ລາວ-ຫວຽດນາມ ແລກປ່ຽນສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ…….

ທ່ານ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃນລະຫວ່າງວັນທີ 29-30 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ ໂດຍໄດ້ປະຕິບັດຕາມຂໍ້ຕົກລົງການຮ່ວມມືລະ ຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ແລະ ຕາມການເຊື້ອເຊີນຈາກ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນ ຕີຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ພະຈິກ 2020 ທີ່ສູນຮ່ວມມືສາກົນ ICTC ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຟ້າມ ບິ່ງ ມິງ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງຂອງສອງປະເທດ ຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ພ້ອມທັງສະແດງຄວາມປິຕິຍິນດີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວເປັນຢ່າງດີໃນໄລຍະຜ່ານມາ. ນອກນັ້ນ, ຍັງໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງສອງຂະແໜງການຕ່າງປະເທດ ທີ່ເປັນຂົວຕໍ່ລະຫວ່າງການພົວພັນສອງປະເທດ, ເປັນເສນາທິການໃຫ້ຂັ້ນເທິງໃນວຽກ ງານການຕ່າງປະເທດ ແລະ ເປັນຜູ້ຊຸກຍູ້ຕິດຕາມການຮ່ວມມືສອງຝ່າຍໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ.

ໃນໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ໄດ້ເປັນປະທານອາຊຽນ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມທັງ, ໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດມາ ບໍ່ວ່າຈະເປັນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ກໍຄືໃນໄລຍະເວລາ ສປປ ລາວ ປະສົບກັບເຫດໄພພິບັດທາງທໍາມະຊາດ ໂດຍສະ ເພາະ ໄດ້ຂອບໃຈຕໍ່ການມອບເຂົ້າສານ ຈໍານວນ 1.000 ໂຕນ ເພື່ອຊ່ວຍເຫລືອປະຊາຊົນແຂວງສະຫວັນນະເຂດ ທີ່ປະສົບກັບອຸທົກກະໄພຮ້າຍແຮງ ໃນກາງເດືອນພະຈິກຜ່ານມາ, ເຖິງວ່າ ສະຫາຍ ຫວຽດນາມເອງ ກໍປະເຊີນໜ້າກັບໄພທຳມະຊາດຮ້າຍແຮງເຊັ່ນກັນ ແຕ່ກໍໄດ້ບິແບ່ງການຊ່ວຍເຫລືອໃຫ້ແກ່ ສປປ ລາວ.

ພ້ອມນີ້, ຝ່າຍຫວຽດນາມ ກໍໄດ້ຂອບໃຈຝ່າຍລາວທີ່ໄດ້ສົ່ງຄວາມເຫັນໃຈແກ່ ສສ ຫວຽດນາມ ຕໍ່ເຫດລົມພາຍຸຈໍານວນຫລາຍລູກ ພັດເຂົ້າພາກາງຂອງຫວຽດນາມ ໃນໄລຍະເດືອນສິງຫາ-ເດືອນພະຈິກ ຜ່ານມານີ້ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມຢ່າງຫລວງຫລາຍ ແລະ ຍັງໄດ້ຂອບໃຈຝ່າຍລາວ ທີ່ໄດ້ໃຫ້ການສະໜັບສະໜູນ ສສ ຫວຽດນາມ ໃນການເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສົກປີ 2020-2021 ເປັນຢ່າງດີ.ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ, ສອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມກັນລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໄລຍະ 2021-2025 ແທນສະບັບເກົ່າ ທີ່ໄດ້ໝົດອາຍຸລົງໃນປີ 2020 ນີ້ ເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງສອງກະຊວງໃຫ້ຂະຫຍາຍຕົວ ແລະ ສອດຄ່ອງກັບສະພາບການໃນໄລຍະໃໝ່.

ແຫຼ່ງຂໍ້ມູນ: ຂປລ

Comments