ເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ໃນການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນັ້ນ, ແຂວງ ໄຊຍະບູລີ ຈະໄດ້ຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມງານບຸນດັ່ງກ່າວ.
ດັ່ງນັ້ນແຂວງໄຊຍະບູລີ ຈຶ່ງໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມຈັດງານບຸນຊ້າງ ປະຈໍາປີ 2021 ຂຶ້ນໃນວັນທີ 25 ທັນວາ, ທີ່ຫ້ອງປະຊຸມ ແນວລາວສ້າງຊາດ ແຂວງ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງ ແລະ ພະນັກງານວິຊາການຈາກຫ້ອງວ່າການແຂວງເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືກັນເພື່ອຫ້າງຫາກະກຽມໃນການຈັດງານບຸນຊ້າງປະຈໍາປີໂດຍໄດ້ຕົກລົງຈັດງານບຸນຊ້າງເປັນເວລາ 1 ວັນຄື: ວັນທີ 13 ກຸມພາ 2021 ເປັນມື້ຈັດງານບຸນ, ໃນງານຈະມີການທໍາບຸນຕັກບາດເພື່ອອຸທິດບຸນກຸສົນໄປໃຫ້ຊ້າງທີ່ລ່ວງລັບໄປແລ້ວ, ຈາກນັ້ນຈະໄດ້ມີການແຫ່ຊ້າງ 21 ໂຕອ້ອມເມືອງເຂົ້າສູ່ສະໜາມຫຼວງຂອງແຂວງ, ມີການບາສີສູ່ຂວັນໃຫ້ຊ້າງ ແລະ ນໍາຊ້າງກິນອາຫານບຸບເຟຖືວ່າຈົບພິທີ.
ນອກນີ້, ຍັງຈະມີການວາງສະແດງສິນຄ້າທີ່ເປັນຜະລິດຕະພັນຂອງທ້ອງຖິ່ນພາຍໃນແຂວງຈໍານວນໜຶ່ງເພື່ອວາງສະແດງໃນງານບຸນຊ້າງປີນີ້, ທ່ານ ຮອງເຈົ້າແຂວງ ໄດ້ກ່າວວ່າ: ການຈັດງານບຸນຊ້າງປີ2021 ນີ້ ແມ່ນຈະໄດ້ເຮັດນ້ອຍຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ໂດຍໄດ້ກໍານົດເອົາວັນທີ 13 ກຸມພາ 2021 ເປັນມື້ຈັດງານບຸນ, ກໍານົດ 1 ວັນ ໂດຍໄດ້ກໍານົດຈໍານວນພົນເພື່ອເຂົ້າຮ່ວມ, ທັງໝົດນີ້ແມ່ນການປຶກສາຫາລື ແລະ ກໍານົດການຈັດງານບຸນຂັ້ນຕົ້ນ, ສ່ວນວ່າຈະໄດ້ຈັດງານບຸນດັ່ງກ່າວ ຫຼື ບໍ່ນັ້ນແມ່ນຂັ້ນເທິງຈະເປັນຜູ້ຕັດສິນວ່າຈະອະນຸຍາດໃຫ້ຈັດ ຫຼື ບໍ່ ແລະ ຈະໄດ້ມີການຖະແຫຼງຂ່າວໃຫ້ສັງຄົມໄດ້ຮັບຮູ້ຕາມທີ່ຫຼັງ ແລະ ດ້ານໜຶ່ງກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ມາຍັງແຂວງ ໄຊຍະບູລີ.
ແຫຼ່ງຂໍ້ມູນ: Lao Youth Radio