ການຜະລິດ

ເມືອງຄູນ ປະຕິສັງຂອນ ແລະ ສ້າງແຫຼ່ງທ່ອງທ່ຽວທາງປະຫວັດສາດ ຫຼາຍແຫ່ງ….

ຊຽງຂວາງແມ່ນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ມີດິນຟ້າອາກາດເຢັນສະບາຍຕະຫຼອດປີ; ພາຍໃຕ້ໂຄງການລາວທ່ຽວລາວນີ້,. ແຂວງຊຽງຂວາງພວດເລັ່ງການຟື້ນຟູແຫຼ່ງທ່ອງທ່ຽວທາງດ້ານການປະຕິສັງຂອນວັດວາອາຮາມທີ່ເກົ່າແກ່ທີ່ຖືກສົງຄາມທຳລາຍ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງໃນເຂດປະຫວັດສາດເມືອງເກົ່າອັນຍາວນານຂອງອະດີດຣາຊະທານີເມືອງພວນ ກໍ່ຄືເມືອງຄູນໃນປັດຈຸບັນ. ເມືອງຄູນໃນປະຫວັດສາດແມ່ນນະຄອນຊຽງຂວາງຂອງອານາຈັກພວນໃນຣາຊະການຂອງພະເຈົ້າລ້ານຊ້າງຄຳກອງໃນ ປີ 1372, ພະອົງໄດ້ນຳເອົາພະພຸດທະສາດສະໜາ ແລະ ພະພຸດທະຮູບທອງ 1 ອົງ, ຈາກເມືອງຫົງສາວະດີ ແລະ ເຄື່ອງຄໍ້າຂອງຄູນ ຂອງພີ່ນ້ອງຊາວພວນມາສະຖິດໄວ້ໃນດິນແດນແຫ່ງນີ້ຈົນໄດ້ສັນຍານາມວ່າເມືອງຄູນຈົນຮອດທຸກວັນນີ້. ໃນປີ 1990 ພະນະທ່ານ ພູມີ ວົງວິຈິດ ຜູ້ນຳທີ່ແສນເຄົາລົບຂອງຊາວຊຽງຊວາງ ເວົ້າສະເພາະ ເວົ້າລວມກໍຄືຊາວລາວທັງມວນພ້ອມດ້ວຍພະອາຈານຈາລຸຸນກຳມະການໃນຄະນະອົງການພຸດທະສາດສະໜາສູນກາງ (ອພສ) ແລະ ພະອາຈານ ເມກ ໄດ້ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາທັງຫຼາຍໄປສົມທົບກັບອຳນາດການປົກຄອງແຂວງຊຽງຂວາງ ແລະ ອຳນາດການປົກຄອງເມືອງຄູນ ກໍຄືປະຊາຊົນແຂວງຊຽງຂວາງໄດ້ປະຕິສັງຂອນ ພັດທະສິມມາພະພຸດທະຮູບອົງຕື້ຢູ່ວັດສີພົມ ເມືອງຄູນເປັນແຫຼ່ງທຳອິດຂອງແຂວງຊຽງຂວາງຄືນໃໝ່ ແລະ ສຳເລັດໃນປີ1992, ຕໍ່ມາໃນປີ 2015 ໄດ້ປະຕິສັງຂອນຫໍລວມ 12 ຫໍຫຼັກເມືອງຄືນໃໝ່, ໃນປີ 2018 ໄດ້ຮັບທຶນຈາກອົງການມໍລະດົກໂລກ, ອົງການສຶກສາ ແລະ ວິທະຍາສາດສະຫະປະຊາຊາດ (UNESCO) ປະຕິສັງຂອນພະທາດຝຸ່ນ ແລະ ແທ່ນພັດທະສິມມາວັດເພຍວັດໃນເມືອງຄູນຄືນໃໝ່. ໃນຮູບພະທາດຫຼວງນີ້ ກໍເໝືອນດັ່ງທາດຫຼວງຢູ່ນະຄອນຫຼວງວຽງຈັນ ມີ 30 ປາຣະມີທາດນ້ອຍລຽນລ້ອມຢູ່ຊອນລອນ, ສ່ວນທັງສີ່ດດ້ານກໍ່ມີປະຕູເຂົ້າທີ່ມີມຸກຫຼັງຄາປະດັບຢ່າງສວຍງາມສະດຸດຕາ.ປັດຈຸບັນນີ້, ທາງຄະນະຟື້ນຟູ ...

Read More »

Elon Musk ເປັນບຸກຄົນທີ່ລໍ່າລວຍອັນດັບ 2 ຂອງໂລກ ດ້ວຍມູນຄ່າພາຍໃນປີດຽວສູງເຖິງ……….

Elon Musk ຜູ້ກໍ່ຕັ້ງ Tesla ແຊງໜ້າ Bill Gates ຜູ້ຮ່ວມກໍ່ຕັ້ງ Microsoft ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດ ເປັນອັບດັບ 2 ຂອງໂລກຕາມດັດສະນີ Bloomberg Billionaires Index Musk ອາຍຸ 49 ປີ ມີມູນຄ່າສຸດທິເພີ່ມ 100,​3 ພັນລ້ານໂດລາໃນປີ 2020 ຊຶ່ງຫຼາຍກວ່າບຸກຄົນອື່ນໆ ໃນການຈັດອັນດັບບຸກຄົນທີ່ລໍ່າລວຍທີ່ສຸດ 500 ອັນດັບທຳອິດຂອງໂລກຂອງ Bloomberg ລາຍງານຈາກ Bloomberg News ໃນການເພີ່ມຄັ້ງຫຼ້າສຸດມູນຄ່າສຸດທິຂອງ Musk ເພີ່ມຂຶ້ນ 7,​2 ພັນລ້ານໂດລາກ້າວຂຶ້ນທີ 127,​9 ພັນລ້ານໂດລາ. ການເພີ່ມຂຶ້ນຂອງດັດສະນີຈາກບຸກຄົນທີ່ລໍ່າລວຍທີ່ສຸດອັນດັບທີ 35 ໃນເດືອນ ມັງກອນ ເປັນຜົນມາຈາກ Tesla ຊຶ່ງມີມູນຄ່າຕະຫຼາດເກືອບ 500 ພັນລ້ານໂດລາ ປະມານ 3 ໃນ 4 ຂອງມູນຄ່າສຸດທິຂອງ Musk ປະກອບດ້ວຍຫຸ້ນຂອງ Tesla. Musk ຍັງເປັນຮອງຈາກ Jeff Bezos ...

Read More »

ເນື້ອທີ່ທໍາການຜະລິດຂອງປະຊາຊົນທີ່ຖືກຜົນກະທົບ ໂຄງການໄດ້ຊົດເຊີຍຢ່າງເໝາະສົມ ແລະ ສຳເລັດແລ້ວ ……….

ວັນທີ 24 ພະຈິກ 2020 ທ່ານ ສິນນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງພະລັງງານ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາໜ້າວຽກດ້ານເຕັກນິກຂອງເຂື່ອນໄຟຟ້າດອນສະໂຮງ ຢູ່ເມືອງໂຂງ ແຂວງຈຳປາສັກ ພາຍຫຼັງທີ່ເຂື່ອນແຫ່ງນີ້ ເລີ່ມເປີດການຜະລິດກະແສໄຟຟ້າຢ່າງເປັນທາງການ ໃນວັນທີ 4 ພະຈິກ 2020 ເປັນຕົ້ນມາ. ໂອກາດນີ້ ທ່ານ ສິນນາວາ ສຸພານຸວົງ ແລະ ຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ທ່ານ ສົມພອນ ພົມມະນີວົງ, ຫົວໜ້າໜ່ວຍງານສິ່ງແວດລ້ອມຂອງໂຄງການດັ່ງກ່າວໃນຫຼາຍໜ້າວຽກ ເປັນຕົ້ນ: ການຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຊຶ່ງລວມມີທັງໝົດ 3 ບ້ານ ຈໍານວນ 14 ຄອບ ຄົວ ຄື: ບ້ານຫົວສະດໍາ 1 ຄອບຄົວ, ຫາງສະດໍາ 1 ຄອບຄົວ ແລະ ບ້ານດອນສະໂຮງ 12 ຄອບຄົວ ໂດຍໄດ້ຍົກຍ້າຍໄປຢູ່ເຂດທີ່ໂຄງການຈັດສັນໄວ້ໃຫ້, ພ້ອມທັງໄດ້ຈັດສັນເນື້ອທີ່ດິນ, ປຸກສ້າງເຮືອນ, ຈ່າຍຄ່າຊົດເຊີຍຜົນເສຍຫາຍດ້ານຕ່າງຯ ກໍ່ສ້າງສິ່ງອໍານວຍຄວາມສະດວກ ເຊັ່ນ: ...

Read More »

ໄທ ຄາດເສດຖະກິດຈະເຕີບໂຕ 4% ໃນປີໜ້າ ຫຼັງຈາກ…..

ລັດຖະມົນຕີກະຊວງການເງິນຂອງໄທກ່າວໃນວັນທີ 23 ພະຈິກ 2020 ວ່າ: ເສດຖະກິດໄທຄາດວ່າຈະເຕີບໂຕ 4% ໃນປີ 2021 ຫຼັງຈາກຕົກຕໍ່າໃນປີນີ້ ແລະ ນະໂຍບາຍການເງິນຈະສະໜັບສະໜູນເສດຖະກິດ ທີ່ອາໃສການທ່ອງທ່ຽວທີ່ຕ້ອງໄດ້ສູ້ຊົນ ຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ເສດຖະກິດທີ່ໃຫຍ່ເປັນອັບດັບ 2 ຂອງອາຊີຕາເວັນອອກສຽງໃຕ້ ຫຼຸດຕົວນ້ອຍກວ່າທີ່ຄາດການໄວ້ 6,​4% ໃນໄຕມາດທີ 3 ຈາກປີກ່ອນ ຫຼັງຈາກຫຼຸດລົງ 12,​1% ໃນຊ່ວງ 3 ເດືອນທີ່ຜ່ານມາທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງການເງິນກ່າວວ່າ: ເສດຖະກິດເຖິງຈຸດຕໍ່າສຸດ ແຕ່ການຟື້ນຕົວບໍ່ໄວຫຼາຍ ເນື່ອງຈາກພາກການທ່ອງທ່ຽວທີ່ຕົກຕໍ່າ ຊຶ່ງຄິດເປັນປະມານ 100/12 ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານເຊັ່ນກັນ. ທ່ານກ່າວຕື່ມວ່າ: “ຫາກບໍ່ມີ COVID ເສດຖະກິດຂອງໄທອາດຂະຫຍາຍຕົວໄດ້ 3% ໃນປີນີ້” ໃນຂະນະທີ່ເຮົາຄາດວ່າຈະຫົດຕົວ 6% ໃນປີນີ້ ຈຶ່ງມີຊ່ອງວ່າງຂອງຜົນຜະລິດຢູ່ທີ່ 9% ທ່ານກ່າວກັບສຳນັກຂ່າວທຸລະກິດວ່າ: ໃນປີໜ້າເຮົາຄາດວ່າຈະເຕີບໂຕ 4% ຊຶ່ງຍັງບໍ່ເຕັມ 100% ອາດໃຊ້ເວລາເຖິງປີ 2022 ໃນການກັບສູ່ລະດັບກ່ອນການລະບາດ. ທ່ານກ່າວວ່າ: ຍັງມີນະໂຍບາຍການເງິນເພື່ອຊ່ວຍການເຕີບໂຕຈາກງົບປະມານການເງິນຂອງປີນີ້ ແລະ ...

Read More »

ສສ ຫວຽດນາມ ເຫັນ​ດີ​ເພີ່ມ​ຮຸ້ນ​ໃຫ້​ແກ່ ສປປ ລາວ ຈາກ 20% ມາ​ເປັນ 60%……..

ສະຫາຍ ນາງ ວິໄລ​ຄຳ ໂພ​ສາ​ລາດ ຄະນະ​ປະຈຳປະ ທານ​ກວດກາ​ພັກ ຮອງ​ລັດຖະ ມົນຕີ​ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ໄດ້​ຕາງ ໜ້າ​ໃຫ້​ຄະນະ​ພັກ, ຄະ​ນະນໍາ ຕະຫຼອດ​ຮອດ​ສະມາຊິກ​ພັກ, ພະນັກງານ ທົ່ວ​ຂະແໜງ ຍທຂ ໄດ້​ໃຫ້​ສໍາ​ພາດ​ກ່ຽວ​ກັບ ວຽກງານພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ​ຕໍ່​ນັກ​ຂ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ວຽກ​ງານ​ຍົກ​ລະດັບ ແລະ ພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ​ທາງ​ນ້ໍາອັນ​ພົ້ນ​ເດັ່ນທີ່ ກະຊວງ ຍທຂ ໄດ້​ຮັບ​ການ​ຕົກລົງ​ຈາກ​ລັດຖະບານໃຫ້​ເຊັນ​ສັນຍາ​ວ່າ​ດ້ວຍ ການ​ຮ່ວມ​ມືລົງທຶນ​ພັດທະນາ​ທ່າ​ທຽບ​ເຮືອ 1, 2 ແລະ 3 ຂອງ​ທ່າເຮືອ​ຫວຸງ​ອ່າງ ກັບ ກະຊວງ ຄົມມະນາຄົມ​ຂົນສົ່ງ ສສ ຫວຽດນາມ; ສສ ຫວຽດນາມ ເຫັນ​ດີ​ເພີ່ມ​ຮຸ້ນ​ໃຫ້​ແກ່ ສປປ ລາວ ຈາກ 20% ມາ​ເປັນ 60% ແລະ ຝ່າຍ​ຫວຽດນາມ​ຖື​ຮຸ້ນ 40%, ກໍາ​ນົດ​ເວລາ 70 ປີ ແລະ ສາມາດ​ຕໍ່​ອາຍຸ​ໄດ້. ພາບປະກອບເທົ່ານັ້ນ ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຕາຝັ່ງ​ເຈື່ອນ ທີ່​ຕິດ​ພັນ​ກັບ ການ​ປົກ​ປັກ​ຮັກສາ​ເຂດ​ນໍ້າ​ແດນ​ດິນ ແລະ ອະທິປະ​ໄຕ​ຂອງ​ຊາດ ...

Read More »

IMF ກຽມການປ່ອຍເງິນກູ້ໃຫ້ ເອຢິບ 1.6 ພັນລ້ານໂດລາ….

ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປະກາດວ່າໄດ້ບັນລຸຂໍ້ຕົກລົງກັບເອຢິບ ໃນການທົບທວນຜົນການດຳເນີນງານໂຄງການປະຕິຮູບເສດຖະກິດຄັ້ງທຳອິດ ຂໍ້ຕົກລົງ ຊຶ່ງຮ່າງຂຶ້ນໂດຍຜູ້ຊ່ຽວຊານທີ່ນຳໂດຍ Uma Ramakrishnan ຂອງ IMF ຈະໄດ້ຮັບການອະນຸມັດຈາກຄະນະກຳມະການບໍລິຫານກອງທຶນໃນອີກບໍ່ພໍເທົ່າໃດອາທິດຕໍ່ໜ້າ, ເມື່ອໄດ້ຮັບການອະນຸມັດສິດທິພິເສດ ໃນການວາດພາບເພີ່ມຕື່ມ ທີ່ຈະມອບໃຫ້ແກ່ເອຢິບອີກ 1,​6 ພັນລ້ານໂດລາ. ພາລະກິດຂອງ IMF ຕໍ່ເອຢິບສຳເລັດຈາກກອງປະຊຸມທາງໄກ ຕັ້ງແຕ່ວັນທີ 4 ເຖິງ 15 ພະຈິກ ກອງທຶນໄດ້ຫາລືກັບລັດຖະບານເອຢິບກ່ຽວກັບການພັດທະນາທາງເສດຖະກິດຄັ້ງຫຼ້າສຸດ ແລະ ລຳດັບຄວາມສຳຄັນ ຂອງນະໂຍບາຍໃນບໍລິບົດຂອງໂຄງການເສດຖະກິດສະບັບທຳອິດ ສຳລັບການທົບທວນຜົນການດຳເນີນງານຂອງເອຢິບ ຊຶ່ງ IMF ສະໜັບສະໜູນດ້ວຍ 12 ສັນຍາ; ໃນການກຽມຄວາມພ້ອມດ້ານສິນເຊື່ອລາຍເດືອນມູນຄ່າ 5,​2 ພັນລ້ານໂດລາ. Mohamed Maait ລັດຖະມົນຕີວ່າການກະຊວງການເງິນຂອງເອຢິບກ່າວວ່າ: ຜົນການດຳເນີນງານທາງເສດຖະກິດຂອງເອຢິບໃນແງ່ຂອງການລະບາດໃຫຍ່ໄດ້ຮັບການຍ້ອງຍໍຈາກສະຖາບັນລະຫວ່າງປະເທດລວມເຖິງ IMF, ຫຼັງຈາກດັດສະນີຊີ້ວັດເສດຖະກິດຂອງປະເທດອອກມາດີກວ່າທີ່ຂາດການໄວ້. Maait ກ່າວຕື່ມວ່າ: ການຍ້ອງຍໍດັ່ງກ່າວເກີດຂຶ້ນຊ້ຳແລ້ວຊ້ຳອີກໃນລາຍງານ IMF ຫຼ້າສຸດທີ່ອອກມາວັນທີ 22 ພະຈິກນີ້ ຫຼັງຈາກການປະຊຸມທົບທວນຄັ້ງທຳອິດໃນຊ່ວງ 2 ອາທິດທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການກຽມຄວາມພ້ອມດ້ານສິນເຊື່ອເພີ່ມຕື່ມ. ຜົນໄດ້ຮັບຈະສະທ້ອນໃນດ້ານບວກຕໍ່ບັນຍາກາດການລົງທຶນຂອງເອຢິບໂດຍສະເພາະຢ່າງຍິ່ງໃນດ້ານການເງິນ, ທຸລະກິດລະຫວ່າງປະເທດ ແລະ ໃນທ້ອງຖິ່ນ ແລະ ຈະຊ່ວຍດຶງດູດການລົງທຶນເພີ່ມຂຶ້ນ, ...

Read More »

ມີບໍລິສັດລົງທຶນໃນ ທໍລະນີສາດ ແລະ ບໍ່ແຮ່ແລ້ວ 214 ບໍລິສັດ 319 ກິດຈະການ……

ເນື່ອງໃນໂອກາດໃກ້ຈະຮອດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020) ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ວ່າ: ປັດຈຸບັນຂະແໜງບໍ່ແຮ່ ສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະ ອື່ນໆ. ມາຮອດປັດຈຸບັນ ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ...

Read More »

ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ ຜະລິດພະລັງງານໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ….

ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຂອງຂະແໜງພະລັງງານວ່າ: ມາປັດຈຸບັນຢູ່ ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້ຍັງມີ: ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຕາມການຄາດຄະເນ ໃນທ້າຍປີ 2020 ນີ້, ສປປ ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນເປັນທັງ ໝົດ 90 ແຫ່ງ, ມີກໍາລັງຕິດຕັ້ງປະມານ 10.704 MW. ຄຽງຄູ່ກັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ, ສາມາດສະໜອງໄຟຟ້າຮັບໄດ້ 100% ຢູໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ...

Read More »

ໂຄງການຂຸດຄົ້ນແຮ່ທາດເຫຼັກ ຄາດວ່າປີ 2020 ຈະສາມາດຜະລິດໄດ້ 400.000 ໂຕນ…….

ໃນວັນທີ 22 ພະຈິກ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະ ແລະ ການນຳແຂວງໄຊສົມບູນ ລົງຕິດຕາມກວດກາໂຄງການຂຸດຄົ້ນແຮ່ທາດເຫລັກ ຢູ່ບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ເພື່ອຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ທັງເປັນການຊຸກຍູ້ຂະບວນການຜະລິດໃຫ້ມີປະສິດທິພາບ ແລະ ຮັບປະກັນດ້ານຄວາມປອດໄພ. ໂຄງການດັ່ງກ່າວ, ໄດ້ຮັບອະນຸຍາດໃນການຂຸດຄົ້ນ ແລະ ສໍາປະທານໂດຍ ບໍລິສັດ ໂກເອໂກ ຈຳກັດ (COECCO) ຈາກ ສສ.ຫວຽດນາມ ໃນເນື້ອທີ່ທັງໝົດ 640 ເຮັກຕາ, ມີອາຍຸການສຳປະທານ 24 ປີ, ໃນນັ້ນໄລຍະການກໍ່ສ້າງແມ່ນ 2 ປີ, ການຂຸດຄົ້ນ 20 ປີ ແລະ ການປິດບໍ່ 2 ປີ. ບໍລິສັດ ໄດ້ເລີ່ມລົງມືຂຸດຄົ້ນ ແລະ ຜະລິດແຮ່ທາດເຫລັກ ໃນເດືອນກຸມພາ 2018 ເປັນຕົ້ນມາ, ເຊິ່ງໃນປີ 2019 ສາ ...

Read More »

ຮອງເຈົ້າແຂວງ ທົບທວນຄືນ ການປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ……

ເພື່ອປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນ ຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ, ທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ. ໃນວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມ ຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ. ໂດຍສະເພາະບັນດາຕົວຊີ້ວັດ, ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫລາຍມິຕິຢູ່ ສປປ ລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະ 2021-2025 ໂດຍແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫລາຍມິຕິ ຢູ່ ສປປ ລາວ ທີ່ກ່ຽວຂ້ອງກັບ ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ. ທ່ານ ອາລຸນແກ້ວ ...

Read More »