ຄະນະສະເພາະກິດ ຫຼວງນ້ຳທາ ເລັ່ງຊອກຫາຜູ້ສຳຜັດກັບ ຈີນ 2 ຄົນ…..

ປັດຈຸບັນ ທີມງານສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບ ວິຊາການອົງການອະນາໄມໂລກ ສົມທົບກັບພະແນກສາທາລະນະສຸກແຂວງ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ວາງແຜນການ ແລະ ມາດຕະການ ຊອກຄົ້ນຫາກໍລະນີຜູ້ທີ່ໄດ້ສຳຜັດກັບຄົນຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງຜ່ານແຂວງຫຼວງນໍ້າທາ ໃນອາທິດຜ່ານມາ ແລະ ສົ່ງທີມງານລົງເກັບກໍາຂໍ້ມູນຢູ່ເຂດພິເສດບໍ່ເຕັນ ໂດຍສະເພາະແມ່ນ 5 ຄົນທີ່ເປັນເປົ້າໝາຍ.

ທ່ານ ດຣ ຄໍາມອນ ດວງພະຈັນ ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ -19 ຂັ້ນແຂວງໃຫ້ຮູ້ໃນວັນທີ 7 ທັນວາ 2020 ນີ້ວ່າ: ໄລຍະວັນທີ 3 ທັນວາ 2020 ອີງຕາມສະພາບການລາຍງານຂອງເຈົ້າໜ້າທີ່ດ່ານສາກົນບໍ່ເຕັນ ແລະ ບໍ່ຫ່ານ ກ່ຽວກັບ 2 ກໍລະນີນັ້ນ, ມາຮອດວັນທີ 4 ທັນວາ ກອງເລຂາຄະນະສະເພາະກິດໄດ້ປະຊຸມດ່ວນ ກ່ຽວກັບສະພາບການກໍລະນີຜູ້ຕິດເຊື້ອ ຄົນຈີນ 2 ຄົນ, ເຊິ່ງກອງປະຊຸມໄດ້ເຫັນດີແຕ່ງຕັ້ງທີມງານສອບສວນ ແລະ ພະນັກງານວິເຄາະລົງເກັບກຳຂໍ້ມູນ, ສົມທົບກັບການຈັດຕັ້ງບ້ານ 2 ບ້ານ ໂດຍສະເພາະແມ່ນຜູ້ປະກອບການຂັບລົດຕູ້ຂົນສົ່ງສາຍບໍ່ແກ້ວ-ບໍ່ເຕັນ,

ມາຮອດວັນທີ 5 ທັນວາ 2020 ໄດ້ເກັບຕົວຢ່າງຢູ່ໂຮງແຮມຈໍານວນ 45 ຕົວຢ່າງ ເພື່ອສົ່ງກວດຢັ້ງຢືນ, ວັນທີ 6 ທັນວາ 2020 ລົງເກັບກໍາຂໍ້ມູນໃນ 2 ບ້ານ ແລະ ຄອບຄົວຜູ້ສໍາຜັດ 5 ຄອບຄົວ, ມີ 15 ຕົວຢ່າງຍັງບໍ່ທັນໄດ້ຜົນກວດ ແລະ ວັນທີ 7 ທັນວາ 2020 ທີມງານສູນວິເຄາະ ແລະ ລະບາດວິທະຍາຮ່ວມກັບວີຊາການອົງການອະນາໄມໂລກ ໄດ້ສົມທົບກັບພະແນກສາທາລະນະສຸກແຂວງ ເພື່ອວາງແຜນມາດຕະການ ແລະ ຊອກຄົ້ນຫາກໍລະນີຜູ້ທີ່ໄດ້ສຳຜັດກັບຄົນຈີນ 2 ຄົນທີ່ຕິດເຊື້ອ ຈໍານວນ 5 ຄົນ ແລະ ສົ່ງທີມງານລົງເກັບກໍາຂໍ້ມູນຢູ່ເຂດພິເສດບໍ່ເຕັນ.

ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປືກສາຫາລືຫາວິທີທາງແກ້ໄຂໃນຕໍ່ໜ້າ ໂດຍເຫັນດີເປັນເອກະພາບກັນ ເປັນຕົ້ນ ມອບໃຫ້ກອງເລຂາ ກໍຄື ພະແນກສາທາລະນະສຸກແຂວງປະສານຫາແຂວງອ້ອມຂ້າງ ໃນການມາຮັບເອົາແຮງງານທີ່ຜ່ານເຂົ້າມາແຂວງຫຼວງນໍ້າທາ ໂດຍມີເອກະສານກ່ຽວຂ້ອງຢັ້ງຢືນໃນການມາຮັບເອົາແຮງງານດັ່ງກ່າວ, ພ້ອມທັງຮັບຜິດຊອບງົບປະມານຄ່າໃຊ້ຈ່າຍຕ່າງໆທັງໝົດ, ເຫັນດີໃຫ້ ບໍລິສັດພັດທະນາເຂດເສດຖະກິດສະເພາະ ບໍ່ເຕັນແດນງາມ, ສ້າງສູນກັກກັນ 14 ວັນ ຂອງແຮງງານທີ່ມາຈາກຕ່າງປະເທດ ຢູ່ເຂດເສດຖະກິດພິເສດບໍ່ເຕັນ ເພື່ອປະກອບເອກະສານສະເໜີຂໍອະນຸຍາດຈາກຄະນະສະເພາະກິດລະດັບຊາດ ຕາມຂັ້ນຕອນ, ສະເໜີເອົາໂຮງແຮມຈິງລານ ແລະໂຮງແຮມຮ່ວງຈິງບໍ່ເຕ່ນ ເຂົ້າໃນບັນຊີເປັນສູນກັກກັນບໍລິເວນແຮງງານ ທີ່ເຂົ້າມາອອກແຮງງານຢູ່ສະເພາະພາຍໃນເຂດເສດຖະກິດພິເສດບໍ່ເຕັນ, ມອບໃຫ້ກອງເລຂາ ກໍຄື ພະແນກສາທາລະນະສຸກແຂວງ ສົມທົບກັບບໍລິສັດດັ່ງກ່າວ ເພື່ອປະກອບເອກະສານສະເໜີຂໍອະນຸຍາດຈາກຄະນະສະເພາະກິດລະດັບຊາດຕາມຂັ້ນຕອນ.

ເພື່ອເປັນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ປິດໂຮງຮຽນໃນຂອບເຂດ 3 ບ້ານຄື: ບ້ານບໍ່ເຕັນ, ບ້ານນາເຕີຍ ແລະ ບ້ານບໍ່ປຽດ ເປັນການຊົ່ວຄາວ, ໃຫ້ຢຸດຕິການສັນຈອນ, ການເຄື່ອນໄຫວໄປ-ມາໃນເວລາກາງຄືນເລີ່ມແຕ່ເວລາ 22:30 ໂມງເປັນຕົ້ນໄປ; ຍົກເວັ້ນໃນກໍລະນີຈໍາເປັນເຊັ່ນ: ລົດຮັບ-ສົ່ງຄົນເຈັບ ຫລື ລົດທີ່ໄປວຽກທາງການ, ສໍາລັບການສະເໜີຕັ້ງຫ້ອງວິເຄາະຮ່ວມກັບໂຮງໝໍຟູຢູທ້າງຈໍາກັດຜູ້ດຽວ ແລະ ພາກລັດ ແມ່ນມອບໃຫ້ພະແນກສາທາລະນະສຸກແຂວງແຈ້ງເຊີນພາກສ່ວນກ່ຽວຂ້ອງ ກໍຄື ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການເງິນແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ກອງບັນຊາການ ປກສ ແຂວງ ແລະ ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ເພື່ອປຶກສາຫາລືກັນກ່ອນ ແລ້ວລາຍງານຄະນະສະເພາະກິດແຂວງຫລວງນໍ້າທາຊາບ ແລະ ໃຫ້ສືບຕໍ່ມີຄະນະສະເພາະກິດກວດກາແຮງງານທີ່ເຂົ້າມາແຂວງຫລວງນໍ້າທາ ຄືໄລຍະທີ່ຜ່ານມາ.

ແຫຼ່ງຂໍ້ມູນ: ແຂວງຫຼວງນ້ຳທາ

Comments