ຂະແໜງການຕ່າງປະເທດ ປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ………..

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ທ່ານ ສະ ເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສືມວນຊົນເມື່ອບໍ່ດົນມານີ້ ໂດຍຍົກໃຫ້ເຫັນຜົນສຳເລັດຕະຫຼອດ 45 ປີ ໃນຂົງເຂດວຽກງານການຕ່າງປະເທດ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆມາ ໂດຍສະເພາະແມ່ນການປະຕິບັດນະໂຍບາຍການຕ່າງປະເທດ ຂອງພັກ ແລະ ລັດ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ພາຍຫຼັງ ທີ່ໄດ້ຮັບສະຖາປະນາ ສປປ ລາວ ພັກ-ລັດພວກເຮົາ ໄດ້ວາງນະໂຍບາຍການຕ່າງປະເທດ ທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອຮັບປະກັນ ການຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນ ແມ່ນໃນໄລຍະປີ 1975-1982. ພາຍຫຼັງໂລກໄດ້ກາຍເປັນສອງຂົ້ວຄື ສັງຄົມນິຍົມ ແລະ ທຶນນິຍົມ, ລັດຖະບານໂດຍສະເພາະແມ່ນພັກປະຊາຊົນປະຕິວັດລາວ ກໍໄດ້ວາງນະໂຍບາຍທີ່ຖືກຕ້ອງ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຍຶດໝັ້ນໃນລັດທິສັງຄົມນິຍົມ,

ໃນໄລຍະດັ່ງກ່າວນັ້ນ ເຮົາຈຶ່ງປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ສັງຄົມນິຍົມ ເຊິ່ງພັກ-ລັດພວກເຮົາໄດ້ນຳພາປະເທດຊາດ ປະຕິບັດນະໂຍບາຍການຕ່າງປະເທດ ໂດຍຮ່ວມມືກັບບັນດາປະເທດສັງຄົມນິຍົມ, ຄ້າຍສັງຄົມນິຍົມ ເຮັດໃຫ້ພວກເຮົາສາມາດພັດທະນາປະເທດຊາດ ແລະ ປະຕິບັດສອງໜ້າຍຸດທະສາດ ຄື: ປັກປັກຮັກສາ ແລະ ສ້າງສາປະເທດຊາດໃນລະດັບໃດໜຶ່ງ.

ລາວສະໜັບສະໜູນຕໍ່ການຮັບຮອງເອົາກົດໝາຍວ່າດ້ວຍການ  ຮັກສາຄວາມຫມັ້ນຄົງແຫ່ງຊາດຂອງເຂດປົກຄອງພິເສດຮົງກົງຂອງ ຈີນ – Vientiane Times Lao

ໃນຊຸມຕົ້ນປີ 1990 ເປັນຕົ້ນມາ ພັກ ແລະ ລັດ ຂອງພວກເຮົາໄດ້ວາງນະໂຍບາຍອັນສອດຄ່ອງກັບສະພາບຄວາມເປັນຈິງ ພວກເຮົາເຫັນໄດ້ວ່ານະໂຍບາຍການຕ່າງປະເທດຂອງພວກເຮົາ ຖ້າຈະໄປເອື່ອຍອີງຄ້າຍສັງຄົມນິຍົມທີ່ໄດ້ແຕກສະລາຍໃນເມື່ອກ່ອນນັ້ນຈະບໍ່ສາມາດ ນຳ ພາປະເທດຊາດເຂົ້າໄປສູ່ການສ້າງສັງຄົມນິຍົມໄດ້. ດ້ວຍເຫດນັ້ນພັກພວກເຮົາຈຶ່ງໄດ້ພ້ອມວາງນະໂຍບາຍໃຫ້ຖືກຕ້ອງ ເປີດກວ້າງການຮ່ວມມື ເພີ່ມມິດຫຼຸດຜ່ອນສັດຕູ, ຈາກນັ້ນພວກເຮົາຈຶ່ງສັງເກດເຫັນວ່າ ຕະຫຼອດໄລຍະຊຸມປີ 1990 ເປັນຕົ້ນມາ ພວກເຮົາຈະເຫັນການຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດຕ່າງໆຢູ່ໃນໂລກນີ້ ນັບມື້ນັບເພີ່ມຂຶ້ນ; ການເຄື່ອນໄຫວການຕ່າງປະເທດຂອງການນຳພວກເຮົາໃນແຕ່ລະຂັ້ນ ນັບມື້ນັບກວ້າງຂວາງອອກ ເຊິ່ງອັນນີ້ ເປັນການສ້າງສະພາບແວດລ້ອມ ສ້າງເງື່ອນໄຂອັນດີຢູ່ໃນລະດັບພາກພື້ນ ແລະ ສາກົນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ,

ຂ່າວດີ! ກະຊວງການຕ່າງປະເທດ ປະກາດຮັບສະໝັກພະນັກງານ ລັດຖະກອນ | Laos News Agency

ສະນັ້ນ ຕັ້ງແຕ່ຊຸມປີ 1990 ເປັນຕົ້ນມາ ເຖິງປັດຈຸບັນ ພັກ-ລັດ ພວກເຮົາໄດ້ປະຕິບັດນະໂຍບາຍການຕ່າງ ປະເທດ ທີ່ສະເໝີຕົ້ນສະເໝີປາຍ ເພີ່ມທະວີການຮ່ວມມືກັບຕ່າງປະເທດດ້ວຍຫຼາຍຮູບຫຼາຍສີ ທັງສອງຝ່າຍ ແລະ ຫຼາຍຝ່າຍ ດ້ວຍຫລາຍລະດັບການນຳ ຕັ້ງແຕ່ສູນກາງຈົນຮອດທ້ອງຖິ່ນ ໄດ້ສຸມໃສ່ບຸກທະລຸ ໃນການປະຕິບັດນະໂຍບາຍການຕ່າງປະເທດ ຈຶ່ງເຮັດໃຫ້ເຮົາສາມາດສ້າງມິດ ແລະ ເຮັດໃຫ້ສາກົນມີຄວາມເຂົ້າອົກເຂົ້າໃຈ ຕໍ່ພັກ-ລັດ ຕໍ່ນະໂຍບາຍ ການພັດທະນາເສດຖະກິດຂອງ ສປປ ລາວ.

ກະຊວງການຕ່າງປະເທດ ກຽມພ້ອມຈັດກອງປະຊຸມໃຫຍ່ ຄັ້ງທີ IV… – Target Magazine

ເຊິ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າປັດຈຸບັນນີ້ ເຮົາມີເພື່ອນມິດຫຼາຍປະເທດໃນໂລກ ພວກເຮົາສາມາດສ້າງຕັ້ງສາຍພົວພັນການທູດກັບ 143 ປະເທດໃນທົ່ວໂລກ ມາເຖິງປັດຈຸບັນພວກເຮົາໄດ້ປະກອບສ່ວນເຂົ້າເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະໃນລະດັບພາກພື້ນ ແລະ ສາກົນ, ອັນທີ່ພົ້ນເດັ່ນແມ່ນພາຍຫຼັງທີ ສປປ ລາວ ເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເປັນຕົ້ນມາ ບໍ່ພຽງແຕ່ການເຂົ້າເປັນສະມາຊິກແບບຮູບການເທົ່ານັ້ນ ແຕ່ມັນສະແດງໃຫ້ເຫັນເຖິງບົດບາດການເຂົ້າຮ່ວມຢ່າງຕັ້ງໜ້າປະກອບສ່ວນຢ່າງຫ້າວຫັນເຂົ້າໃນກິດຈະກຳ ແລະ ວຽກງານຕ່າງໆ ຢູ່ໃນກອບອາຊຽນ ເພື່ອປະກອບສ່ວນເຮັດໃຫ້ປະຊາຄົມອາຊຽນ ສາມາດເລີ່ມຕົ້ນສ້າງເປັນປະຊາຄົມອາຊຽນທີ່ແທ້ຈິງ ແລະ ເປັນການປະກອບສ່ວນອັນສຳຄັນຂອງ ສປປ ລາວ ໃນຂົງເຂດການຮ່ວມມືໃນສະມາຄົມອາຊຽນ.

Comments