ບໍ່ແກ້ວ ເສດຖະກິດ​ຂະຫຍາຍຕົວ​ 7,4%, ​ສະເລ່ຍລາຍ​ຮັບ​ຕໍ່​ຫົວ​ຄົນ……….

ສະຫາຍ ບຸນ​ຄົງ​ ນາມ​ມະ​ວົງ ກຳມະການ​ສຳຮອງ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ​-​ເຈົ້າແຂວງ​ບໍ່​ແກ້ວ ໄດ້​ກ່າວ​ວ່າ: ແຂວງ​ບໍ່​ແກ້ວ​ຕັ້ງ​ຢູ່​ທິດ ຕາເວັນຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ລາວ, ມີ​ເນື້ອ ທີ່ 6.196 ກິໂລ​ຕາ​ແມັດ, ທິດ​ຕາເວັນ​ຕົກ​ຕິດ​ກັບ​ລາຊະ​ອານາຈັກ​ໄທ ຍາວ 145 ກິໂລແມັດ (ທາງບົກ 48 ກິໂລແມັດ ແລະ ທາງນ້ຳ​ຂອງ​ຍາວ 97 ກິໂລແມັດ); ທິດເໜືອ ຕິດ​ກັບ​ປະເທດ ສ.ມຽນ​ມາ ຍາວ 98 ກິ ໂລ​ແມັດ (ທາງ​ແມ່ນ້ຳ​ຂອງ), ທິດຕາເວັນອອກ​ຕິດ​ກັບ​ແຂວງ​ຫຼວງ​ນ້ຳ​ທາ​ຍາວ 100 ກິໂລແມັດ ແລະ ແຂວງ ອຸດົມ​ໄຊ ​ຍາວ 110 ກິໂລແມັດ ແລະ ທາງ​ທິດໃຕ້​ຕິດ​ກັບ​ແຂວງ​ໄຊ​ຍະ​ບູ​ລີ ຍາວ 35 ກິໂລ​ແມັດ.

ສຸມໃສ່ຂຸດຄົ້ນທ່າແຮງທີ່ມີ ພັດທະນາເສດຖະກິດ-ສັງຄົມຂອງແຂວງ | ມີເດຍລາວ Media LAOS

ຮອດ​ປັດຈຸ​ບັນອົງຄະ​ນະ​ພັກ​ແຂວງ​ບໍ່​ແກ້ວ ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ​ໄດ້ 6 ຄັ້ງ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ອົງຄະ​ນະ​ພັກ​ແຂວງ ແຕ່​ລະສະ​ໄໝ ມີຄວາມ​ຮັບຜິດຊອບ ແລະ ຕັດ ສິນ​ໃຈ​ສູງ ໃນ​ການ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ, ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ຈິດໃຈ​ເອກະລາດ, ເປັນ​ເຈົ້າ​ຕົ້ນ​ເອງ​ເທື່ອ​ລະ​ກ້າວ, ອັນ​ໄດ້​ເຮັດ​ໃຫ້​ແຂວງ​ບໍ່​ແກ້ວ​ຂອງ​ພວກ​ເຮົາ ສາມາດ​ຍາດ​ໄດ້​ໄຊຊະນະ, ຜົນ​ສໍາ​ເລັດ​ໃນ​ຫຼາຍ​ດ້ານ ທີ່​ເປັນ​ໜ້າ​ພາກພູມ​ໃຈ, ເປັນຕົ້ນ: ເຮັດ​ໃຫ້​ແຂວງ​ບໍ່​ແກ້ວ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເສດຖະກິດ​ສືບຕໍ່​ມີ​ການ​ຂະ​ຫາຍ​ຕົວຢ່າງ​ຕໍ່​ເນື່ອງ

ຊຶ່ງ​ສະແດງ​ອອກ​ໃນ​ໄລຍະ 5 ປີຜ່ານມາ ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ​ບໍ່​ແກ້ວ ມີ​ທ່າແຮງ​ທີ່​ເປັນ​ພື້ນຖານ​ທີ່​ດີ ໂດຍ​ຫັນ​ເອົາ​ເປັນ 7 ແຜນ​ງານ, 52 ໂຄງການ, 21 ໂຄງການ​ບຸລິ​ມະ​ສິດສອດ ຄ່ອງ​ກັບ​ແຜນ​ພັດທະນາ​ຂອງ​ລັດຖະບານ ແລະ ຮັບຮອງ​ຈາກ​ສະພາ, ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ, ຊຶ່ງ​ໄດ້​ຖື​ເອົາ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ເປັນໃຈ​ກາງ ໃນ​ນີ້, ຖື​ເອົາ​ການ​ພັດທະນາ ແລະ ສົ່ງເສີມ​ການທ່ອງທ່ຽວ​ເປັນໃຈ​ກາງ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ.

ພວກ​ເຮົາ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ກ່ຽວ​ກັບ​ການ​ສົ່ງເສີມ​ການ​ລົງທຶນ, ການທ່ອງທ່ຽວ ແລະ ຕັ້ງໜ້າ​ປຸກລະດົມ​ທຸກ​ພາກສ່ວນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ພັດທະນາ ກໍ​ຄື​ການ​ຊຸກຍູ້, ສົ່ງເສີມ​ການ​ຜະລິດ​ສິນຄ້າ ແລະ ການ​ບໍລິການ​ຢ່າງ​ເປັນ​ຂະບວນ​ຟົດຟື້ນ, ແຂງແຮງ ມີ​ຜົນສຳເລັດ​ຕົວ​ຈິງ​ເປັນ​ກ້າວໆ, ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ ແລະ ຖືກ​ທິດ; ໃນ​ປີ 2019 ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ GDP ບັນລຸ 3.181,82 ຕື້​ກີບ, ເສດຖະກິດ​ຂະຫຍາຍຕົວ​ໃນ​ລະດັບ 7,4%, ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ​ໄດ້ 1.900,18 ໂດ​ລາ, ສະເລ່ຍ​ເຂົ້າ​ກິນ 460 kg/ຄົນ/ປີ.

ປັດຈຸ​ບັນ​ທົ່ວ​ແຂວງ ມີ​ບ້ານ​ພັດທະນາ​ຮອບດ້ານ 73 ບ້ານ, ສ້າງ​ບ້ານ​ໃຫຍ່ ເປັນຕົ້ນ​ເມືອງ​ນ້ອຍ​ໃນ​ຊົນນະບົດ ໄດ້ 1 ບ້ານ, ສ້າງ​ບ້ານ​ວັດ​ທະ​ນະ​ທໍາ​ໄດ້ 185 ບ້ານ ເທົ່າ​ກັບ 74,59% ແລະ ກຸ່ມ​ບ້ານ​ວັດ​ທະ​ນະ​ທໍາ 10 ກຸ່ມ​ເທົ່າ​ກັບ 23,80% , ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ແຂວງ 1.608.622 ເທື່ອ​ຄົນ ທຽບໃສ່ 5 ປີຜ່ານມາ ເພີ່ມ​ຂຶ້ນ 86,14%, ລື່ນ​ແຜນການ 31%. ສ້າງ​ລາຍ​ຮັບ​ສໍາ​ພັດ​ຈາກ​ການ ທ່ອງ​ທ່ຽວ​ໄດ້ 86,66 ລ້ານ​ໂດ​ລາ​, ສ້າງ​ບ້ານ​ແບບຢ່າງ​ສາທາລະນະ​ສຸກ​ໄດ້ 224 ບ້ານ ກວມ 90,32%, ອັດຕາ​ຊົມ​ໃຊ້​ນໍ້າ​ສະອາດ​ບັນລຸ 94,52%, ອັດຕາ​ຊົມໃຊ້​ວິດຖ່າຍ​ຄົວ​ເຮືອນ 88,73%, ສ້າງ​ບ້ານ​ແບບຢ່າງ​ປະຕິບັດ​ກົດໝາຍ​ໄດ້ 211 ບ້ານ,

ມີ​ເສັ້ນທາງ​ຈາກ​ຕົວ​ເມືອງ ໄປ​ຫາ​ຊົນນະບົດສາມາດ​ທ່ຽວ​ໄດ້ 2 ລະດູ, ມີ​ບ້ານ​ຊົມ​ໃຊ້​ໄຟຟ້າ​ແລ້ວ 240 ບ້ານ ກວມ 97,77% ປະຊາຊົນ​ໄດ້​ຊົມໃຊ້​ສັນຍາ​ໂທລະສັບ ລະບົບ​ອິນ​ເຕີ​ເນັດ (2G, 3G ແລະ 4,5G) ຄວບ​ຄຸມ​ໄດ້ 5 ເມືອງ​ເຂົ້າ​ເຖິງ 245 ບ້ານ ກວມ​ເອົາ 98,79%, ລຶບ​ລ້າງ​ເມືອງ​ທຸກ​ຍາກ ໄດ້ 2 ບ້ານ, ລຶບ​ລ້າງ​ບ້ານ​ທຸກ​ຍາກ​ຍັງ​ເຫຼືອ 31,45% ຂອງ​ຈໍາ​ນວນ​ບ້ານ​ທັງ​ໝົດ​ທົ່ວ​ແຂວງ, ໃນ​ໄລຍະ 5 ປີຜ່ານມາ ສາມາດ​ສ້າງ​ສີມື​ແຮງ​ງານ​ໄດ້ 4.832 ຄົນ, ຍິງ 2.337 ຄົນ ສະໜອງ​ແຕ່​ລະ​ຂົງເຂດ​ວຽກ​ງານ​ທີ່​ມີ​ຄວາມ​ຕ້ອງ​ການ.

Comments