ປູກຈິດສໍານຶກ ຕໍ່ປະຕິເສດການຊື້-ຂາຍ ຜະລິດຕະພັນສັດປ່າ ທີ່ຜິດກົດໝາຍ……….

ເພື່ອປູກຈິດສໍານຶກ ໃຫ້ແກ່ນັກທ່ອງທ່ຽວປະຕິເສດການຊື້-ຂາຍຜະ ລິດຕະພັນສັດປ່າ ທີ່ຜິດກົດໝາຍ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປ ລາວ.

ດັ່ງນັ້ນ ທາງມະຫາວິທະຍາໄລ ສຸພານຸວົງ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຮ່ວມກັບກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ ຈຶ່ງໄດ້ຈັດ ກອງປະຊຸມຝຶກອົບຮົມການທ່ອງທ່ຽວ ແລະ ການລົງທຶນແບບຢືນຍົງ ຫຼຸດຜ່ອນການຊື້-ຂາຍຜະລິດຕະພັນສັດປ່າ ທີ່ຜິດກົດໝາຍຂຶ້ນ ໃນວັນທີ 9 ທັນວາ 2020 ທີຫ້ອງປະຊຸມໃຫ່ຍ ມະຫາ ວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ.

ທ່ານ ຮອງສາດສະດາຈານ ປທ ວິໄຊ ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລສຸພານຸວົງ ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມ ໃຫ້ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປລາວ ຄັ້ງນີ້ ແມ່ນເນັ້ນໃຫ້ຄວາມຮູ້ໃນການປະຕິເສດຜະລິດຕະພັນສັດປ່າ ທີ່ຜິດກົດໝາຍໃນລະຫວ່າງການພາ ຫລື ແນະນຳນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກ ສປ ຈີນ, ທັງເພີ່ມການປູກຈຶກສຳນຶກກ່ຽວກັບການລົງທຶນແບບສີຂຽວ ໃນການຊື້-ຂາຍຜະລິດຕະພັນສັດປ່າ ຜິດກົດໝາຍ ໃຫ້ແກ່ບັນດາບໍລິສັດຈີນ ແລະ ພະນັກງານ, ກຳມະກອນຊາວຈີນ ທີ່ມາລົງທຶນ ແລະ ເຮັດວຽກຢູ່ໃນ ສປປ ລາວ, ເສີມສ້າງການຮ່ວມມືໃນການບັງຄັບໃຊ້ກົດໝາຍ ເພື່ອຕ້ານການຄ້າ-ຂາຍ ສັດປ່າພາຍໃນ ແລະ ຂ້າມຊາດ.

ໃນກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີ ການສຶກສາທ່າແຮງໃນການພັດທະນາການທ່ອງທ່ຽວອານຸລັກໃນພື້ນທີ່ປ່າປ້ອງກັນຂອງແຂວງ ເຂດພູພຶງ, ພູຜາທູນ, ນ້ຳຕົກຕາດກວາງຊີ, ລວມທັງການປະເມີນທ່າ ແຮງແຫລ່ງທ່ອງທ່ຽວທຳມະຊາດນ້ຳຕົກຕາດ, ຜົນປະໂຫຍກຂອງການອະນຸລັກອຸທະຍານແຫ່ງຊາດນ້ຳແອດ-ພູເລີຍ, ບົດພັນທະສັນຍາທີ່ລົງນາມຮ່ວມກັບບັນດາໄກ້ນຳທ່ຽວ, ການເຜີຍແຜ່ລະບຽບ, ກົດໝາຍ ແລະ ກິດຈະກຳ ການປູກຈິດສຳນຶກການຮັກສາທຳມະຊາດອານຸລັກສັດປ່າ ແລະ ສັດນ້ຳ, ໃນການຕ້ານການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ເພື່ອມຸ່ງແກ້ໄຂບັນຫາຄວາມຕ້ອງການ ໃນການຊື້-ຂາຍຜະ ລິດຕະພັນສັດປ່າ ທີ່ຜິດກົດໝາຍ ໃນ ປປປ ລາວ ໃຫ້ມີການທ່ອງທ່ຽວແບບຢືນຍົງ, ການລົງທຶນແບບສີຂຽວ ແລະ ການລົງທຶນແບບອະນຸລັກສິ່ງແວດລ້ອມ.

Comments