ແມ່ຍິງລາວໄດ້ຮັບການບັນຈຸເຂົ້າໃນຕຳ ແໜ່ງພັກ-ລັດ ນັບມື້ມີບົດບາດ…………

ໃນໂອກາດດຳເນີນກອງປະຊຸມປະຊຸມໃຫຍ່ຜູ້ແທນກຳ ມະບານລາວທົ່ວປະເທດຄັ້ງທີ VIII ຢູ່ນະຄອນຫລວງວຽງຈັນ ໃນວັນທີ 3 ທັນວາ 2020 ທ່ານ ນາງ ຈັນໂສດາ ພອນທິບ, ຄະນະພັກ, ຫົວໜ້າຫ້ອງການກອງເລຂາຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສູນກາງສະຫະພັນແມ່ຍິງລາວ ໄດ້ຂຶ້ນປະກອບຄໍາເຫັນໃນຫົວຂໍ້ “ການພັດທະນາ ແລະ ປົກປ້ອງແຮງ ງານເພດຍິງ” ທ່ານໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ ສູນກາງສະຫະພັນແມ່ຍິງລາວ ໃນຖານະເປັນອົງການຕົວ ແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ ນ້ອຍ ກໍ່ໄດ້ເອົາໃຈໃສ່ເຮັດສຳເລັດໜ້າທີ່ຂອງຕົນຄຽງບ່າຄຽງໄຫລ່ກັບອົງການຈັດຕັ້ງມະຫາຊົນອື່ນໆ

ໂດຍສະເພາະ ອົງການຈັດຕັ້ງສະຫະພັນກຳມະບານລາວ ໃນການສຶກສາອົບຮົມ ແລະ ພັດທະນາແມ່ຍິງຕາມ 4 ດ້ານທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ພັດທະນາທາງດ້ານຈິດໃຈຮ່າງກາຍ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ) ຕິດພັນກັບການປະຕິບັດຂ້ໍແຂ່ງຂັນ 3 ດີຢ່າງເປັນຂະບວນຟົດຟື້ນ, ສະມາຊິກສະ ຫະພັນແມ່ຍິງ ແລະ ແມ່ຍິງຢູ່ຫລາຍຂົງເຂດ, ຫລາຍສາຂາອາຊີບໄດ້ຮັບການພັດທະນາຢ່າງຮອບດ້ານ ແລະມີລະດັບທີ່ສູງຂຶ້ນ, ສາມາດສ້າງຄວາມເຊື່ອໝັ້ນໃຫ້ແກ່ການຈັດຕັ້ງພັກ-ລັດ ແລະເປັນທີ່ຍອມຮັບຂອງສັງຄົມ.

ມາຮອດປະຈຸບັນ ແມ່ຍິງໄດ້ຮັບການບັນຈຸເຂົ້າໃນຕຳແໜ່ງພັກ-ລັດໃນແຕ່ລະຂັ້ນ ເປັນຕົ້ນ: ເປັນກໍາມະການກົມການເມືອງສູນກາງພັກ 01 ຄົນ, ກໍາມະການສູນກາງພັກ 07 ຄົນ, ກໍາມະການສໍາຮອງສູນກາງພັກ 03 ຄົນ, ລັດຖະມົນຕີ ແລະທຽບເທົ່າ, ເຈົ້າແຂວງ 09 ຄົນ, ຮອງລັດຖະມົນ ຕີ ແລະທຽບເທົ່າ, ຮອງເຈົ້າແຂວງ 17 ຄົນ, ເຈົ້າເມືອງ 04 ຄົນ, ສະມາຊິກສະພາແຫ່ງຊາດ 41 ຄົນ, ສະມາຊິກສະພາແຂວງ 116 ຄົນ ແລະ ປະທານສະພາແຂວງ 02 ຄົນ, ຄະນະປະຈໍາພັກເມືອງ 27 ຄົນ, ຮອງພະແນກ ແລະ ທຽບເທົ່າ 1.495 ຄົນ, ຮອງພະແນກອ້ອມຂ້າງແຂວງ 218 ຄົນ, ຄະນະປະຈໍາພັກເມືອງ105 ຄົນ, ນາຍບ້ານ 199 ຄົນ ແລະ ຮອງນາຍບ້ານ 2.656 ຄົນ.

ທ່ານ ນາງຈັນໂສດາ ພອນທິບ ໃຫ້ຮູ້ຕື່ມວ່າ: ສູນກາງສະຫະພັນແມ່ຍິງລາວ ຍັງໄດ້ເປັນເຈົ້າການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະ ຖັນແຖວພະ ນັກງານ, ສະມາຊິກກຳມະບານ ແລະກຳມະກອນເພດຍິງ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສຶກສາອົບຮົມຍົກລະດັບຄວາມຮູ້ກ່ຽວກັບລັດຖະທຳມະນູນ, ກົດໝາຍ ແລະ ເອົາໃຈໃສ່ໂຄສະນາເຜີຍແຜ່ບາງມາດຕາຂອງກົດໝາຍທີ່ພົວພັນເຖິງການພັດທະນາ ແລະປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະເດັກນ້ອຍຈຳນວນ 70 ຄັ້ງ, ມີຜູ້ເຂົ້າ ຮ່ວມ 9.886 ຄົນ, ຍິງ 4.492 ຄົນ. 5 ປີຜ່ານມາສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ຄຳປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍດ້ານກົດໝາຍ, ດ້ານສຸຂະ ພາບ ແລະດ້ານຈິດໃຈ ທີ່ບໍ່ເສຍຄ່າແບບເຊິ່ງໜ້າ ແລະ ໂທລະດັບສາຍດ່ວນ 1362 ທັງໝົດ 2.008 ຄົນ, ຍິງ 1.529 ຄົນ, ມີຈຳນວນ1.793 ເລື່ອງ ແລະ ອື່ນຯ.

ແຫຼ່ງຂໍ້ມູນ: ວສລ

Comments