາ 2020 ທີຫ້ອງປະຊຸມໃຫ່ຍ ມະຫາ ວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ. ທ່ານ ຮອງສາດສະດາຈານ ປທ ວິໄຊ ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລສຸພານຸວົງ ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມ ໃຫ້ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປລາວ ຄັ້ງນີ້ ແມ່ນເນັ້ນໃຫ້ຄວາມຮູ້ໃນການປະຕິເສດຜະລິດຕະພັນສັດປ່າ ທີ່ຜິດກົດໝາຍໃນລະຫວ່າງການພາ ຫລື ແນະນຳນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກ ສປ ຈີນ, ...

Read More »

ຫສນຍ ຄັດເລືອກຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ………………….

ໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ຫ້ອງວ່າການສຳ​ນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ເພື່ອເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງ ສະຫາຍ ຄໍາເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກອາວຸໂສບຳນານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ 215 ສະຫາຍ. ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການນຳພາ-ຊີ້ນຳວຽກງານຜ່ານມາ (ນັບແຕ່ປີ 2017 ຫາ ກາງປີ 2020) ແລະ ທິດແຜນການໃນຕໍ່ໜ້າ ຂອງຄະນະບໍລິຫານງານພັກ ຫສນຍ ທີ່ສະເໜີໂດຍສະຫາຍ ຄໍາລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ ຫສນຍ, ຊຶ່ງເຫັນໄດ້ ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານການເມືອງ-ແນວຄິດ; ວຽກງານຈັດຕັ້ງພັກ ແລະ ພະນັກງານ; ວຽກງານກໍ່ສ້າງພັກ, ຂະຫຍາຍພັກ; ວຽກງານກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ; ວຽກງານວິຊາສະເພາະ ...

Read More »

ພະນັກງານສະພາ ຍົກລະດັບຄວາມຮູ້ການຂຽນເອກະສານທາງການ …..

ພະນັກງານວິຊາການ ພາຍໃນສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ ແລະ ພະນັກ ງານ ຈາກສະພາປະຊາຊົນຂັ້ນແຂວງທົ່ວປະເທດ ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະໃນການຂຽນເອກະສານທາງການ ໃຫ້ມີຄວາມຖືກຕ້ອງ ແນໃສ່ເພື່ອຮັບໃຊ້ວຽກງານໃນຄວາມຮັບຜິດ ຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ການຝຶກອົບຮົມດັ່ງກ່າວ, ໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 8 ທັນວາ 2020 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳມ່ວນ ຊົມສີຫາປັນຍາ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ ເຊິ່ງໄດ້ສຸມໃສ່ 3 ຫົວຂໍ້ທີ່ສໍາຄັນ ຄື: ວຽກງານການຂີດຂຽນເອກະສານທາງການ (ຮ່າງມະຕິກອງປະຊຸມ, ແຜນການ, ບົດສະຫລຸບ, ບົດລາຍງນ, ໜັງສືສະເໜີ, ແຈ້ງການ), ຂະບວນການຜະລິດຂໍ້ມູນສະຖິຕິ ແລະ ເຕັກນິກໃນການແກະ ແລະ ກວດແກ້ຄຳເຫັນໃນກອງປະຊຸມສະພາແຫ່ງຊາດ. ໂອກາດນີ້, ທ່ານ ຄຳມ່ວນ ຊົມສີຫາປັນຍາ ກ່າວວ່າ: ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ຈະດຳເນີນເປັນເວລາ 3 ວັນ ໂດຍມີຈຸດປະສົງ ເພື່ອຍົກສູງຄຸນນະພາບພະນັກງານໃນການເປັນເສນາທິການ ໃຫ້ນັບມື້ນັບເຂັ້ມແຂງເທື່ອລະກ້າວ ໂດຍຜ່ານການການນຳສະເໜີ ຈາກວິທະຍາກອນທີ່ມີປະສົບການໃນຂະແໜງ ການທີ່ກ່ຽວຂ້ອງ ...

Read More »

ສາລະວັນ ກົດນົດ 5 ປີ ຕໍ່ໜ້າ ໃຫ້ບັນລຸປະມານ 29.140 ກວ່າຕື້ກີບ…………

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການພັດທະນາເສດຖະກິດ 5 ປີ ຄັ້ງທີ IX (2021-2025) ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາເສດຖະກິດແຂວງສາລະວັນຂະຫຍາຍຕົວສະເລ່ຍ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 20.595 ຕື້ກີບ, ທຽບໃສ່ 5 ປີກ່ອນເພີ້ມຂື້ນ 36,5%, ສະເລ່ຍໃສ່ພົນລະເມືອງ ໄດ້ 9,72 ລ້ານກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.147 ໂດລາ. ສຳລັບແຜນ 5 ປີ ຕໍ່ໜ້າແມ່ນສືບຕໍ່ບຸກທະລຸ ແລະ ມີການຫັນປ່ຽນຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍດ້ວຍການເສີມຂະຫຍາຍນຳໃຊ້ທ່າແຮງບົ່ມຊອ້ນຂອງແຂວງ ຢ່າງມີປະສິດທິຜົນ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະ ...

Read More »

UK ກຽມພ້ອມ ‘V-Day’ ເປັນຄັ້ງທຳອິດໃນການຕໍ່ສູ້ກັບ coronavirus……

ສະຫະລາດອານາຈັກ (UK) ກຳລັງເລີ່ມຕົ້ນໂຄງການ ‘V-Day’ ຫຼັງຈາກໜ່ວຍງານກຳກັບເບິ່ງແຍງຂອງອັງກິດ ໃນວັນທີ 2 ທັນວາ 2020 ໄດ້ໃຫ້ສິດໃນກໍລະນີສຸກເສີນ ສຳລັບວັກຊີນທີ່ຜະລິດ ໂດຍຜູ້ຜະລິດຢາຂອງສະຫະລັດ Pfizer ແລະ BioNTech ຂອງເຢຍລະມັນ ໜຶ່ງອາທິດ ຫຼັງຈາກທີ່ UK ກາຍເປັນປະເທດຕາເວັນຕົກປະເທດທຳອິດທີ່ອະນຸຍາດໃຫ້ມີການໃຊ້ວັກຊີນປ້ອງກັນໂຄວິດ-19 ຢ່າງແຜ່ຫຼາຍ​ ໂດຍກຳລັງກຽມຈັດການຄັ້ງທຳອິດ ໃນວັນທີ 8 ທັນວາ ຕາມເວລາທ້ອງຖິ່ນໃນການຕໍ່ສູ້ກັບໄວຣັດ 800,000 ຄັ້ງທຳອິດຈະສົ່ງໃຫ້ກັບຜູ້ທີ່ມີອາຍຸຫຼາຍກວ່າ 80 ປີ ທີ່ເຂົ້າຮັບການຮັກສາໃນໂຮງໝໍ ຫຼືມີການນັດໝາຍຜູ້ປ່ວຍນອກ ພ້ອມກັບຄົນງານໃນບ້ານພັກຄົນຊະລາ.​ ອີກດ້ານໜຶ່ງ​ ສູນບໍລິການສຸຂະພາບແຫ່ງຊາດກຳລັງເວົ້າກັບປະຊາຊົນທີ່ກຳລັງຄອງຖ້າຢູ່ວ່າ ບໍ່ຕ້ອງໂທຫາເຮົາ ເຮົາຊິໂທຫາເຈົ້າ ສະເພາະຜູ້ທີ່ໄດ້ຮັບການຕິດຕໍ່ຈາກ NHS ເພື່ອນັດໝາຍເທົ່ານັ້ນ ທີ່ຈະໄດ້ຮັບຜະລິດຕະພັນ. ການຈັດສົ່ງວັກຊີນ Pfizer-BioNTech ຄັ້ງທຳອິດຖືກສົ່ງໄປຍັງກຸ່ມໂຮງໝໍໃນສະຫະອານາຈັກທີ່ໄດ້ຮັບການຄັດເລືອກ ເມື່ອວັນທີ 6 ທັນວາທີ່ຜ່ານມາ.​ ລັດຖະບານມີກຳນົດເປົ້າໝາຍໄປຍັງປະຊາກອນຫຼາຍກວ່າ 25 ລ້ານຄົນ ຫຼືປະມານ 40% ຂອງປະຊາກອນໃນຊ່ວງທຳອິດ ຂອງໂຄງການສີດວັກຊີນ ຊຶ່ງໃຫ້ຄວາມສຳຄັນເປັນອັນດັບທຳອິດ ສຳລັບຜູ້ທີ່ມີຄວາມສ່ຽງສູງສຸດຈາກໂລກ.

Read More »

ຄະນະສະເພາະກິດ ຫຼວງນ້ຳທາ ເລັ່ງຊອກຫາຜູ້ສຳຜັດກັບ ຈີນ 2 ຄົນ…..

ປັດຈຸບັນ ທີມງານສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບ ວິຊາການອົງການອະນາໄມໂລກ ສົມທົບກັບພະແນກສາທາລະນະສຸກແຂວງ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ວາງແຜນການ ແລະ ມາດຕະການ ຊອກຄົ້ນຫາກໍລະນີຜູ້ທີ່ໄດ້ສຳຜັດກັບຄົນຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງຜ່ານແຂວງຫຼວງນໍ້າທາ ໃນອາທິດຜ່ານມາ ແລະ ສົ່ງທີມງານລົງເກັບກໍາຂໍ້ມູນຢູ່ເຂດພິເສດບໍ່ເຕັນ ໂດຍສະເພາະແມ່ນ 5 ຄົນທີ່ເປັນເປົ້າໝາຍ. ທ່ານ ດຣ ຄໍາມອນ ດວງພະຈັນ ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ -19 ຂັ້ນແຂວງໃຫ້ຮູ້ໃນວັນທີ 7 ທັນວາ 2020 ນີ້ວ່າ: ໄລຍະວັນທີ 3 ທັນວາ 2020 ອີງຕາມສະພາບການລາຍງານຂອງເຈົ້າໜ້າທີ່ດ່ານສາກົນບໍ່ເຕັນ ແລະ ບໍ່ຫ່ານ ກ່ຽວກັບ 2 ກໍລະນີນັ້ນ, ມາຮອດວັນທີ 4 ທັນວາ ກອງເລຂາຄະນະສະເພາະກິດໄດ້ປະຊຸມດ່ວນ ກ່ຽວກັບສະພາບການກໍລະນີຜູ້ຕິດເຊື້ອ ຄົນຈີນ 2 ຄົນ, ເຊິ່ງກອງປະຊຸມໄດ້ເຫັນດີແຕ່ງຕັ້ງທີມງານສອບສວນ ແລະ ...

Read More »

ກອງປະຊຸມສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ 44……..

ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ຈັດກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນນະຄອນຫຼວງວຽງຈັນ ຄັ້ງທີ 44. ໃນຕອນເຊົ້າຂອງວັນອັງຄານທີ 8 ທັນວາ 2020 ຢູ່ຫ້ອງການບໍລິຫານ ການລົງທຶນປະຕູດຽວ ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ມີບັນດາຄະນະ ຄລທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ໄຂຂື້ນ ໂດຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນນະຄອນຫຼວງວຽງຈັນ ( ຄລທ ) ຊຶ່ງຈະໄດ້ພ້ອມກັນຄົນຄວ້າລວມມີ 8 ວາລະ ຂໍທິດຊິນຳ ເພື່ອພິຈາລະນາຂໍອະນຸຍາດລົງທຶນ ແລະ ມີ 1 ວາລະ ຂໍປະກອບຄຳເຫັນໃຫ້ຂັ້ນສູນກາງ. ໃນ 8 ວາລະກອງປະຊຸມນີ້ ມີຢູ່ 9 ໂຄງການລົງທຶນ ໃນນັ້ນປະກອບມີຂະແໜງອຸດສາຫະກຳ 3 ໂຄງການ ແລະ ຂະແໜງບໍລິການ 6 ໂຄງການຄື: ...

Read More »