ກະຊວງສາທາລະນະສຸກເນັ້ນປັບຕຳແໜ່ງບໍລິຫານປະເພດຕ່າງໆໃຫ້ຫຼຸດລົງ……………

ບົດລາຍງານການເມືອງ ຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ທີ່ໄຂຂຶ້ນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວາ 2020 ໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ຜ່ານການເຄື່ອນໄຫວວຽກງານສາທາລະນະສຸກໃນໄລຍະ 5 ປີ ຜ່ານມາ, ເປັນຕົ້ນວຽກງານປັບປຸງການຈັດຕັ້ງພັກ ແລະ ກົງຈັກລັດ ໃຫ້ສອດຄ່ອງກັບກົດລະບຽບພັກ ແລະ ກົດໝາຍຂອງລັດ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ.

ອັນພົ້ນເດັ່ນ ແມ່ນໄດ້ປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງໝໍສູນກາງ; ໄດ້ສ້າງຕັ້ງສະພາຄຸ້ມຄອງວິຊາຊີບປີ່ນປົວ, ໄດ້ໂຮມຂະແໜງການຂອງພະ ແນກສາທາລະນະສຸກແຂວງ, ນະຄອນຫຼວງ ຈາກ 15 ຂະແໜງການມາເປັນ 09 ຂະແໜງການ ແລະ ຍຸບ ໜ່ວຍງານທີ່ຂຶ້ນກັບຂະແໜງການ, ໄດ້ປັບປຸງພາລະບົດບາດຂອງໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ແລະ ກໍານົດ ມາດຕະຖານການບັນຈຸພະນັກງານໃສ່ໂຮງໝໍນ້ອຍ ປະເພດ ກ ຈາກ 7-10 ຄົນ ຕໍ່ແຫ່ງ ມາເປັນ 5-7 ຄົນ ຕໍ່ແຫ່ງ, ປະເພດ ຂ ຈາກ 5-7 ຄົນ ຕໍ່ແຫ່ງ ມາເປັນ 3-5 ຄົນ ຕໍ່ແຫ່ງ.

ສະຫາຍຄໍາພອນ ພຸດທະວົງ ເລຂາຄະນະພັກ ກະຊວງສາທາລະນະສຸກໃຫ້ຮູ້ເຖິງວຽກງານກົງຈັກການຈັດຕັ້ງ, ພະນັກງານ ວ່າ: ປະຈຸບັນ ກະຊວງສາທາລະນະສຸກ ປະກອບ ມີ 9 ກົມ, 2 ຫ້ອງການ, 2 ສະຖາບັນ ແລະ 18 ສູນວິຊາການ, ມີສູນປີ່ນປົວສະເພາະດ້ານ 3 ແຫ່ງ, ໂຮງໝໍສູນກາງ 5 ແຫ່ງ; ຂັ້ນທ້ອງຖິ່ນ ມີພະແນກສາທາລະນະສຸກແຂວງ-ນະຄອນຫຼວງ 18 ແຫ່ງ, ໂຮງໝໍແຂວງ 17 ແຫ່ງ, ຫ້ອງການສາທາລະນະສຸກເມືອງ 148 ເມືອງ, ໂຮງໝໍຊຸມຊົນ 135 ແຫ່ງ ແລະ ໂຮງໝໍນ້ອຍ 1,056 ແຫ່ງ; ມີສະຖານການສຶກສາສາທາລະນະສຸກທັງໝົດ 11 ແຫ່ງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ຜ່ານການປັບປຸງກົງຈັກການຈັດຕັ້ງ ໄດ້ເຮັດໃຫ້ຕຳແໜ່ງບໍລິຫານປະເພດຕ່າງໆຫຼຸດລົງ, ການພົວພັນປະສານງານມີຄວາມສະດວກ ແລະ ຄ່ອງຕົວດີກວ່າເກົ່າ. ໃນໄລຍະຫ້າປີຜ່ານມາ ພະນັກງານ-ລັດຖະກອນສາທາລະນະສຸກ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ຊື່ງການບັນຈຸລັດຖະກອນໃໝ່ ໄດ້ຈັດສັນໃຫ້ທ້ອງຖີ່ນຮາກຖານ ກວມ 73.3% ຂອງຈໍານວນລັດຖະກອນໃໝ່ທັງໝົດ 2.050 ຕໍາແໜ່ງ,ເຮັດໃຫ້ສັດສ່ວນພະນັກງານໃນຂັ້ນທ້ອງຖິ່ນເພີ່ມຂຶ້ນ, ຢູ່ຂັ້ນໂຮງໝໍນ້ອຍ ແລະບ້ານ ກວມ 21,9%, ຂັ້ນເມືອງກວມ35,6%, ຂັ້ນແຂວງກວມ 24,3%, ແລະຢູ່ຂັ້ນສູນກາງກວມ 18,3% ຂອງລັດຖະກອນທັງໝົດ20.351 ຄົນ. ສັດສ່ວນ ທ່ານໝໍ, ພະຍາບານ ແລະ ຜະດຸງຄັນ ໃນສະຖານທີ່ບໍລິການສຸຂະພາບ ເພີ່ມຂື້ນຈາກ 1.42 ຕໍ່ປະຊາກອນ 1,000 ຄົນ ໃນປີ 2015 ມາເປັນ 1.61 ຕໍ່ປະຊາກອນ 1,000 ຄົນ.

ແຫຼ່ງຂໍ້ມູນ: ວສລ

Comments