ພະນັກງານສະພາ ຍົກລະດັບຄວາມຮູ້ການຂຽນເອກະສານທາງການ …..

ພະນັກງານວິຊາການ ພາຍໃນສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ ແລະ ພະນັກ ງານ ຈາກສະພາປະຊາຊົນຂັ້ນແຂວງທົ່ວປະເທດ ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະໃນການຂຽນເອກະສານທາງການ ໃຫ້ມີຄວາມຖືກຕ້ອງ ແນໃສ່ເພື່ອຮັບໃຊ້ວຽກງານໃນຄວາມຮັບຜິດ ຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ການຝຶກອົບຮົມດັ່ງກ່າວ, ໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 8 ທັນວາ 2020 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳມ່ວນ ຊົມສີຫາປັນຍາ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ ເຊິ່ງໄດ້ສຸມໃສ່ 3 ຫົວຂໍ້ທີ່ສໍາຄັນ ຄື: ວຽກງານການຂີດຂຽນເອກະສານທາງການ (ຮ່າງມະຕິກອງປະຊຸມ, ແຜນການ, ບົດສະຫລຸບ, ບົດລາຍງນ, ໜັງສືສະເໜີ, ແຈ້ງການ), ຂະບວນການຜະລິດຂໍ້ມູນສະຖິຕິ ແລະ ເຕັກນິກໃນການແກະ ແລະ ກວດແກ້ຄຳເຫັນໃນກອງປະຊຸມສະພາແຫ່ງຊາດ.

ໂອກາດນີ້, ທ່ານ ຄຳມ່ວນ ຊົມສີຫາປັນຍາ ກ່າວວ່າ: ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ຈະດຳເນີນເປັນເວລາ 3 ວັນ ໂດຍມີຈຸດປະສົງ ເພື່ອຍົກສູງຄຸນນະພາບພະນັກງານໃນການເປັນເສນາທິການ ໃຫ້ນັບມື້ນັບເຂັ້ມແຂງເທື່ອລະກ້າວ ໂດຍຜ່ານການການນຳສະເໜີ ຈາກວິທະຍາກອນທີ່ມີປະສົບການໃນຂະແໜງ ການທີ່ກ່ຽວຂ້ອງ ແລະ ຜ່ານການຝຶກການຈັດຕັ້ງປະຕິບັດຕົວຈິງ.

ຂະນະດຽວກັນ ກໍໄດ້ເນັ້ນໃຫ້ນັກສຳມະນາກອນທັງໝົດ ຈົ່ງຕັ້ງໃຈຮັບຟັງການນຳສະເໜີບົດຮຽນທີ່ເປັນປະໂຫຍດ, ພ້ອມທັງສະແດງຄວາມຄິດເຫັນໃນບັນຫາທີ່ບໍ່ທັນເຂົ້າໃຈ ເພື່ອນຳເອົາຄວາມຮູ້ເຫລົ່ານີ້ກັບໄປນຳໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃນທ້ອງຖິ່ນຂອງຕົນ ໃຫ້ເກີດມີຜົນປະໂຫຍດສູງສຸດ.

ແຫຼ່ງຂໍ້ມູນ: ຂປລ

Comments