ການນຳພັກ-ລັດ ຮ່ວມຊົມການຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ 12 ລາຍການ………….

ໃນວັນທີ 30 ພະຈິກ 2020 ທີ່ສະໜາມຫັດແອບວິທະຍາຄານກົມມະດໍາ ກອງທັບປະຊາຊົນ ປະຕິວັດລາວ ໄດ້ຈັດຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ

ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ເລຂາທິການໃຫຍ່ ຄະນະບໍລິຫານສູກກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນການພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນການພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີ ພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກອງທັບປະຊາຊົນ ປະຕິວັດລາວ ທັງເປັນຄະນະຊີ້ນຳລວມ ການຝຶກຊ້ອມການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ໄດ້ລາຍງານໃຫ້ຮູ້ວ່າ: ການສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ໃນຄັ້ງນີ້, ປະກອບມີ 12 ລາຍການ ຄື: ສະແດງສິລະປະຈາກກອງສິນລະປະກອນກອງທັບ; ຍິງເປີດປ້າຍຄໍາຂວັນ(ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ) ຍິງເປົ້າຈານເຫຼັກປືນສັ້ນຍິງ-ປືນສັ້ນຊາຍ ແລະ ຍິງເປົ້າຈານປືນເຫຼັກສັ້ນ;

ເຫຼົ່າຮົບສືບຂ່າວ ສົມທົບທະຫານອາກາດ, ກອງຫຼອນ ແຂວງວຽງຈັນ ເຮັດໜ້າທີ່ແກ້ໄຂກອບກູ້ຕົວປະກັນ; ເຫຼົ່າຮົບຕີພິເສດປິດລັບ ຫຼອນຕີສັດຕູພັກທັບຊົ່ວຄາວ; ທະຫານອາກາດຍິງເປົ້າໝາຍທາງໜ້າດິນ Z-9, YAK-130; ເຫຼົ່າຮົບປ້ອງກັນອາກາດດັບສູນເປົ້າໝາຍເທິງອາກາດ, ຊູ 23, ລູກສອນອີທຽນ, ລູກສອນ K-38; ເຫຼົ່າຮົບປືນໃຫຍ່ BM-21, ປືນໃຫຍ່ 122 ມມ,152ມມ, ຍິງກຽມ, ຍິງຍົກຍ້າຍ; ຊ່າງແສງສົ່ງໝາກຝາບິນ ແລະ ເປີດທາງໄຂ; ທະຫານຮາບຍານເກາະ ສົມທົບເຫຼົ່າຮົບລົດຕັງປະຕິບັດບຸກຕີສັດຕູຈັ້ງທ່າ; ເຫຼົ່າຮົບເສນາຮັກກອບກູ້ຄົນບາດເຈັບຢູ່ສະໜາມ; ລົບລ້າງທາດພິດເຄມີໃຫ້ຄົນ ແລະ ພາຫະນະ, ອາວຸດ ແລະ ທະຫານອາກາດນຳໃຊ້ຍົນບິນສວນສະໜາມ.

ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຍັງໃຫ້ຮູ້ອີກວ່າ: ນອກຈາກຈະສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລ້ວການຝຶກຊ້ອມໃນຄັ້ງນີ້ ຍັງເປັນການທົບທວນຕີລາຄາການຝຶກອົບຮົມ,ຂອງບັນດານາຍທະຫານ ຕະຫຼອດໄລຍະຜ່ານມາ ຕີລາຄາຄືນການບັນຊາສູ້ຮົບຂອງນາຍທະຫານ ແນໃສ່ສ້າງຄວາມສຳນິສຳນານ ໃນການສູ້ຮົບ, ນຳໃຊ້ອາວຸດ ແລະ ອຸປະກອນທີ່ທັນສະໄໝ ແລະ ສາມາດດັບສູນເປົ້າໝາຍໄດ້ຢ່າງແໝ້ນຢຳ.

ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ຕໍ່ການສະແດງດັ່ງກ່າວ ຊຶ່ງ ເປັນການປະກອບສ່ວນໃນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ໃຫ້ມີບັນຍາກາດຟົດຟື້ນ ຮັກສາໄດ້ຄວາມປອດປອດໄພ ເຊິ່ງການສະແດງດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງ ການຕໍ່ສູ້ປົດປ່ອຍອັນພິລະອາດຫານຂອງ ກອງທັບປະຊາຊົນ ປະຕິວັດລາວ ກໍຄືບັນປະຊາຊົນລາວບັນດາເຜົ່າໃນເວລານັ້ນ.

Comments