ລັດເລັ່ງປັບປຸງຫຼຸດປະລິມານ ແຕ່ເພີ່ມຄຸນນະພາບຂອງພະນັກງານລັດ……………..

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນ ໂດຍສະເພາະຈະເນັ້ນປັບປຸງ ຄຸຸນນະພາບ ແລະການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈຳນວນພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ, ນອກນັ້ນ ຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບປັດຈຸບັນ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ທັວາ 2020 ທີ່ຜາ່ນມາ ທີ່ຫໍປະຊຸມແຫ່ງຊາດໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ໃນຕໍ່ໜ້າຢາກໃຫ້ອົງການລັດແຕ່ລະຂັ້ນໃຫ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ,

ປັບປຸງລະບອບການຈັດຕັ້ງກົງຈັກ, ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດ ແຕ່ລະຂັ້ນໃຫ້ເຂັ້ມແຂງຄຽງຄູ່ກັບການເຮັດໃຫ້ຈຳນວນລັດຖະກອນຫຼຸດໜ້ອຍຖອຍລົງ ແຕ່ຄຸນນະພາບເພີ່ມຂຶ້ນ, ໃຫ້ໃຊ້ຈ່າຍປະຢັດ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ການບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາທີ່ຍືນຍົງ ແລະ ເປັນເຈົ້າຂອງຕົນເອງ, ຫັນເອົົາທ່ານແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ສົ່ງເສີມຈັດສັນວຽກເຮັດງານທຳໃຫ້ປະຊາຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ແກ້ໄຂບັນຫາສິ່ງແວດລ້ອມ.

ສະຫາຍ ຍັງໄດ້ກ່າວຕື່ມວ່າ: ນອກນັ້ນ ຕ້ອງປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ພັດທະນາຊັບພະຍາກອນມະນຸດ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ພັດທະນາສີມືແຮງງານລາວໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ສະກັດກັ້ນການສວຍໃຊ້ອຳນາດຈາກເຈົ້າໜ້າທີ່ລັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເພີ່ມທະວີວຽກງານແນວໂຮມຂອງພັກ, ປັບປຸງວຽກງານພັກໃຫ້ເຂັ້ມແຂງຮອບດ້ານ, ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານອື່ນໆ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments