ນາຍົກລັດຖະມົນຕີກ່າວຄຳເຫັນກ່ຽວກັບການແກ້ໄຂການລະບາດຂອງ COVID-19……

ອົງການ ສປຊ ໄດ້ຈັດກອງປະຊຸມສະໄໝພິເສດ ຂອງສະ​ມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບທາງໄກຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020, ທີ່ ນິວຢອກ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19. ຍ້ອນວ່າປັດຈຸບັນ, ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ.

ໃນກອງປະຊຸມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວິດີໂອ ໃນວັນທີ 03 ທັນວາ 2020, ໂດຍມີເນື້ອໃນສໍາຄັນໃນການຢໍ້າຄືນເຖິງຜົນກະທົບອັນໃຫຍ່ຫຼວງຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວ ຕໍ່ຊີວິດການເປັນຢູ່ກໍ່ຄືການພັດທະນາເສດຖະກິດ-ສັງຄົມຢູ່ບັນດາປະເທດຕ່າງໆໃນໂລກ.

ສຳລັບ ສປປ ລາວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງ ທີ່ມີຜູ້ຕິດເຊື້້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງທ່ານເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດໃນປີ 2020 ຈະຫຼຸດລົງຈາກຜົນກະທົບດັ່ງກ່າວ.

ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການພັດທະນາ ແລະ ແຈກຢາຍວັກແຊັງໃຫ້ທົ່ວເຖິງ ແລະ ໃນລາຄາທີ່ສາມາດຊື້ໄດ້ເພື່ອຕ້ານພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນຊ່ວຍສົ່ງເສີມໂຄງການ “ວັກແຊັງຫຼາຍຝ່າຍ” ຫຼື COVAX ເພື່ອຮັບປະກັນໃຫ້ວັກແຊັງ COVID-19 ກາຍເປັນສິນຄ້າສາທາລະນະຂອງທຸກປະເທດໃນໂລກ. ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຜາອຸປະສັກໃນຄັ້ງນີ້ ແລະ ເພື່ອຟື້ນຟູເສດຖະກິດ-ສັງຄົມ ໃຫ້ກັບຄືນມາດີກວ່າເກົ່າ.

ແຫຼ່ງຂໍ້ມູນ:​ວສລ

Comments