ທົ່ວປະເທດ ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ ເພີ່ມຂຶ້ນ 443%…………………

ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)ໄດ້ໃຫ້ສໍາພາດຕໍ່ ເມື່ອບໍ່ດົນມານີ້ ທີ່ກະຊວງ ຍທຂ ວ່າ: ກ່ອນການປົດປ່ອຍ ການຄົມມະນາຄົມຂົນສົ່ງໃນລາວ ຍັງບໍ່ທັນເປັນລະບົບການເດີນທາງເພື່ອແລກປ່ຽນສິນຄ້າ ແລະ ການໄປ-ມາຫາສູ່ ຂອງປະຊາຊົນບັນດາເຜົ່າມີຄວາມຫຍຸ້ງຍາກ ຍ້ອນເສັ້ນທາງບົກມີຈຳນວນຈຳກັດ, ບໍ່ໄດ້ມາດຕະຖານ, ບໍ່ສາມາດຕອບສະໜອງຄວາມຕ້ອງການໃນການເດີນທາງ.

ພ້ອມກັນນັ້ນ, ເສັ້ນທາງສ່ວນຫຼາຍເປັນທາງປູດິນແດງ, ປູຫີນ ນຳໃຊ້ໄດ້ແຕ່ລະດູແລ້ງ. ສ່ວນທາງປູຢາງກໍມີພຽງແຕ່ສະເພາະເຂດເທດສະບານຂອງຕົວເມືອງໃຫຍ່ ແລະ ເຂດຍຸດທະສາດການທະຫານເທົ່ານັ້ນ. ສະນັ້ນ, ການເດີນທາງໄປ-ມາຫາສູ່ ຂອງປະຊາຊົນຈຶ່ງໄດ້ນຳໃຊ້ການເດີນເຮືອເປັນຕົ້ນຕໍ ເນື່ອງຈາກວ່າ ສປປ ລາວ ມີແມ່ນໍ້າລໍາເຊຫຼາຍສາຍຈຶ່ງສະດວກ ໃນການຄົມມະນາຄົມທາງນ້ຳ, ການນຳໃຊ້ແມ່ນ້ຳເປັນເສັ້ນທາງຄົມມະນາຄົມນັ້ນໄດ້ມີມາແຕ່ດຶກດຳບັນ ເປັນຕົ້ນແມ່ນແມ່ນ້ຳຂອງ ແລະ ແມ່ນໍ້າສາຂາອື່ນໆ.

ບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ແລະ ຢູ່ຕົວເມືອງອຶ່ນໆ ກໍໄດ້ຮັບການປັບປຸງ ໃຫ້ມີໃບໜ້າອັນໃໝ່, ເປັນຕົ້ນແມ່ນ ເສັ້ນທາງເບີ 1, ເບີ 2 ແລະ ທາງຊອຍອຶ່ນໆ ໃນນະຄອນຫຼວງວຽງຈັນ ໄດ້ຮັບການຟື້ນຟູໃໝ່ ທັງປະດັບດ້ວຍສວນສາທາລະນະອັນສວຍງາມ. ມາຮອດປະຈຸບັນ, ຕາໜ່າງເສັ້ນທາງມີລວງຍາວທັງຫມົດ 58.255 ກມ, ມີເສັ້ນທາງໄປເຖິງທຸກແຂວງ ແລະ ທຸກເມືອງ. ໃນນັ້ນ, ມີທາງປູຢາງໄປເຖິງ 148 ເມືອງ. ຖ້າທຽບໃສ່ປີ 1975 ເສັ້ນທາງມີທັງໝົດ ແມ່ນເທົ່າກັບ 7.400 ກມ, ເພີ່ມຂຶ້ນ 50.855 ກມ ເທົ່າກັບ 687%; ໄດ້ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ. ໃນນີ້, ເປັນຂົວເບຕົງ 1.113 ແຫ່ງ, ສ່ວນເຫຼືອ ເປັນຂົວເຫຼັກ, ຂົວໄມ້ ແລະ ອື່ນໆ.

ທຽບໃສ່ປີ 1986 ມີຂົວພຽງ 519 ແຫ່ງ, ພວກເຮົາເຫັນໄດ້ວ່າ ມີຂົວເພີ່ມຂຶ້ນ 2.300 ແຫ່ງ ຄື: ເພີ່ມຂຶ້ນ 443%, ຂົວທີ່ສຳຄັນແມ່ນ ຂົວສີທອງ, ຂົວຢູຣິກາກາຣິນ (ຂົວປາກກະດີງ), ຂົວນ້ຳເທີນ, ຂົວເຊໂດນຢູ່ປາກເຊ, ຂົວທ່າງອ່ນ, ຂົວມິດຕະພາບ 1 (ວຽງຈັນ-ໜອງຄາຍ), ຂົວຂ້າມນ້ຳຂອງປາກເຊ, ຂົວມິດຕະພາບນ້ຳເຫືອງລາວ-ໄທ ແລະ ຂົວມິດຕະພາບ 2 (ສະຫວັນນະເຂດ-ມຸກດາຫານ), ຂົວມິດຕະພາບ 3 (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ 4 (ຫ້ວຍຊາຍ-ຊຽງຂອງ). ນອກຈາກນີ້, ກໍຍັງມີຂົວທີ່ສຳຄັນຫຼາຍແຫ່ງຕາມເສັ້ນທາງເລກທີ 13, ຕາມເສັ້ນທາງເລກ 2, ເລກ 4, ເລກ 7, ເລກ 8, ເລກ 9, ທາງເລກ 12, ເລກ 15, 18 ເບ ແລະ ເສັ້ນທາງອື່ນໆ ອີກ. ທັງໝົດນີ້ໄດ້ ເຮັດໃຫ້ການໄປມາຫາສູ່ລະຫວ່າງ ເມືອງ ຫາ ບ້ານ, ເມືອງ ຫາ ເມືອງ, ເມືອງ ຫາ ແຂວງ ແລະ ຄ້າຂາຍຕາມຊາຍແດນ ໄດ້ຮັບຄວາມສະດວກສະບາຍຫລາຍຂຶ້ນ, ເຮັດໃຫ້ການເຊື່ອມຕໍ່ລະຫວ່າງແຂວງກັບແຂວງ ກໍ່ຄືການເຊື່ອມຕໍ່ກັບພາກພື້ນໄດ້ກາຍເປັນທ່າແຮງໃຫຍ່ ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ນັບມື້ນັບຂະຫຍາຍຕົວຂື້ນ.

ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດດ້ວຍການພັດທະນາພື້ນຖານໂຄງລ່າງເສັ້ນທາງເຊື່ອມຕໍ່ພາຍໃນປະເທດ ແລະ ເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງ ຕາມທິດພັດທະນາລະບົບເສັ້ນທາງແບບ 3911 ຊຶ່ງລວມມີ: ເສັ້ນທາງສາຍຕັ້ງ 3 ເສັ້ນ, ທາງສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ 11 ເສັ້ນ. ສູ້ຊົນປັບປຸງ-ຍົກລະດັບບັນດາເສັ້ນທາງຫຼວງແຫ່ງຊາດ ທີ່ເປັນທາງຜ່ານ ແລະ ເຊື່ອມຕໍ່ກັບອະນຸພາກພື້ນ ສູ້ຊົນໃຫ້ໄດ້ກໍ່ສ້າງຂົວຂ້າມນ້ຳຂອງທີ່ປາກຊັນ ແຫ່ງທີ 5 (ແຂວງບໍລິຄຳໄຊ-ບຶງການ), ຂົວຂ້າມນໍ້າຂອງຢູ່ປາກຕະພານ (ແຂວງສາລະວັນ-ອຸບົນ), ຂົວຂ້າມນ້ຳຂອງ (ຊະນະຄາມ-ຈັງຫວັດເລີຍ), ຂົວຂ້າມນ້ຳຂອງຫຼວງພະບາງ-ຈອມເພັດ, ຂົວຂ້າມນ້ຳຂອງເຊື່ອມຕໍ່ດອນ-ດອນ(ສີ່ພັນດອນ) ຈຳນວນ 4 ແຫ່ງ ແລະ ຂົວນ້ອຍ 44 ແຫ່ງ ຢູ່ແຂວງຈຳປາສັກ ແລະ ຂົວຕາມທາງຫຼວງແຫ່ງຊາດຈຳນວນໜຶ່ງ.

ສືບຕໍ່ກໍ່ສ້າງ ແລະ ປົກປັກຮັກສາເສັ້ນທາງຫຼວງແຫ່ງຊາດ ໃຫ້ສາມາດຮັບປະກັນການສັນຈອນໄປມາໄດ້ສະດວກຕະຫຼອດປີຢ່າງໜ້ອຍ 60% ຂອງເສັ້ນທາງທັງໝົດ; ສືບຕໍ່ປບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທາງ 13 ເໜືອ. ສືບຕໍ່ກໍ່ສ້າງທາງດ່ວນແຕ່ວັງວຽງ-ຫຼວງພະບາງ; ຫຼວງພະບາງ-ອຸດົມໄຊ ແລະ ອຸດົມໄຊ-ບໍ່ເຕັ່ນ ແຂວງຫຼວງນໍ້າທາ ແລະ ທາງດ່ວນແຕ່ນະຄອນຫຼວງວຽງຈັນ-ປາກເຊ. ສືບຕໍ່ບັນດາໂຄງການຟື້ນຟູພື້ນຖານໂຄງລ່າງພັດທະນາຊົນນະບົດໄລຍະ 2 (KFW) ແລະ ໂຄງການສ້ອມແປງ ແລະ ຄຸ້ມຄອງຂະແໜງຂົວ-ທາງ.

ສືບຕໍ່ສ້າງບັນດາເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍໃນປະເທດທີ່ມີລັກສະນະສຳຄັນ ສືບຕໍ່ນຳໃຊ້ຈຸດພິເສດດ້ານທີ່ຕັ້ງຂອງປະເທດເຮົາໃຫ້ເກີດປະໂຫຍດສູງສຸດ ໂດຍເລັ່ງໃສ່ “ ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິພາບສູງ, ທັນສະ ໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ ”.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments