ນັກລົງທຶນຮຽກຮ້ອງໃຫ້ລັດຖະບານ ລົງກວດສອບຕາມແຜນການເຄື່ອນໄຫວ…..

ນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ລົງທຶນປູກໄມ້ອຸດສາຫະກຳ ໂດຍສະເພາະໄມ້ວິກ, ໄມ້ກະຖິນນະລົງ, ຕົ້ນຢາງພາລາ, ໄມ້ເກດສະໜາ, ໄມ້ສັກ ແລະໄມ້ຊະນິດອື່ນໆ ຕ່າງກໍ່ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບປ່າໄມ້ ຫຼືກົດໝາຍປ່າໄມ້ຢູ່ແຕ່ລະທ້ອງຖິ່ນໃຫ້ປະຊາຊົນເຂົ້າໃຈ ແລະ ປະຕິບັດເພາະເຂົາເຈົ້າພົບບັນຫາກ່ຽວກັບການສຳປະທານດິນລັດ: ເມື່ອໄດ້ຮັບສຳປະທານໄປແລ້ວປະຊາຊົນຂົງເຂດບໍ່ໃຫ່ການຮ່ວມມື.

Vientiane Mai Online - ບົວລະພາ ໄດ້ຮັບອະນຸມັດປູກໄມ້ວິກ 2.000 ເຮັກຕາ  ຢູ່ແຂວງວຽງຈັນVientiane Mai Online

ຮອງອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ໄດ້ກ່າວຕໍ່ນັກຂ່າວ ເມື່ອບໍ່ດົນມານີ້ ກ່ຽວກັບບັນຫາທີ່ເປັນອຸປະສັກໃນການລົງທຶນພັດທະນາ ຫຼື ຂະຫຍາຍເນື້ອທີ່ປູກໄມ້ອຸດສາຫະກຳ (ໄມ້ວິກ ແລະໄມ້ກະຖິນນະລົງ) ຢູ່ລາວວ່າ: ມີຫຼາຍຂົງເຂດທີ່ປະຊາຊົນບໍ່ໃຫ້ການຮ່ວມມືກັບບໍລິສັດ ທັງທີ່ບໍລິສັດໄດ້ຮັບສຳປະທານດິນ ຈາກລັດຖະບານແລ້ວ

ນອກນັ້ນ, ເນື້ອທີ່ດິນດັ່ງກ່າວຍັງເປັນຂອງລັດ ຊຶ່ງທາງລັດຖະບານ ມີກົດໝາຍປ່າໄມ້ທີ່ສອດຄ່ອງກັບຍຸກປັດຈຸບັນຢູ່ແລ້ວ ແຕ່ຢາກຮຽກຮ້ອງລັດຖະບານຊ່ວຍລົງໄປເຜີຍແຜ່ນິຕິກຳຕ່າງໆ ຫຼື ກົດໝາຍປ່າໄມ້ຢູ່ຕາມບ້ານ, ຢູ່ເຂດຫ່າງໄກຊອກຫຼີກ ໂດຍສະເພາະຢູ່ເຂດທີ່ບໍລິສັດລົງໄປພັດທະນາ ຫຼື ໄດ້ຮັບສຳປະທານດິນລັດ ເພື່ອປູກໄມ້ອຸດສາຫະກຳ ເພື່ອໃຫ້ປະຊາຊົນໃນເຂດນັ້ນເຂົ້າໃຈ ແລະພ້ອມກັນປະຕິບັດຕາມກົດໝາຍ.

ຕ້ອງການຂາຍ ໄມ້ເກດສະຫນາ - Home | Facebook

ທ່ານ ນາງ ສຸໄພວັນ ໄດ້ກ່າວຕື່ມວ່າ: ອີກບັນຫາໜຶ່ງຢາກໃຫ້ພາກລັດເອົາໃຈໃສ່ຕື່ມ ແມ່ນກ່ຽວກັບບັນຫາສິ່ງແວດລ້ອມ ໃນເມື່ອບໍລິສັດໄດ້ຈ່າຍເງິນກ່ຽວກັບການລົງກວດສອບບັນຫາສິ່ງແວດລ້ອມໝົດປີໄປແລ້ວ ຢາກໃຫ້ລົງກວດສອບແດ່ເຊັ່ນວ່າ: ຕາມແຜນການ 1 ປີ ພະນັກງານຂັ້ນສູນກາງລົງກວດສອບ 1 ເທື່ອ, ຂັ້ນແຂວງລົງ 3 ເທື່ອ ແລະຂັ້ນເມືອງລົງ 12 ເທ່ື່ອ ແຕ່ສຸດທ້າຍບໍ່ລົງເຄື່ອນໄຫວຫຍັງເລີຍທັງທີ່ຈ່າຍເງິນໃຫ້ໄປໝົດແລ້ວ.

Agarwood Plant at Rs 300/piece | अगर का पौधा, अगर प्लांट - Shreenath  Bioplant & Nursery, Ahmedabad | ID: 14228499191

ບໍລິສັດບົວລະພາ ແມ່ນບໍລິສັດຮ່ວມລົງທຶນລະຫວ່າງນັກທຸລະກິດລາວ ແລະ ຕ່າງປະເທດ, ເລີ່ມລົງທຶນໃນປີ 1989 ມາຮອດປັດຈຸບັນໄດ້ລົງທຶນປູກໄມ້ອຸດສາຫະກຳແລ້ວຫຼາຍກວ່າ 30 ລ້ານໂດລາ ແລະ ມີທຶນໝູນວຽນຫຼາຍກວ່າ 50 ລ້ານໂດລາ ໂດຍມີການລົງທຶນປູກໄມ້ວິກ ແລະ ໄມ້ກະຖິນນະລົງ ຢູ່ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ຊຶ່ງໄດ້ປູກໄປແລ້ວ ໃນເນື້ອທີ່ 5.000 ກວ່າເຮັກຕ້າ ໂດຍມີດິນ (ເຂດຊຸດໂຊມ) ທີ່ສຳປະທານຈາກລັດຖະບານ, ດິນບຸກຄົນ ແລະ ດິນບໍລິສັດ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments