ເຜີຍແຜ່ນະໂຍບາຍແຫ່ງຊາດ ສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ…….

ໃນວັນທີ 24 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ເຜີຍແຜ່ນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ (NPDP 2019-2030) ເພື່ອສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ ໂດຍຜ່ານການຮ່ວມມືຂອງລັດຖະບານກັບພາກສ່ວນກ່ຽວຂ້ອງຕ່າງໆ ໃນຫລາຍຂົງເຂດ ເພື່ອແກ້ໄຂບັນຫາປະຊາກອນ ແລະ ເລັ່ງລັດການບັນລຸແຜນດຳເນີນງານຂອງ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25) ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030.

Image may contain: 10 people, people standing and indoor

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການປັບປຸງນະໂຍບາຍດັ່ງກ່າວ ແມ່ນອີງໃສ່ນະໂຍບາຍສະບັບເກົ່າຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ ແລະ ເມື່ອສົມທຽບກັບສະພາບປະຈຸບັນ ເຫັນວ່າມີຫລາຍອັນປ່ຽນ ແປງເປັນຕົ້ນ ສະພາບເສດຖະກິດ-ສັງຄົມ, ສະພາບການພັດທະນາຂອງສາກົນ (SDGs), ການປ່ຽນແປງດ້ານປະຊາກອນ ໂດຍອີງໃສ່ການສຳຫລວດລ່າສຸດ ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ປີ 2015 ສະແດງໃຫ້ເຫັນວ່າ ປະຊາກອນລາວ ສ່ວນໃຫຍ່ແມ່ນປະຊາກອນໜຸ່ມ ແລະ ຢູ່ໃນໄວອອກແຮງງານ ກວມເອົາຫລາຍກວ່າ 60% ຂອງພົນລະ ເມືອງທັງໝົດ ແລະ ການຂະຫຍາຍຕົວຂອງປະຊາກອນໜຸ່ມ ຈະຍັງສືບຕໍ່ຂະຫຍາຍຕົວໄປຈົນຮອດປີ 2045, ນີ້ແມ່ນຖືວ່າເປັນໂອກາດດີຂອງ ສປປ ລາວ ທີ່ມີກໍາລັງແຮງງານຊາວໜຸ່ມຄືໄວຜູ້ອອກແຮງງານ ໃນການພັດທະນາເສດຖະກິດ-ສັງຄົມ ໃນຕໍ່ໜ້າ.

ນະໂຍບາຍປະຊາກອນ (NPDP) ມີຄວາມສຳຄັນຫລາຍຕໍ່ກັບ ສປປ ລາວ ເນື່ອງຈາກວ່າຈະສາມາດສະໜອງວິທີການແກ້ໄຂ ບັນດາສິ່ງທ້າທາຍທີ່ປະເຊີນ ແລະ ໝູນໃຊ້ທ່າ ແຮງທີ່ສຳຄັນຂອງການປັນຜົນດ້ານປະຊາກອນ (ຜົນປະໂຫຍດດ້ານປະຊາກອນ).ເປົ້າການພັດທະນາແບບຍືນຍົງຈະບໍ່ສາມາດບັນລຸໄດ້ ຖ້າຫາກວ່າ ແມ່ຍິງ ແລະ ຜູ້ຊາຍທຸກຄົນ, ເດັກຍິງ ແລະ ເດັກຊາຍ ຍັງບໍ່ສາມາດເຊີດຊູກຽດສັກສີ ແລະ ສິດທິມະນຸດຂັ້ນພື້ນຖານຂອງເຂົາເຈົ້າ ເພື່ອຮັບປະກັນສິດທິດ້ານສຸຂະພາບຈະເລີນພັນ ແລະ ສິດທິ ໃນການຈະເລີນພັນຂອງປະຊາຊົນ ໄດ້ຮັບການສົ່ງເສີມຢ່າງເຕັມສ່ວນ, ມີວຽກທີ່ມີກຽດ ແລະ ປະກອບສ່ວນໃຫ້ແກ່ການຂະຫຍາຍຕົວທາງເສດຖະກິດ. ການສ້າງນະໂຍບາຍ ແລະ ການລົງທຶນ ເພື່ອຮັບປະກັນອະນາຄົດນັ້ນຮຽກຮ້ອງໃຫ້ລັດຖະບານນຳໃຊ້ຂໍ້ມູນເພື່ອຮູ້ສັດສ່ວນ, ເພດ, ສະຖານທີ່, ໂຄງສ້າງຂອງກຸ່ມອາຍຸ, ຄວາມຕ້ອງການ, ສິ່ງທ້າທາຍ ແລະ ໂອກາດຕ່າງໆຂອງປະຊາກອນໃນປະຈຸບັນ ແລະ ໃນອະນາຄົດ.

Image may contain: 10 people, people standing and indoor

ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບປະຊາ ກອນ ປະຈຳ ສປປ ລາວ ກ່າວວ່າ: ຊັບພະຍາກອນມະນຸດ ແມ່ນຂຶ້ນກັບການລົງທຶນໃສ່ການສຶກສາລະດັບເໜືອຊັ້ນປະຖົມຂຶ້ນໄປ, ແຕ່ສິ່ງທີ່ເປັນພື້ນຖານກວ່ານັ້ນມັນເລີ່ມຕົ້ນດ້ວຍການລົງທຶນໃສ່ສຸຂະພາບ, ລວມທັງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ນີ້ແມ່ນຄວາມຈິງ ໂດຍສະເພາະແມ່ນເປັນຈຸດເລີ່ມຕົ້ນ ຂອງການພັດທະນາທ່າແຮງທາງດ້ານເສດຖະກິດຂອງແມ່ຍິງ ແລະ ເດັກຍິງ; ນະໂຍບາຍປະຊາກອນ ຈະຊ່ວຍໃຫ້ບັນດາຜູ້ວາງນະໂຍບາຍສາມາດຫັນເອົາປະຊາກອນເປັນສູນກາງໃນການພັດທະນາ ແລະ ຮັບປະກັນການລົງທຶນທີ່ຖືກຕ້ອງໃນດ້ານສຸຂະພາບ ແລະ ການສຶກສາ.

ແຫຼ່ງຂໍ້ມູນ: ວສລ

Comments