ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ………..

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X ຈັດຂຶ້ນຕອນເຊົ້າວັນທີ 9 ທັນວາ 2020 ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ແລະຄະນະປະຈໍາສູນກາງແນວລາວສ້າງຊາດ, ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ເຊິ່ງເປັນຄັ້ງສຸດທ້າຍໃນສະໄໝທີ X , ໄດ້ທົບທວນຄືນການເຄື່ອນໄຫວ, ຈັດຕັ້ງປະຕິບັດວຽກງານຂອງຄະນະປະຈໍາສູນກາງ ແນວລາວສ້າງຊາດ , ແຕ່ປີ 2019 ເຖິງປະຈຸບັນ ແລະກໍານົດທິດທາງຄາດໝາຍສູ້ຊົນ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ສໍາລັບປີ 2021 ແລະວຽກງານປິ່ນອ້ອມຈໍານວນໜຶ່ງ ໂດຍຜູ້ແທນກອງປະຊຸມຈະໄດ້ປຶກສາຫາລື ແລະ ຜ່ານເນື້ອໃນສໍາຄັນ ຂອງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈໍາໃນໄລຍະ 1ປີຜ່ານມາ, ທິດທາງແຜນການໃນປີຕໍ່ໜ້າ,

ໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ ຂອງຄະນະກໍາມະການແນວລາວສ້າງຊາດສະໄໝທີ X ຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງສູນກາງແນວລາວສ້າງຊາດ, ຮັບຟັງການຜ່ານ ຮ່າງກົດລະບຽບຂອງແນວລາວສ້າງຊາດ ໄໝທີ XI ສະບັບປັບປຸງ, ຮັບຟັງການເຜີຍແຜ່ຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍລະບຽບການຕິດຕາມກວດກາ ຂອງແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນ ຕໍ່ບັນດາອົງການອໍານາດລັດ, ແລະຜ່ານຮ່າງຄໍາແນະນໍາຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ວ່າດ້ວຍເປົ້າໝາຍບຸກຄະລະກອນ ທີ່ເປັນປະທານ, ຮອງປະທານ, ຄະນະປະຈໍາ, ກໍາມະການ, ຄະນະກວດກາ ຂອງແນວລາວສ້າງຊາດແຂວງ-ນະຄອນຫລວງ, ເມືອງ, ນະຄອນ ແລະບ້ານ.

This image has an empty alt attribute; its file name is 130219897_2685032585140619_1286392971504645924_n.jpg

ພ້ອມທັງ ຜ່ານບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ, ວຽກງານສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ ແລະວາງທິດທາງຕໍ່ໜ້າ, ຮັບຟັງການປະກອບຄໍາຄິດ ຄໍາເຫັນຂອງຜູ້ແທນແຕ່ລະພາກສ່ວນ ກ່ຽວກັບບົດຮຽນ ແລະຜົນສໍາເລັດຂອງການຈັດຕັ້ງປະຕິບັດ ຂະບວນການສ້າງ ຄອບຄົວ ແລະບ້ານສາມັກຄີປອງດອງຢູ່ແຂວງ ໄຊຍະບູລີ, ແນວລາວສ້າງຊາດປະກອບສ່ວນໃນການຊຸກຍູ້ຂະບວນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ການປະກອບສ່ວນຊຸກຍູ້ການຜະລິດກາເຟເປັນສິນຄ້າຂອງແນວລາວສ້າງຊາດເມືອງປາກຊ່ອງ ແຂວງຈຳປາສັກ, ຮັບຟັງການປະກອບຄໍາເຫັນບົດຮຽນການເຄື່ອນໄຫວວຽກງານການທູດປະຊາຊົນ ຢູ່ແຂວງຫົວພັນ ແລະພິທີປະດັບຫລຽນໄຊແຮງງານ ໃຫ້ມູນນິທິຊ່ວຍເຫລືອຄົນທຸກຍາກ ສປປ ລາວ ແລະສາຂານະຄອນຫລວງ.

ນອກນັ້ນ ກອງປະຊຸມຍັງຮັບຟັງເນື້ອໃນ ແລະມີຄວາມໝາຍສໍາຄັນຕໍ່ການຈັດຕັ້ງວຽກງານແນວໂຮມໃນຕໍ່ໜ້າ ໂດຍສະເພາະການປະກອບຄໍາຄິດຄໍາເຫັນ ຕໍ່ຂະບວນການສ້າງຄອບຄົວ, ບ້ານສາມັກຄີປອງດອງ ແລະກົດລະບຽບຂອງແນວລາວສ້າງຊາດ ໂດຍກອງປະຊຸມຈະດໍາເນີນເປັນເວລາ 2ວັນ.

Comments