ຄາດການ ຈີນ ຈະກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກໃນອີກ 8 ປີຕໍ່ໜ້າ…………

ຈີນ ຈະແຊງໜ້າສະຫະລັດໃຫ້ກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກໃນປີ 2028 ຕາມບົດລາຍງານສະບັບໃໝ່ ຜົນການດຳເນີນງານຂອງບັນດາປະເທດ ໃນການຫຼຸດຜົນກະທົບຂອງການແຜ່ລະບາດໂຄວິດ-19. ໝາຍຄວາມວ່າຂະນະນີ້ມີແນວໂນ້ມທີ່ວ່າຈີນຈະເໜືອກວ່າກວ່າຄູ່ແຂ່ງທາງຕາເວັນຕົກຂອງຕົນກ່ອນໜ້ານີ້ເມື່ອ 5 ປີກ່ອນ; ການວິໄຈຂອງສູນ CEBR (ສູນວິໄຈເສດຖະສາດ ແລະ ທຸລະກິດ).

Why China Could Lead the Global Economic Recovery After COVID-19

CEBR ກ່າວວ່າ: ຄາດວ່າຈີນຈະເຕີບໂຕຂຶ້ນ 2% ໃນປີ 2020 ເຮັດໃຫ້ເປັນເສດຖະກິດຫຼັກພຽງແຫ່ງດຽວທີ່ຂະຫຍາຍຕົວໄດ້ຈິງໃນປີນີ້, ໃນທາງກົງກັນຂ້າມສະຫະລັດຄາດວ່າຈະຫົດຕົວລົງ 5% ໃນຊ່ວງ 12 ເດືອນທີ່ຜ່ານມາ “ການແຜ່ລະບາດບໍ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດທຸກປະເທດຢ່າງເທົ່າທຽມກັນ”

Shanghai Jiao Tong Invites You to Register for the "China Economic Restart  and Incentives during COVID-19" Masterclass on Saturday, 14th March at 4 PM  • China Admissions


“ໂດຍສະເພາະຢ່າງຍິ່ງຈີນ ກຳລັງຈະປະເຊີນກັບພາຍຸໄດ້ດີກວ່າເສດຖະກິດຕາເວັນຕົກ ແລະ ດ້ວຍເຫດນີ້ເຮົາຈຶ່ງເຫັນວ່າເສດຖະກິດຈີນແຊງໜ້າອາເມລິກາໃນປີ 2028 ຊຶ່ງໄວກວ່າທີ່ພວກເຮົາເຄີຍຄາດການໄວ້ຊ່ວງປີ 2033 ເມື່ອທຽບກັບຜົນວິໄຈປີກາຍນີ້”

US-China economic integration shaped today's world, but now it is going  into reverse

ຕອນນີ້ທິດຕາເວັນຕົກຕ້ອງເບິ່ງໄປທາງທິດຕາເວັນອອກ “ຄວາມສຳເລັດຂອງເສດຖະກິດໃນອາຊີ ໃນການຈັດການຜົນທີ່ຕາມາຈາກການລະບາດຂອງ ໂຄວິດ-19 ຊີ້ໃຫ້ເຫັນວ່າເສດຖະກິດຕາເວັນຕົກຄວນມີສະຖານະເປັນ insular ນ້ອຍລົງ ແລະ ຄວນໃຫ້ຄວາມສຳຄັນກັບສິ່ງທີ່ເກີດຂຶ້ນໃນຕາເວັນອອກ” “ໂດຍທົ່ວໄປແລ້ວເຮົາປຽບທຽບຕົວເອງກັບເສດຖະກິດຕາເວັນຕົກອື່ນ ແລະ ເສຍໂອກາດສິ່ງທີ່ມັກຈະເປັນແນວທາງປະຕິບັດທີ່ດີທີ່ສຸດໂດຍສະເພາະຢ່າງຍິ່ງໃນປະເທດທີ່ເຕີບໂຕຢ່າງວ່ອງໄວໃນອາຊີ”

Comments