ທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ8.475 ແຫ່ງ……..

ມາຮອດປັດຈຸບັນທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 161 ພັນຄົນ. ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ແມ່ນໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍ 42,38% ຕໍ່ປີ; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍ 26,04% ຕໍ່ປີ; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍ 25,31% ຕໍ່ປີ.

ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ໂດຍລວມຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະໃນໄລຍະປີ 2016 – 2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະ   ເລ່ຍຕໍ່ປີ 9,22% ( ແຜນການ   12% ).

laophatthananewspaper: ໂຮງງານ ແປ້ງ ມັນຕົ້ນ ລາວ ອິນ ໂດ ໄຊ ນາ ສົ່ງ ກີ່ນ ເໝັ່ນ  ຮຸນແຮງໃຜຈະເປັນຜູ້ຮັບຜິດຊອບ

ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບ ພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ການຜະລິດຢາງ ແລະ ຜະລິດຕະພັນພລາສຕິກ ສະເລ່ຍຕໍ່ປີ 10,47%; ໝວດການຜະລິດເຄື່ອງດື່ມ ສະເລ່ຍຕໍ່ປີ 8,43% ແລະ ໝວດການຜະລິດສະບຽງອາຫານ ສະເລ່ຍ 6,43% ເປັນຕົ້ນ.

ແຮງງານ ແລະ ສະຫວັດດີການສັງຄົມ ສະເໜີຮ່າງກົດໝາຍປະກັນສັງຄົມ ສະບັບປັບປຸງ

ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ໄລຍະຜ່ານມາໄດ້ສຸມໃສ່ການສ້າງລະບຽບການນິຕິກໍາ, ແຜນພັດທະນາ ແລະ ຍຸດທະສາດ ເພື່ອເປັນເຄື່ອງມືອັນສໍາຄັນໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ, ມີກົນໄກການຄຸ້ມຄອງທີ່ຮັບປະກັນ, ສະດວກ ແລະ ຈັດຕັ້ງປະຕິບັດໄດ້ງ່າຍຂຶ້ນ, ມີແຜນພັດທະນາທີ່ຊັດເຈນ ເຊິ່ງສາມາດສ້າງອອກເປັນກົດໝາຍ 3 ສະບັບ ຄື: ກົດໝາຍອຸດສາຫະກຳປຸງແຕ່ງ, ກົດໝາຍຄຸ້ມຄອງເຄມີ ແລະ ກົດໝາຍຫັດຖະກຳ. ສະເພາະປີ 2019 ກົມໄດ້ອອກນິຕິກຳລຸ່ມກົດໝາຍ 16 ສະບັບ.

ກົມອຸດສາຫະກໍາ ແລະ ຫັດຖະກໍາລາຍງານວ່າ: ປີ 2016 ທົ່ວປະເທດມີ 13,148 ໂຮງງານ  (ທຸກຂະໜາດ) | Laos News Agency

ພ້ອມນີ້, ຍັງໄດ້ຮັບຮອງຍຸດທະສາດການພັດທະນາອຸດສາຫະກໍາ 5 ຂະແໜງຍ່ອຍ ປີ 2021 – 2025 ຄື: 1.ອຸດສາຫະກໍາປຸງແຕ່ງກະສິກໍາ ແລະ ອາຫານ, 2.ອຸດສາຫະກຳຕັດຫຍິບ, 3.ອຸດສາຫະກໍາປຸງແຕ່ງໄມ້, 4.ຫັດຖະກໍາ ແລະ 5.ອຸດສາຫະກໍາໄອທີໃນເງື່ອນໄຂນໍາໃຊ້ພະລັງງານໄຟຟ້າລາຄາຖືກ.

ໂຮງງານ-Bloomden Bioceramics ຮ່ວມ., ກັດ

ໃນປີ 2020 ຫົວໜ່ວຍອຸດສາຫະກໍາປຸງແຕ່ງໃນຂອບເຂດທົ່ວປະເທດ ມີຈໍານວນ 8.475 ແຫ່ງ ໂດຍແບ່ງອອກເປັນໂຮງງານຂະໜາດໃຫຍ່ 684 ແຫ່ງ, ຂະໜາດກາງ 1.025 ແຫ່ງ ແລະ ຂະໜາດນ້ອຍ 6.766 ແຫ່ງ. ນອກ  ຈາກນີ້, ຍັງມີຫົວໜ່ວຍອຸດ   ສາຫະກໍາປຸງແຕ່ງຂະໜາດ   ນ້ອຍແບບຄອບຄົວ ຈໍານວນ 19.522 ແຫ່ງ.

Nỗ lực để hiện thực hóa mục tiêu

ສາມາດສ້າງວຽກເຮັດງານທຳໄດ້ໃນຈຳນວນ 161.584 ຄົນ ( ປີ 2020 ), ປະກອບມີແຮງງານໃນໂຮງງານຂະໜາດໃຫຍ່ 65.041 ຄົນ; ໃນໂຮງງານຂະໜາດກາງ 25.930 ຄົນ ແລະ ໃນໂຮງງານຂະໜາດນ້ອຍ ມີ 33.358 ຄົນ. ສໍາລັບແຮງງານໃນຫົວໜ່ວຍອຸດສາຫະກຳປຸງແຕ່ງຂະ ໜາດນ້ອຍແບບຄອບຄົວ ມີ 37.255 ຄົນ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments