ການເມືອງ

ທະນາຄານ ຫວຽດຕິນ ມອບເງິນ ສະໜັບສະໜູນ ງານຜະລິດຕະພັນລາວ 2020………..

ທະນາຄານ ຫວຽດຕິນ ລາວ ຈຳກັດ ໄດ້ມອບເງີນ ສະໜັບສະໜູນງານ ຜະລິດຕະພັນລາວ 2020 ( Made in Laos 2020) ໃນຕອນເຊົ້າຂອງວັນທີ 07 ທັນວາ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).  ເປັນຈໍານວນເງິນ 15,000,000ກີບ ເພື່ອປະກອບສ່ວນ ເປັນສ່ວນຫນຶ່ງໃນການສົ່ງເສີມຜະລິດຕະພັນລາວ. ພິທີດັ່ງກ່າວເຂົ້າຮ່ວມ ແລະ ມອບໂດຍ ທ່ານ ເລ ກ໋ວກ ນາມ ຜູ້ອຳນວຍການ ທະນາຄານ ຫວຽດຕິນ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ຈັດງານຜະລິດຕະພັນລາວ 2020 (Made in Laos 2020) ໃນລະຫວ່າງວັນທີ 25 ທັນວາ 2020 ຫາ 03 ມັງກອນ ...

Read More »

ຫາລື ການຄຸ້ມຄອງການລົງທຶນ ທີ່ມີປະສິດທິພາບ ສາມາດກວດສອບໄດ້…………

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການໄຈກາ ປະຈຳ ສປປ ລາວ ຈັດກອງປະຊຸມຄະນະທີ່ປຶກສາໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ( PIMCAP ) ຄັ້ງທີ I ຂຶ້ນໃນວັນທີ 4 ທັນວາ 2020 ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ເຄໂຊ ທາເກວະກະ ( KEIZO TAKEWAKA ) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ, ຮອງເຈົ້າແຂວງຈຳປາສັກ, ບັນດາຫົວໜ້າ – ຮອງຫົວໜ້າກົມ ແລະ ວິຊາການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກິແກ້ວ ຈັນທະບູລີ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ໂດຍໃນຊຸມປີຕໍ່ໜ້າລັດຖະບານຈະໄດ້ສຸມໃສ່ການພັດທະນາປະເທດໃຫ້ມີຄຸນນະພາບ, ມີຈຸດສຸມ, ຍືນຍົງ ...

Read More »

ຄະນະບໍລິຫານງານສູນກາງ ຕ້ອງສຸມໃສ່ 5 ວຽກງານສໍາຄັນໃຫຍ່……………

ທ່ານ ແສງນວນ ໄຊຍະລາດ, ຄະນະເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VIII ໃນໂອກາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-4 ທັນວາ 2020 ນີ້ວ່າ: ຄະນະບໍລິຫານງານສູນກາງສະຫະພັນກໍາມະບານຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ 5 ວຽກງານສໍາຄັນໃຫຍ່ດັ່ງນີ້: 1. ຕ້ອງເປັນໃຈກາງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຄະນະນໍາສະຫະພັນກໍາມະບານແຕ່ລະຂັ້ນ, ສະມາຊິກສະຫະພັນກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອແຮງງານໃຫ້ໜັກແໜ້ນ ເພື່ອປັບປຸງການຈັດຕັ້ງສະຫະພັນກໍາມະບານໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບໃໝ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. 2. ເປັນເຈົ້າການ ແລະ ເພີ່ມທະວີຄວາມຮັບຜິດຊອບການເມືອງ, ນໍາພາຊີ້ນໍາສະຫະພັນກໍາມະບານແຕ່ລະຂັ້ນ ເຊື່ອມຊຶມ, ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນບັນດາທິດທາງ, ນະໂຍບາຍການພັດທະນາວຽກງານກໍາມະບານລາວທີ່ກໍານົດອອກໃນມະຕິກອງປະ ຊຸມໃຫຍ່ຄັ້ງນີ້ໃຫ້ເລິກເຊີ່ງ ແລະ ຍູ້ແຮງການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ. 3. ຮີບຮ້ອນແບ່ງວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວໃຫ້ລະອຽດຈະແຈ້ງ, ລວມທັງການສ້າງແຜນດໍາເນີນງານຕະຫລອດສະໄໝຂອງຄະນະບໍລິຫານງານນັບແຕ່ຫົວທີ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ກໍຄື ການຕິດຕາມ, ກວດກາໃນແຕ່ລະໄລຍະ. 4. ຕ້ອງຢຶດໝັ້ນ ແລະ ເຂັ້ມງວດໃນການປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົຍຮັບຜິດຊອບ ...

Read More »

ສປປ ລາວ ຈະເປັນປະທານກອງປະຊຸມ ຫາລືເຂດ ສາມຫຼ່ຽມພັດທະນາ………

ໃນຕອນເຊົ້າ ວັນທີ 9 ທັນວາ 2020, ສປປ ລາວ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10, ພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໂດຍການເປັນເຈົ້າພາບຂອງຣາຊະອານາຈັກກຳປູເຈຍ ຊຶ່ງ 3 ກອງປະຊຸມສຸດຍອດດັ່ງກ່າວຈະຈັດຂຶ້ນ ໃນຮູບແບບກອງປະຊຸມທາງໄກ. ກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະ 2 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19. ...

Read More »

ເປີດປ້າຍສິລາຈາລຶກ ອະນຸສອນສະຖານ…….

ເປີດປ້າຍສິລາຈາລຶກ ອະນຸສອນສະຖານ ບ່ອນດຳເນີນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ 1955. ວັນທີ 7 ທັນວາ 2020 ນີ້, ທີ່ດ່ານນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາສະຫາຍການນຳພັກ – ລັດ, ອະດີດການນຳພັກ – ລັດ ພ້ອມດ້ວຍພະນັກງານປະຕິວັດອາວຸໂສ, ບັນດາກ້ອນກຳລັງ ປກສ-ປກຊ, ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນແຂວງຫົວພັນ ໄດ້ພ້ອມພຽງກັນ ເຂົ້າຮ່ວມພິທີເປີດປ້າຍ ສິລາຈາລຶກ ອະນຸສອນສະຖານ ບ່ອນດຳເນີນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ປີ 1955. ແຫຼ່ງຂໍ້ມູນ: ຂປລ

Read More »

ກອງປະຊຸມໃຫ່ຍອົງຄະນະພັກກະຊວງສາທາລະນະສຸກ ອັດລົງຢ່າງທາງການ…….

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກກະຊວງສາທາລະນະສຸກຄັ້ງທີ IX ໄດ້ອັດລົງຢ່າງເປັນ ທາງການ ໃນຕອນເຊົ້າ ວັນທີ 4 ທັນວາ 2020 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍຫຼັງດໍາເນີນມາເປັນເວລາມື້ເຄິ່ງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພອນ ພຸດທະວົງ ເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໃຫ້ກຽດເຂົ້າຮ່ວມມີສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີພາກສ່ວນກ່ຽວຂ້ອງ, ແຂກຮັບເຊີນ, ພ້ອມດ້ວຍຜູ້ແທນສົມບູນ 184 ສະຫາຍ, ຍິງ 73 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວກະຊວງສາທາລະນະສຸກ 1.340 ສະຫາຍ. ໃນກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງ, ແຜນການພັດທະນາວຽກງານສາທາລະນະສຸກ 5 ປີ ນັບແຕ່ປີ 2012 ຫາປີ 2025, ໄດ້ຮັບຟັງບົດຮຽນອັນພົ້ນເດັ່ນຈາກອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ສາຍແຜນງານປິ່ນປົວ-ຟື້ນຟູໜ້າທີ່ການ ແລະສາຍແຜນງານຄຸ້ມຄອງພັດທະນາພະນັກງານ ແລະຄົ້ນຄວ້າວິທະຍາສາດ; ນອກນັ້ນ, ຍັງໄດ້ຮັບຟັງບົດປະກອບຄໍາເຫັນກ່ຽວກັບການຍົກສູງຄຸນນະພາບການບໍລິການສຸຂະພາບ ຕິດພັນກັບການບໍລິການ ປິ່ນປົວພະຍາດໂຄວິດ-19, ການສ້າງຂະບວນການຂອງ 3 ອົງການຈັດຕັ້ງມະຫາຊົນ ຕິດພັນກັບວຽກງານວິຊາສະເພາະ ແລະ ປະກອບຄໍາເຫັນການເຕີບໃຫ່ຍຂະຫຍາຍຕົວຂອງຖັນແຖວພະນັກງານໃນຂະແໜງສາທາລະນະສຸກ. ...

Read More »

ຖວທ ມີແຫຼ່ງທ່ອງທ່ຽວ 2.208 ແຫ່ງ ແລະ ໄດ້ຮັບການພັດທະນາແລ້ວ 590 ແຫ່ງ………..

ປີ 2021 ກະຊວງ ຖວທ ຈະສຸມໃສ່ບັນດາແຜນວຽກບຸລິມະສິດ ພັດທະນາວຽກງານທ່ອງທ່ຽວເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ກ່າວວ່າ: ໃນໄລຍະ 45 ປີຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດແນວທາງການປ່ຽນແປງໃໝ່ຮອບດ້ານ ໂດຍຖືເອົາການທ່ອງທ່ຽວເປັນໜຶ່ງໃນຂະແໜງຍຸດທະສາດທີ່ສໍາຄັນໃນການພັດທະນາເສດຖະກິດສະເພາະໜ້າ ແລະ ຍາວນານ ເຊິ່ງເປັນຂະແໜງທີ່ສ້າງຜົນປະໂຫຍດແບບທະວີຄູນ ແລະ ສາມາດນໍາລາຍໄດ້ໃຫ້ປະຊາຊົນບັນດາເຜົ່າ ທັງເຂດຕົວເມືອງ ແລະ ຊົນນະບົດ. ທ່ານກ່າວຕື່ມວ່າ: ໃນປັດຈຸບັນ ສປປ ລາວ ມີຈໍານວນແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນີ້ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ. ໃນນັ້ນ, ໄດ້ສໍາຫຼວດຂັ້ນພື້ນຖານແລ້ວ ຈໍານວນ ...

Read More »

ລັດເລັ່ງປັບປຸງຫຼຸດປະລິມານ ແຕ່ເພີ່ມຄຸນນະພາບຂອງພະນັກງານລັດ……………..

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນ ໂດຍສະເພາະຈະເນັ້ນປັບປຸງ ຄຸຸນນະພາບ ແລະການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈຳນວນພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ, ນອກນັ້ນ ຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບປັດຈຸບັນ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ທັວາ 2020 ທີ່ຜາ່ນມາ ທີ່ຫໍປະຊຸມແຫ່ງຊາດໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ໃນຕໍ່ໜ້າຢາກໃຫ້ອົງການລັດແຕ່ລະຂັ້ນໃຫ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ປັບປຸງລະບອບການຈັດຕັ້ງກົງຈັກ, ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດ ແຕ່ລະຂັ້ນໃຫ້ເຂັ້ມແຂງຄຽງຄູ່ກັບການເຮັດໃຫ້ຈຳນວນລັດຖະກອນຫຼຸດໜ້ອຍຖອຍລົງ ແຕ່ຄຸນນະພາບເພີ່ມຂຶ້ນ, ໃຫ້ໃຊ້ຈ່າຍປະຢັດ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ການບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາທີ່ຍືນຍົງ ແລະ ເປັນເຈົ້າຂອງຕົນເອງ, ຫັນເອົົາທ່ານແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ສົ່ງເສີມຈັດສັນວຽກເຮັດງານທຳໃຫ້ປະຊາຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ແກ້ໄຂບັນຫາສິ່ງແວດລ້ອມ. ...

Read More »

ກະຊວງສາທາລະນະສຸກເນັ້ນປັບຕຳແໜ່ງບໍລິຫານປະເພດຕ່າງໆໃຫ້ຫຼຸດລົງ……………

ບົດລາຍງານການເມືອງ ຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ທີ່ໄຂຂຶ້ນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວາ 2020 ໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ຜ່ານການເຄື່ອນໄຫວວຽກງານສາທາລະນະສຸກໃນໄລຍະ 5 ປີ ຜ່ານມາ, ເປັນຕົ້ນວຽກງານປັບປຸງການຈັດຕັ້ງພັກ ແລະ ກົງຈັກລັດ ໃຫ້ສອດຄ່ອງກັບກົດລະບຽບພັກ ແລະ ກົດໝາຍຂອງລັດ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ. ອັນພົ້ນເດັ່ນ ແມ່ນໄດ້ປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງໝໍສູນກາງ; ໄດ້ສ້າງຕັ້ງສະພາຄຸ້ມຄອງວິຊາຊີບປີ່ນປົວ, ໄດ້ໂຮມຂະແໜງການຂອງພະ ແນກສາທາລະນະສຸກແຂວງ, ນະຄອນຫຼວງ ຈາກ 15 ຂະແໜງການມາເປັນ 09 ຂະແໜງການ ແລະ ຍຸບ ໜ່ວຍງານທີ່ຂຶ້ນກັບຂະແໜງການ, ໄດ້ປັບປຸງພາລະບົດບາດຂອງໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ແລະ ກໍານົດ ມາດຕະຖານການບັນຈຸພະນັກງານໃສ່ໂຮງໝໍນ້ອຍ ປະເພດ ກ ຈາກ 7-10 ຄົນ ຕໍ່ແຫ່ງ ມາເປັນ 5-7 ...

Read More »

ນາຍົກລັດຖະມົນຕີກ່າວຄຳເຫັນກ່ຽວກັບການແກ້ໄຂການລະບາດຂອງ COVID-19……

ອົງການ ສປຊ ໄດ້ຈັດກອງປະຊຸມສະໄໝພິເສດ ຂອງສະ​ມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບທາງໄກຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020, ທີ່ ນິວຢອກ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19. ຍ້ອນວ່າປັດຈຸບັນ, ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ. ໃນກອງປະຊຸມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວິດີໂອ ໃນວັນທີ 03 ທັນວາ 2020, ໂດຍມີເນື້ອໃນສໍາຄັນໃນການຢໍ້າຄືນເຖິງຜົນກະທົບອັນໃຫຍ່ຫຼວງຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວ ຕໍ່ຊີວິດການເປັນຢູ່ກໍ່ຄືການພັດທະນາເສດຖະກິດ-ສັງຄົມຢູ່ບັນດາປະເທດຕ່າງໆໃນໂລກ. ສຳລັບ ສປປ ລາວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງ ທີ່ມີຜູ້ຕິດເຊື້້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງທ່ານເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດໃນປີ 2020 ...

Read More »