ການຮ່ວມມືເຂດສາມຫຼ່ຽມພັດທະນາ ນັບມື້ນັບ ເຕີບໃຫຍ່ຂະຫຍາຍຕົວ………..

ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ(CLV) ຄັ້ງທີ 11 ຜ່ານຮູບແບບວິດີໂອທາງໄກ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ ເຂົ້າຮ່ວມມີທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ ທັງສາມປະເທດ.

ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ.

ພ້ອມກັນນັ້ນ ກໍໄດ້ຕີລາຄາ ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີ, ເພື່ອນບ້ານໃກ້ຄຽງທີ່ດີ, ມີຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການເຊື່ອມຈອດກັບພາກພື້ນ, ການໄປມາຫາສູ່ກັນ ລະຫວ່າງ ພາກລັດຖະສະພາ, ພາກລັດຖະບານ, ພາກເອກະຊົນ, ປະຊາຊົນ ແລະ ຊາວໜຸ່ມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ 3 ປະເທດ ໂດຍກວມເອົາການຮ່ວມມືຮອບດ້ານ ຄື: ຄົມມະ ນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ການເງິນ-ທະນາຄານ, ກະສິກໍາ, ການທ່ອງທ່ຽວ, ສາທາລະນະສຸກ, ວັດທະນະທໍາ, ແຮງງານ, ສຶກສາທິການ, ສິ່ງ ແວດລ້ອມ, ວິທະຍາສາດ ແລະ ເຕັກໂນໂລຊີ.

ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ເພື່ອເປັນເອກະສານພື້ນຖານໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ຮອດປີ 2030, ແຜນພັດທະນາການທ່ອງທ່ຽວ ແລະ ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງ ຢູ່ເຂດສາມຫຼ່ຽມພັດທະນາ CLV ເພື່ອສືບຕໍ່ຊຸກຍູ້ການພັດທະນາຂະແໜງການດັ່ງກ່າວ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ນໍາຜົນປະໂຫຍດຕົວຈິງ. ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງຕໍ່ໄປ ຈະຈັດຂຶ້ນໃນປີ 2022 ພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ກຳປູເຈຍ.

ແຫຼາງຂໍ້ມູນ: ຂປລ

Comments