ທ່ານ ແສງນວນ ໄຊຍະລາດ, ຄະນະເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VIII ໃນໂອກາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-4 ທັນວາ 2020 ນີ້ວ່າ: ຄະນະບໍລິຫານງານສູນກາງສະຫະພັນກໍາມະບານຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ 5 ວຽກງານສໍາຄັນໃຫຍ່ດັ່ງນີ້:

1. ຕ້ອງເປັນໃຈກາງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຄະນະນໍາສະຫະພັນກໍາມະບານແຕ່ລະຂັ້ນ, ສະມາຊິກສະຫະພັນກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອແຮງງານໃຫ້ໜັກແໜ້ນ ເພື່ອປັບປຸງການຈັດຕັ້ງສະຫະພັນກໍາມະບານໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບໃໝ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
2. ເປັນເຈົ້າການ ແລະ ເພີ່ມທະວີຄວາມຮັບຜິດຊອບການເມືອງ, ນໍາພາຊີ້ນໍາສະຫະພັນກໍາມະບານແຕ່ລະຂັ້ນ ເຊື່ອມຊຶມ, ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນບັນດາທິດທາງ, ນະໂຍບາຍການພັດທະນາວຽກງານກໍາມະບານລາວທີ່ກໍານົດອອກໃນມະຕິກອງປະ ຊຸມໃຫຍ່ຄັ້ງນີ້ໃຫ້ເລິກເຊີ່ງ ແລະ ຍູ້ແຮງການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

3. ຮີບຮ້ອນແບ່ງວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວໃຫ້ລະອຽດຈະແຈ້ງ, ລວມທັງການສ້າງແຜນດໍາເນີນງານຕະຫລອດສະໄໝຂອງຄະນະບໍລິຫານງານນັບແຕ່ຫົວທີ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ກໍຄື ການຕິດຕາມ, ກວດກາໃນແຕ່ລະໄລຍະ.
4. ຕ້ອງຢຶດໝັ້ນ ແລະ ເຂັ້ມງວດໃນການປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົຍຮັບຜິດຊອບ ແລະ ຖືເອົາກໍາລັງແຮງ, ສະຕິປັນຍາຂອງພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານເປັນກໍາລັງແຮງສັງລວມໃຫ້ແກ່ການນໍາພາຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວຊຸດນີ້ ເພື່ອຮັບປະກັນໃຫ້ແກ່ຜົນສໍາເລັດໃນທຸກໜ້າທີ່ວຽກງານຂອງຕົນ.

5. ຕ້ອງສືບຕໍ່ເຝິກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນຢູ່ສະເໝີ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງຯ, ເພີ່ມທະວີຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍຯ ໂດຍສະເພາະແມ່ນຄວາມຮູ້ທາງດ້ານທິດສະດີການເມືອງ, ຄວາມຮູ້ດ້ານວິຊາການທີ່ຕົນຮັບຜິດຊອບ, ຄວາມຮູ້ດ້ານເຕັກໂນໂລຊີທີ່ທັນສະໄໝ, ລວມທັງພາສາຕ່າງປະເທດເຂົ້າໃນໜ້າທີ່ວຽກງານ.

ສິ່ງສໍາຄັນຕ້ອງເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງຕ່າງໆ ຂອງຂັ້ນເທິງວາງອອກໃນແຕ່ລະໄລຍະໃຫ້ເລິກເຊີ່ງເຖິງຖອງ ແລະ ຜັນຂະຫຍາຍວຽກງານທີ່ຕົນເອງຮັບຜິດຊອບຢ່າງປະສິດພາບ ແລະ ແທດເໝາະກັບຕົວຈິງ ໂດຍການສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າຢູ່ແຕ່ລະຂະແໜງການ ແລະ ຮາກຖານກໍາມະບານແຕ່ລະຂັ້ນ, ປັບປຸງແບບ ແຜນການນໍາພາ, ວິທີເຮັດວຽກຢ່າງເອົາການເອົາງານ ແລະ ຮັບປະກັນປະສິດທິຜົນ, ບຸກທະລຸແກ້ໄຂສິ່ງທີ່ຍັງອຸດຕັນ, ກົດໜ່ວງຖ່ວງດຶງຕ່າງໆ ເຊັ່ນ ດ້ານປະລິມານ ແລະ ຄຸນນະພາບ, ເຮັດໃຫ້ການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ແຂງແຮງ ແລະ ເປັນຮູບປະທໍາກວ່າເກົ່າ.
ພ້ອມນີ້ ຕ້ອງເປັນແບບຢ່າງທີ່ດີໃນການດໍາລົງຊີວິດທີ່ລຽບງ່າຍ, ປອດໃສຂາວສະອາດ, ຕ້ານການຫລີ້ນກິນຟູມເຟືອຍ, ຕ້ານການສວຍໃຊ້ໜ້າທີ່ຕໍາແໜ່ງ, ພັກພວກ, ຈຸ້ມເຈື້ອເຊື້ອສາຍ, ຕ້ານບັນຫາທີ່ພົວພັນເຖີງຄວາມບໍ່ໂປ່ງໃສ, ໜັກຜົນປະໂຫຍດສ່ວນຕົວ ແລະ ອື່ນໆ.