ສ້າງຄວາມສາມາດໃນການປັບຕົວຜ່ານການບໍລິການທາງດ້ານການເງິນ…..

ໃນວັນທີ 25 ພະຈິກ 2020 ໄດ້ມີການຈັດກອງປະຊຸມການສົ່ງເສີມວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈຳປີ 2020 ພາຍໃຕ້ຫົວຂໍ້ ການສ້າງຄວາມສາມາດໃນການປັບຕົວຜ່ານການບໍລິການທາງດ້ານການເງິນທີ່ມີ ຄວາມຮັບຜິດຊອບ ແລະ ມີ ຄວາມຍືນຍົງ ຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດທະໄຊ ສີວິໄຊ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານ ແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກະຊວງ, ທະນາຄານທຸລະກິດ, ສະມາຊິກສະຖາບັນການເງິນຈຸລະພາກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຈິດ ດວງມີໄຊ ຮອງປະທານສະພາສະມາຄົມການເງິນຈຸລະພາກ ກ່າວວ່າ: ການຈັດກອງປະຊຸມການສົ່ງເສີມວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈຳປີ 2020 ແມ່ນເພື່ອສ້າງ ຄວາມເຂົ້າໃຈຕໍ່ພາບລວມຂອງການລະບາດໂຄວິດ – 19, ຜົນກະທົບຕໍ່ເສດຖະກິດ, ຂະແໜງການເງິນຈຸລະພາກ ແລະ ປະຊາຊົນຜູ້ທີ່ມີຄວາມດ້ອຍໂອກາດ, ປະຕິບັດມາດຕະການບັນເທົາທຸກ, ບັນເທົາຜົນກະທົບ, ຜູ້ໃຫ້ບໍລິການທາງດ້ານການເງິນ, ຜູ້ຄຸ້ມຄອງທາງດ້ານລະບຽບການ.

ການຮັບມືກັບເຫດການແບບບໍ່ຄາດຄິດທີ່ຈະເກີດຂຶ້ນໃນອະນາຄົດ, ເງື່ອນໄຂຂອງການບໍລິການທາງດ້ານການເງິນແບບຍືນຍົງ ແລະ ມີ ຄວາມຮັບຜິດຊອບ. ການປັບຕົວ ແລະ ຜົນສຳເລັດໃນການຈັດການເລື່ອງການເງິນຈາກປະສົບການຕົວຈິງຂອງລູກຄ້າສະຖາບັນການເງິນ.

ທ່ານ ພຸດທະໄຊ ສີວິໄຊ ກ່າວໃນພິທີເປີດວ່າ: ກອງປະຊຸມໃນຄັ້ງນີ້ພວກເຮົາຈະໄດ້ລົງເລິກພາຍໃຕ້ຫົວຂໍ້: ການສ້າງຄວາມສາມາດໃນການປັບຕົວຜ່ານການບໍລິການທາງດ້ານການເງິນ ທີ່ມີຄວາມຮັບຜິດຊອບ ແລະ ມີຄວາມຍືນຍົງ ເຊິ່ງວຽກງານການສົ່ງເສີມການເຂົ້າຫາການບໍລິການທາງດ້ານການເງິນ ແມ່ນເປັນຍຸດທະສາດທີ່ລັດຖະບານໄດ້ຮັບຮອງ ແລະ ເປັນຄາດໝາຍໃນການພັດທະນາທາງດ້ານເສດຖະກິດ – ສັງສົມ, ບັນຫາທີ່ກອງປະຊຸມໄດ້ຍົກຂຶ້ນມາສົນທະນາ ກໍຖືວ່າມີ ຄວາມສຳຄັນ ເປັນບັນຫາທີ່ພວກເຮົາພົບພໍຢູ່ ເຊິ່ງຈະໄດ້ລົງເລິກໃນ 2 ບັນຫາ ຄື:

1). ພວກເຮົາຈະໄດ້ຮັບຮູ້ເຖິງພາບລວມຂອງຜົນກະທົບຈາກພະຍາດໂຄວິດ – 19 ແລະ 2). ບັນດາມາດຕະການເພື່ອຮອງຮັບ ແລະ ແກ້ໄຂຜົນກະທົບຂອງພະຍາດໂຄວິດ – 19 ໃນຂະແໜງການເງິນ ເພື່ອເຮັດແນວໃດໃຫ້ບໍລິການທາງດ້ານການເງິນພວກເຮົາ ໃຫ້ມີຄວາມຮັບຜິດຊອບ ແລະ ມີຄວາມຍືນຍົງ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments