ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 9……..

ໃນຕອນເຊົ້າຂອງວັນທີ 9 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ(ACMECS) ຄັ້ງທີ 9 ຜ່ານຮູບແບບວີດີໂອທາງໄກ.

ພາຍໃຕ້ຄຳຂວັນ “ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ໂດຍການເປັນປະທານ ຂອງສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກ ກໍາປູເຈຍ ໂດຍມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສຸດຍອດ ຄັ້ງນີ້ ໄດ້ທົບທວນຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຜ່ານມາ ກໍຄືການຈັດຕັ້ງປະຕິບັດຖະແຫລງການບາງກອກ ແລະ ແຜນແມ່ບົດ ACMECS(2019-2023) ໂດຍສະເພາະການກະກຽມສ້າງຕັ້ງກອງທຶນພັດທະນາແອັກແມັກ, ການກະກຽມສ້າງຕັ້ງຄະນະກຳມະການປະສານງານໃນ 3 ເສົາຄ້ຳ ພາຍໃຕ້ແຜນແມ່ບົດແອັກແມັກ ແລະ ການລະດົມທຶນຈາກບັນດາຄູ່ຮ່ວມພັດທະນາຊຸດທີໜຶ່ງ ຊຶ່ງລວມມີ ຍີ່ປຸ່ນ, ສ.ເກົາຫລີ, ສປ.

ຈີນ, ອາເມລິກາ, ອິນເດຍ ແລະ ອົດສະຕຣາລີ ເຂົ້າໃນການຮ່ວມມືແອັກແມັກ ທີ່ກຳລັງສຸມທຸກກຳລັງແຮງເພື່ອການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມຈອດທາງດ້ານຄົມມະນາຄົມຂົນສົ່ງ ແລະ ການພັດທະນາສີຂຽວ ແລະ ຍືນຍົງ. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືເພື່ອຟື້ນຟູເສດຖະກິດ-ສັງຄົມຂອງພາກພື້ນໃນໄລຍະແຜ່ລະບາດ ແລະ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະໃນຂະແໜງການຄ້າ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ແລະ ອື່ນໆ.

ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການພະນົມເປັນ ຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ ACMECS, ກົນໄກການປະຕິບັດວຽກງານຂອງ ຄະນະກຳມະການປະສານງານ ACMECS ແລະ ບັນດາໂຄງການບູລິມະສິດເພື່ອເປັນເອກະສານພື້ນຖານໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ACMECS ໃຫ້ເປັນຮູບປະທໍາເທື່ອລະກ້າວ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ການເປັນປະທານ ACMECS ຂອງ ຣາຊະອານາຈັກ ກໍາປູເຈຍ(2018-2020) ແລະ ໄດ້ມອບໜ້າທີ່ດັ່ງກ່າວ ໃຫ້ແກ່ ສປປ ລາວ ໃນໄລຍະ 2 ປີ ຂ້າງໜ້າ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ນີ້ ໃຫ້ປະກົດຜົນເປັນຈິງ.

ແຫຼ່ງຂໍ້ມູນ: ວສລ

Comments