ການເມືອງ

ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດຈະເຮັດໃຫ້ຕົວຊີ້ວັດທີ 8 ຢູ່ໃນອັນດັບດີຂຶ້ນ …………

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ...

Read More »

ສຳມະນາກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0………..

ວັນທີ 17 ທັນວາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ຈັດກອງປະຊຸມສຳມະນາກະກຽມຄວາມພ້ອມເຂົ້າສູ່ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0 ໂດຍການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ, ມີຕາງໜ້າຈາກບັນດາກະຊວງ, ອົງການ, ຫ້ອງ ການ, ສະຖາບັນການສຶກສາ, ລັດວິສາຫະກິດ, ທະນາຄານ, ບໍລິສັດ ພ້ອມດ້ວຍບັນດາກົມ/ສູນ ອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ ແລະ ນຳສະເໜີ. ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການນຳສະເໜີກ່ຽວກັບການພັດທະນາເສດຖະກິດດິຈິຕອນໃນ ສປປ ລາວ ໂດຍແມ່ນ ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ເປັນຜູ້ນຳສະເໜີ ຊຶ່ງລັດຖະບານໄດ້ຮັບຮອງໂດຍຫຼັກການກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະ ສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງ ຊາດ ...

Read More »

ຕີລາຄາ ຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ………

ກອງປະຊຸມສະຫຼຸບຕີລາຄາການນຳພາ – ຊີ້ນຳ ຂອງຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ທັນວາ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ,ມີບັນດາສະຫາຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງ, ພ້ອມດ້ວຍຄະນະພັກ – ຄະນະນຳ ແຂວງໄຊສົມບູນ, ພະແນກ, ອົງການ, ກົມກອງ ອ້ອມຂ້າງ ແຂວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບສະພາບທີ່ພົ້ນເດັ່ນໃນການພັດທະນາແຂວງໄຊສົມບູນ ໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະພັກ – ອົງການປົກຄອງ ແຂວງໄຊສົມບູນ ໄດ້ຖືເອົາວຽກງານສຶກສາອົບ   ຮົມ – ການເມືອງແນວຄິດເປັນບັນຫາສຳຄັນ ໂດຍສອດຫ້ອຍກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຊິ່ງສາມາດຮັບປະກັນໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ເສດຖະກິດ – ສັງຄົມ ໄດ້ຮັບການພັດທະນາຢ່າງ    ...

Read More »

ກະຊວງ ອຄ ປາຖະກະຖາວັນສໍາຄັນຂອງຊາດ………..

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຈັດກອງປະຊຸມປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່ເຊື່ອມຊຶມມະຕິ 11 ສະໄໝ X ຂອງພັກ ເພື່ອເຮັດໃຫ້ພະນັກງານທົ່ວກະຊວງ ອຄ ກໍາແໜ້ນແນວທາງຂອງພັກ – ລັດຖະບານປະກອບສ່ວນສໍາຄັນໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ. ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 16 ທັນວາ 2020 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຮັບຟັງມີຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກ, ບັນດາສະຫາຍຄະນະພັກຮາກຖານສະມາຊິກພັກ – ພະນັກງານຫຼັກແຫຼ່ງທົ່ວກະຊວງ ອຄ. ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດຄວາມເປັນມາຂອງການຕໍ່ສູ້ອັນລະອິດລະອ້ຽວ ແລະ ຂ້ຽວຂາດຂອງກອງທັບ ແລະ ປະຊາຊົນລາວພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ຈົນສາມາດສະຖາປະນາ ສປປ ...

Read More »

ອົງຄະນະພັກ ຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານ ຈັດກອງປະຊຸມສະມາຊິກພັກ………

ອົງຄະນະພັກ ຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານ ຈັດກອງປະຊຸມສະມາຊິກພັກ ຂຶ້ນໃນວັນທີ 16 ທັນວາ 2020 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກຄະ ນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ກ່າວວ່າ: ກອງປະຊຸມສະມາຊິກພັກທີ່ໄຂຂຶ້ນໃນເທື່ອນີ້ ແມ່ນປະຕິບັດຕາມກົດລະບຽບພັກ ແລະ ແຜນກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເນື້ອໃນຕົ້ນຕໍແມ່ນຈະໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາ, ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານແຕ່ປີ 2016-2020 ແລະ ວຽກຈຸດສຸມແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ. ພ້ອມກັນນັ້ນ, ສະມາຊິກພັກສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ ...

Read More »

ຮອງນາຍົກ ລົງຢ້ຽມຢາມຈຸດກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5……..

ໃນວັນທີ 15 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ການນຳແຂວງບໍລິຄຳໄຊ ລົງຢ້ຽມຢາມພື້ນທີ່ຈຸດທີ່ຈະສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ເຊິ່ງເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງບຶງການປະເທດໄທ. ທັງນີ້, ກໍເພື່ອຕິດຕາມຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆ. ອີງຕາມການລາຍງານຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 30 ພະຈິກ 2020 ໄດ້ສຳເລັດການເຊັນສັນຍາ ກ່ຽວກັບໜ້າວຽກຕ່າງໆ ເປັນຕົ້ນແມ່ນສັນຍາການກໍ່ສ້າງຂົວ, ເຊິ່ງຄວາມຍາວທັງໝົດ 535 ແມັດ, ມູນຄ່າ 379 ລ້ານກວ່າບາດ, ໂດຍຈະໃຊ້ເວລາໃນການກໍ່ສ້າງ 24 ເດືອນໃຫ້ສຳເລັດ ແລະ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນວັນທີ 1 ມັງກອນ 2021. ວຽກການກໍ່ສ້າງຂົວດັ່ງກ່າວ ແມ່ນຮັບເໝົາໂດຍຝ່າຍໄທ. ພ້ອມນັ້ນ, ກໍໄດ້ສຳເລັດການເຊັນສັນຍາການກໍ່ສ້າງທາງເຂົ້າຂົວ ທີ່ມີຄວາມຍາວທັງໝົດ 2.860 ແມັດ ...

Read More »

ຫສນຍ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ………..

ໃນວັນທີ 16 ທັນວາ 2020, ທີ່ຫ້ອງວ່າການສຳນັກງານນາຍົກ (ຫສນຍ) ໄດ້ຈັດພິທີລະນຶກວັນສາກົນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ແລະ ສະຫລຸບການເຄື່ອນໄຫວປະຈໍາປີ 2020 ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງຫ້ອງວ່າການສຳ ນັກງານນາຍົກ ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ຫສນຍ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ກ່າວວ່າ: ອີງຕາມສະຖິຕິ ຢູ່ ສປປ ລາວ ແມ່ຍິງທີ່ຖືກຄວາມຮຸນແຮງຈາກຜົວ ຫລື ຄູ່ຮ່ວມຊີວິດ ໃນຊ້ວງຊີວິດຂອງແມ່ຍິງທີ່ມີຄູ່ຮ່ວມຊີວິດ: ທາງດ້ານຮ່າງກາຍ ແມ່ນມີເຖິງ 11,6%; ຄວາມຮຸນແຮງທາງເພດ 7,2%, ອັດຕາຄວາມຮຸນແຮງທາງເພດໃນກຸ່ມໄວໜຸ່ມ ອາຍຸລະຫວ່າງ 15-19 ປີ 12,9%; ຄວາມຮຸນແຮງທາງດ້ານຈິດໃຈ ຫລື ປະເພດຄວາມຮຸນແຮງທີ່ແມ່ຍິງພົບພໍ້ເປັນປົກກະຕິ ທາງດ້ານຈິດໃຈແມ່ນ 26,2%; ການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ ທາງເພດກວມເຖິງ ...

Read More »

ລາວ ແລະ ຍີ່ປຸ່ນ ລົງນາມ ຈົດໝາຍແລກປ່ຽນ ການຮ່ວມມື…..

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງລະດັບຄາດໝາຍ ຂອງການລົງນາມຈົດໝາຍແລກປ່ຽນໃນຄັ້ງນີ້, ແມ່ນເພື່ອຜັນຂະ ຫຍາຍສັນຍາວ່າດ້ວຍ ການຮ່ວມມື ທາງດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ...

Read More »

31 ປີ ສອຄຊ ປະກອບສ່ວນສຳຄັນໃນການພັດທະນາປະເທດ……..

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃຫ້ສຳພາດເຖິງຜົນງານຕະຫຼອດ 31ປີ ຂອງການສ້າງຕັ້ງ ສອຄຊ ວ່າ: ສຄອຊ ສ້າງຕັ້ງຂຶ້ນໃນປີ 1989 ມາຮອດປີ 2020 ປີນີ້ຖືວ່າຄົບຮອບ 31 ປີ ໃນໄລຍະຜ່ານນມາ ໄດ້ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນເມື່ອກ່ອນໂຄງສ້າງການຈັດຕັ້ງແມ່ນພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ມາຮອດປີ 2008 ໄດ້ແຍກເປັນເອກະລາດ ເປັນອົງການຈັດຕັ້ງທີ່ເປັນຜູ້ຕາງໜ້າໃຫ້ພາກທຸລະກິດ. ມາຮອດປັດຈຸບັນ ສຄອຊ ໄດ້ສຳເລັດການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ລວມ 18 ສະພາການຄ້າທີ່ຂຶ້ນກັບ ສຄອຊ. ພ້ອມດຽວກັນ, ກໍໄດ້ສ້າງຕັ້ງສະມາຄົມທຸລະກິດ ລວມ 27 ສະມາຄົມ. ພິເສດປີ 2017 ໄດ້ສ້າງຕັ້ງສູນບໍລິການທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SME ...

Read More »

ແຂວງວຽງຈັນ ມີສິນຄ້າ ODOP ຫຼາຍເປັນອັນດັບ 3 ຂອງປະເທດ…..

ປັດຈຸບັນ, ແຂວງວຽງຈັນ ມີຫົວໜ່ວຍທຸລະກິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທີ່ໄດ້ຮັບກາໝາຍໂອດັອບ (ODOP) ແຫ່ງຊາດ ລວມທັງໝົດ 19 ຫົວໜ່ວຍ, ມີ 62 ຜະລິດຕະພັນຍ່ອຍ, ກວມ 19 ບ້ານ ທີ່ນອນຢູ່ໃນ 10 ເມືອງພາຍໃນແຂວງ, ຈັດຢູ່ໃນອັນດັບ 3 ຂອງປະເທດ ທີ່ມີສິນຄ້າໜຶ່ງເມືອງໜຶ່ງຜະລິດແຫ່ງຊາດຫລາຍກວ່າໝູ່. ທ່ານ ສົມພອນ ຈັນທະດາລາ, ຫົວໜ້າກຸ່ມ ODOP ແຂວງວຽງຈັນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ໄລຍະຜ່ານມາ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສິນຄ້າ ODOP ຢູ່ແຂວງວຽງຈັນຢ່າງຕໍ່ເນື່ອງ ເຊີ່ງນອກຈາກການເຝິກອົບຮົມ ແລະການແນະນໍາດ້ານການຜະລິດສິນຄ້າໃຫ້ໄດ້ມາດຕະຖານ ຍັງໄດ້ສົ່ງເສີມໃຫ້ກຸ່ມໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມ ແລະ ງານວາງສະແດງສິນຄ້າ ທັງພາຍໃນ ແລະຕ່າງປະເທດຫລາຍຄັ້ງ. ສະເພາະການວາງສະແດງສິນຄ້າ: ໄດ້ສົ່ງຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ 245 ຄັ້ງ, ໃນນັ້ນ ຢູ່ຕ່າງປະເທດ 1 ຄັ້ງ ...

Read More »