ກະຊວງການຕ່າງປະເທດ ຈັດຝຶກອົບຮົມວຽກງານກວດກາ ຄັ້ງທີ II ……

ໃນວັນທີ 25 ທັນວາ 2020, ທີ່ສູນຝຶກອົບຮົມ ແລະ ການຮ່ວມມື (ICTC) ໄດ້ມີພິທີປິດຊຸດອົບຮົມວຽກງານກວດກາ ຄັ້ງທີ II ຂອງກະຊວງການຕ່າງປະເທດ ພາຍຫລັງດຳເນີນມາແຕ່ວັນທີ 14 ທັນວາ 2020 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ບຸນເຫລືອ ພັນດານຸວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ, ຄະນະກວດກາສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາສະຫາຍກໍາມະການໜ່ວຍພັກ ແລະ ພະນັກງານ-ສະມາຊິກພັກ ທີ່ເຮັດວຽກງານກວດກາ ກະຊວງການຕ່າງປະເທດ ເຂົ້າຮ່ວມ.

Image may contain: 1 person, indoor

ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຝຶກອົບຮົມກ່ຽວກັບວຽກງານກວດກາພັກ, ຄວາມຮູ້ກ່ຽວກັບຈິດຕະສາດໃນວຽກງານກວດກາ, ວິທີການສ້າງແຜນການ ແລະ ເອກະສານດໍາເນີນການກວດກາ, ວຽກງານກວດກາລັດ, ວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານສືບສວນ-ສອບສວນ, ວຽກງານແກ້ໄຂຜົນການກວດກາ ແລະ ການຕິດຕາມການຈັດຕັ້ງປະຕິບັດຜົນການກວດກາ ແລະ ການສ້າງສຳນວນເອກະສານ ແລະ ສຳເນົາເອກະສານວຽກງານກວດກາ.

Image may contain: 8 people, people sitting

ໂອກາດນີ້, ທ່ານ ບຸນເຫລືອ ພັນດານຸວົງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ສະແດງຄວາມຂອບໃຈໄປຍັງຄະນະກວດກາງສູນກາງພັກ ທີ່ໄດ້ຮັບການຮ່ວມມື, ຮັບສະໜັບສະໜູນໃນການຕອບສະໜອງນັກວິທະຍາກອນ ແລະ ປື້ມຄູ່ມື ປະກອບສ່ວນບໍາລຸງ-ກໍ່ສ້າງ ພະນັກງານ-ສະມາຊິກພັກ ທີ່ເຮັດວຽກງານກວດກາຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ.

Image may contain: 2 people, people standing

ພ້ອມນັ້ນ ທ່ານຍັງໄດ້ເນັ້ນໃຫ້ສໍາມະນາກອນທຸກສະຫາຍ ນໍາເອົາບົດຮຽນທີ່ສໍາຄັນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ເພື່ອຍົກສູງວຽກງານກວດກາ ຂອງກະຊວງການຕ່າງປະ ເທດ ໃຫ້ມີຄຸນນະພາບ ແລະ ມີຜົນສັກສິດ.

ແຫຼ່ງຂໍ້ມູນ: ຂປລ

Comments