ກອງປະຊຸມໃຫ່ຍອົງຄະນະພັກກະຊວງສາທາລະນະສຸກ ອັດລົງຢ່າງທາງການ…….

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກກະຊວງສາທາລະນະສຸກຄັ້ງທີ IX ໄດ້ອັດລົງຢ່າງເປັນ ທາງການ ໃນຕອນເຊົ້າ ວັນທີ 4 ທັນວາ 2020 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍຫຼັງດໍາເນີນມາເປັນເວລາມື້ເຄິ່ງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພອນ ພຸດທະວົງ ເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໃຫ້ກຽດເຂົ້າຮ່ວມມີສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີພາກສ່ວນກ່ຽວຂ້ອງ, ແຂກຮັບເຊີນ, ພ້ອມດ້ວຍຜູ້ແທນສົມບູນ 184 ສະຫາຍ, ຍິງ 73 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວກະຊວງສາທາລະນະສຸກ 1.340 ສະຫາຍ.

ໃນກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງ, ແຜນການພັດທະນາວຽກງານສາທາລະນະສຸກ 5 ປີ ນັບແຕ່ປີ 2012 ຫາປີ 2025, ໄດ້ຮັບຟັງບົດຮຽນອັນພົ້ນເດັ່ນຈາກອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ສາຍແຜນງານປິ່ນປົວ-ຟື້ນຟູໜ້າທີ່ການ ແລະສາຍແຜນງານຄຸ້ມຄອງພັດທະນາພະນັກງານ ແລະຄົ້ນຄວ້າວິທະຍາສາດ; ນອກນັ້ນ, ຍັງໄດ້ຮັບຟັງບົດປະກອບຄໍາເຫັນກ່ຽວກັບການຍົກສູງຄຸນນະພາບການບໍລິການສຸຂະພາບ ຕິດພັນກັບການບໍລິການ ປິ່ນປົວພະຍາດໂຄວິດ-19, ການສ້າງຂະບວນການຂອງ 3 ອົງການຈັດຕັ້ງມະຫາຊົນ ຕິດພັນກັບວຽກງານວິຊາສະເພາະ ແລະ ປະກອບຄໍາເຫັນການເຕີບໃຫ່ຍຂະຫຍາຍຕົວຂອງຖັນແຖວພະນັກງານໃນຂະແໜງສາທາລະນະສຸກ.

ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກກະຊວງສາທາລະນະສຸກຊຸດໃໝ່, ມີຜູ້ອອກສະໝັກ 21 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ 17 ສະຫາຍ, ຍິງ 3 ສະຫາຍຄື:1/ ສ/ຫ ດຣ ໄພວັນ ແກ້ວປະເສີດ2/ ສ/ຫ ດຣ ບຸນແຝງ ພູມມະໄລສິດ .3/ ສ/ຫ ດຣ ສະໜອງ ທອງຊະນະ4/ ສ/ຫ ດຣ ນາງ ອາພອນ ວິຊາເທບ5/ ສ/ຫ ດຣ ຣັດຕະນະໄຊ ເພັດສຸວັນ6/ ສ/ຫ ປອ.ດຣ ບຸນຊູ ແກ້ວຫາວົງ 7/ ສ/ຫ ສຈ.ດຣ ມາຍຟອງ ມາຍຊາຍ 8/ ສ/ຫ ດຣບຸນຖົມ ຊາມຸນຕຣີ9/ ສ/ຫ ດຣ ຄຳປະສົງ ເທບປັນຍາ10/ ສ/ຫ ດຣ ນາງ ສົມມະນີຄອນ ຜາງມີໄຊ11/ ສ/ຫ ດຣ ສີວັນໄຊ ຈັນທະວົງສັກ12/ ສ/ຫ ປອ.ດຣ ບຸນເສີດ ແກ້ວປະສິດ13/ ສ/ຫ ດຣ ສອນໄຊ ລາດຊະວົງ14/ ສ/ຫ ດຣ ຄຳພົ້ວ ສຸດທິສົມບັດ15/ ສ/ຫ ດຣ ພອນປະເສີດ ອຸນາພົມ16/ ສ/ຫ ປອ.ດຣ ພອນປະດິດ ສັງໄຊຍະລາດ17/ ສ/ຫ ປອ.ດຣ ນາງ ຈັນຖະໜອມ ມະນີທິບ.

ກອງປະຊຸມຄັ້ງປະຖົມມະລືກໄດ້ ເປັນເອກະສັນເລືອກເອົາ ສະຫາຍ ດຣ. ບຸນແຝງ ພູມມະໄລສິດ ເປັນເລຂາ ຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ IX; ເລືອກເອົາສະຫາຍ ດຣ. ສະໜອງ ທອງຊະນະ, ເປັນຮອງເລຂາ; ເລືອກເອົາສະຫາຍ ໄພວັນ ແກ້ວປະເສີດ ເປັນປະທານກວດກາ; ເລືອກເອົາສະຫາຍ ທອງວັນ ເພັດຈະເລີນ ແລະສະຫາຍ ນາງ ສົມແພງ ສຸວັນນະເມທີ ເປັນຮອງປະທານກວດກາ. ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ໄປຮ່ວມກອງປະຊຸມໃຫ່ຍຄັ້ງທີ 11ຂອງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້, ມີຜູ້ສະໝັກ 10 ສະຫາຍ, ເລືອກເອົາ 7 ສະຫາຍ.

This image has an empty alt attribute; its file name is 129411652_2681014138875797_1481417880076942782_o.jpg

ໂອກາດນີ້ ສະຫາຍພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ ຮອງປະທານປະເທດ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາ ຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຂອງກະຊວງສາທາລະນະສຸກ ຈົ່ງເອົາໃຈໃສ່ປັບປຸງກົນໄກການບໍລິຫານໂຮງໝໍໃຫ້ດີກວ່າເກົ່າ, ສືບຕໍ່ປັບປຸງ, ປະຕິຮູບລະບົບສາທາລະນະສຸກ ເຂົ້າສູ່ລວງເລິກ ສິ່ງສໍາຄັນແມ່ນປັບປຸງ ການບໍລິການສາທາລະນະສຸກ, ການກໍ່ສ້າງພະນັກງານແພດໝໍ, ເພື່ອກອບກູ້ຄວາມເຊື່ອໝັ້ນຂອງປະຊາຊົນ, ພ້ອມນັ້ນຕ້ອງປະຕິບັດວິໄສທັດ 5ດີ ຂອງກະຊວງສາທາລະນະສຸກໃຫ້ໄດ້ ຄື: ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດດີ ແລະປິ່ນປົວດີ.ນັ້ນແມ່ນຕິດພັນ ແລະ ພົວພັນ ໂດຍກົງກັບບົດບາດການນໍາພາ-ຊີ້ນໍາທີ່ເປັນເອກະພາບ ແລະ ສາມັກຄີກັນຢ່າງແໜ້ນແຟ້ນຂອງຄະນະ ພັກຊຸດໃໝ່ ທັງຄວາມສາມັກຄີທີ່ເປັນມູນເຊື້ອພາຍໃນຄະນະພັກ ແລະ ລະຫວ່າງ ຄະນະ ພັກແຕ່ ລະຂັ້ນກັບສະມາຊິກພັກ-ພະນັກງານ ຕະຫຼອດຮອດພະນັກງານອາວຸໂສບໍານານເພື່ອພ້ອມກັນບັນລຸເປົ້າ ໝາຍລວມຂອງຂະແໜງສາທາລະນະສຸກ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫ່ຍຂອງ ອົງຄະນະພັກ ກະຊວງສາທາລະນະສຸກ.

ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກແລະແບບແຜນນໍາພາຂອງພັກ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກແທ້; ເອົາໃຈໃສ່ກໍ່ສ້າງພະນັກງານນໍາພາຄຸ້ມຄອງຂະ ແໜງ ສາທາລະນະສຸກໃຫ້ໄປຕາມແນວທາງການຈັດຕັ້ງຂອງພັກ; ເວົ້າລວມແລ້ວ, ໃນຕໍ່ໜ້ານີ້ໃຫ້ສືບຕໍ່ກໍ່ສ້າງພັກ-ພະນັກງານໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຍົກສູງລະດັບຄວາມຮູ້ ແລະ ຄວາມສາ ມາດນໍາພາ ໃນຂະບວນການວຽກງານຕົວຈິງໃຫ້ສູງຂຶ້ນໃຫ້ສາມາດເປັນຫຼັກແຫຼ່ງນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໃນຕໍ່ໜ້າ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ IXຂອງອົງຄະນະພັກກະຊວງສາທາລະນະສຸກ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີໝາກຜົນນັບມື້ສູງຂຶ້ນ.

ແຫຼ່ງຂໍ້ມູນ: ວສລ

Comments