ຖວທ ມີແຫຼ່ງທ່ອງທ່ຽວ 2.208 ແຫ່ງ ແລະ ໄດ້ຮັບການພັດທະນາແລ້ວ 590 ແຫ່ງ………..

ປີ 2021 ກະຊວງ ຖວທ ຈະສຸມໃສ່ບັນດາແຜນວຽກບຸລິມະສິດ ພັດທະນາວຽກງານທ່ອງທ່ຽວເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

Laos town known for drunkenness and tourist deaths cleans up its act | Laos  holidays | The Guardian

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ກ່າວວ່າ: ໃນໄລຍະ 45 ປີຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດແນວທາງການປ່ຽນແປງໃໝ່ຮອບດ້ານ ໂດຍຖືເອົາການທ່ອງທ່ຽວເປັນໜຶ່ງໃນຂະແໜງຍຸດທະສາດທີ່ສໍາຄັນໃນການພັດທະນາເສດຖະກິດສະເພາະໜ້າ ແລະ ຍາວນານ ເຊິ່ງເປັນຂະແໜງທີ່ສ້າງຜົນປະໂຫຍດແບບທະວີຄູນ ແລະ ສາມາດນໍາລາຍໄດ້ໃຫ້ປະຊາຊົນບັນດາເຜົ່າ ທັງເຂດຕົວເມືອງ ແລະ ຊົນນະບົດ.

Tatzon ecotourism ແຫຼ່ງທ່ອງທ່ຽວ ຕາດຊອນ - होम पेज | Facebook

ທ່ານກ່າວຕື່ມວ່າ: ໃນປັດຈຸບັນ ສປປ ລາວ ມີຈໍານວນແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນີ້ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ. ໃນນັ້ນ, ໄດ້ສໍາຫຼວດຂັ້ນພື້ນຖານແລ້ວ ຈໍານວນ 1.040 ແຫ່ງ, ໄດ້ເປີດບໍລິການແລ້ວ ຈໍານວນ 817 ແຫ່ງ, ໄດ້ຮັບການພັດທະນາແລ້ວ ຈໍານວນ 590 ແຫ່ງ.

ວັດຊຽງທອງ - ວິກິພີເດຍ

ປັດຈຸບັນນີ້, ທຸກປະເທດໃນທົ່ວໂລກແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນນີ້ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໂດຍສະເພາະແມ່ນຂະແໜງອຸດສາຫະກໍາການທ່ອງທ່ຽວຂອງ ສປປ ລາວ.

ຈໍານວນນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ໄລຍະ 9 ເດືອນຕົ້ນປີ 2020 ຫຼຸດລົງ -60% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019, ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວ ປະມານ 90% ໄດ້ຢຸດຕິການບໍລິການ ແລະ ໄດ້ຮັບຜົນກະທົບທາງດ້ານການເງິນ.

ໂປຣໂມຊັ່ນປີ້ຍົນພາຍໃນ+ທີ່ພັກ

ໃນປັດຈຸບັນ ກະຊວງ ຖວທ ກໍາລັງດໍາເນີນການຮ່າງແຜນພັດທະນາວຽກງານ ຖວທ 5 ປີ 2021 – 2025. ສະນັ້ນ, ສຳລັບປີ 2021 ແມ່ນຈະໄດ້ສຸມໃສ່ບັນດາແຜນວຽກບຸລິມະສິດພັດທະນາວຽກງານທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການກະຕຸ້ນເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປັບປຸງຈຸດໝາຍປາຍທາງການທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ໂຄສະນາການທ່ອງທ່ຽວພາຍໃນໃຫ້ກວ້າງຂວາງ, ສ້າງລະບຽບການ/ຄໍາແນະນຳກ່ຽວກັບການຕ້ອນຮັບນັກທ່ອງທ່ຽວເປັນກຸ່ມຢູ່ ສປປ ລາວ, ຮ່ວມມືກັບພາກທຸລະກິດໃນການໂຄສະນາ, ສ້າງລາຍການທ່ອງທ່ຽວສຳລັບນັກທ່ອງທ່ຽວທີ່ມາເປັນກຸ່ມ ແລະ ການບໍລິການທີ່ປອດໄພ.

Tour

ພັດທະນາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການໃຫ້ມີ ຄວາມຍືນຍົງ, ເປັນມິດກັບສິ່ງແວດລ້ອມ, ພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຫຼີກລ້ຽງບໍ່ໃຫ້ສົ່ງຜົນກະທົບທາງດ້ານລົບຕໍ່ຊຸມຊົນທ້ອງຖິ່ນ ແລະ ສິ່ງແວດລ້ອມ; ພັດທະນາບຸກຄະລາກອນທັງດ້ານປະລິມານ ແລະ ຄຸນນະພາບ, ປູກຈິດສໍານຶກດ້ານການທ່ອງທ່ຽວໃຫ້ປະຊາຊົນຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ປະສານສົມທົບລະຫວ່າງພາກລັດ, ພາກເອກະຊົນ ແລະ ສັງຄົມໃນການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ.

Comments