ນຳໃຊ້ເອເລັກໂຕຣນິກ ຫັນເຂົ້າໃນການດໍາເນີນທຸລະກິດ SMEs……

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມພັດທະນາຜູ້ປະກອບການຜ່ານການສົ່ງເສີມການຄ້າທາງເອເລັກໂຕຣນິກ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດ SMEs ໃນ ສປປ ລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການຄ້າຜ່ານທາງເອເລັກໂຕຣນິກ ຫັນເຂົ້າໃນການດໍາເນີນທຸລະກິດໃນປັດຈຸບັນ.

ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນວັນທີ 26 ພະຈິກ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ມີບັນດາເຈົ້າໜ້າທີ່ກ່ຽວຂອງພາກທຸລະກິດ ເຊິ່ງເປັນກອງປະຊຸມທາງໄກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ສະຖາບັນແມ່ນໍ້າຂອງ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ນັກທຸລະກິດຍິງ ສາມາດຮູ້ວິທີເຂົ້າເຖິງຕະຫຼາດອອນລາຍ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບທຸລະກິດອອນລາຍ ຜ່ານການນໍາໃຊ້ platform E-commerce ແລະ ເວັບໄຊ WWW.plaosme.com ເຊິ່ງປັດຈຸບັນເວັບໄຊ ມີສະມາຊິກເຂົ້າຮ່ວມ 612 ຫົວໜ່ວຍທຸລະກິດ, ໃນນີ້ລວມມີ 1.674 ຜະລິດຕະພັນ.

ເຮັດແນວໃດໃຫ້ລວຍດ້ວຍທຸລະກິດ SME ? SME ແມ່ນຫຍັງ ? | by SouaylaAiet  Phitsaphone | Medium

ພ້ອມນັ້ນ, ຍັງສົ່ງເສີມໃຫ້ນັກທຸລະກິດຍິງມີຄວາມເຂົ້າໃຈຫຼາຍຂຶ້ນຕໍ່ກັບຕະຫຼາດ   ສ.ເກົາຫຼີ ແລະ ແລກປ່ຽນບົດຮຽນໃນການຊື້ – ຂາຍສິນຄ້າຜ່ານລະບົບອອນລາຍ Online, ພ້ອມນັ້ນເປັນເວທີແລກປ່ຽນ ແລະ ໃຫ້ຄວາມຮູ້ໃນການດໍາເນີນທຸລະກິດດ້ານ E-commerce ໃຫ້ແກ່ທຸລະກິດຍິງທີ່ເປັນຜູ້ປະກອບການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( SMEs ) ແລະ ເພື່ອແລກປ່ຽນປະສົບການລະຫວ່າງນັກທຸລະກິດ ສ.ເກົາຫຼີ ແລະ ຫົວໜ່ວຍທຸລະກິດ SMEs ຂອງ ສປປ ລາວ.

ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ເປົ້າໝາຍຂອງພວກເຮົາຄືຫັນມານໍາໃຊ້ນະວັດຕະກໍາເຕັກໂນໂລຊີໃໝ່ ເພື່ອນໍາປະເທດໄປສູ່ທັນສະໄໝ ຫຼຸດຜ່ອນຕົ້ນທຶນໃນການຜະລິດ ແລະ ເວລາໃນການຂົນສົ່ງເພີ່ມຍອດຂາຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ສ້າງໃຫ້ທຸລະກິດ SMEs ໂດຍສະເພາະທຸລະກິດຍິງໃຫ້ມີຄວາມເຂັ້ມແຂງ ເພື່ອເປັນຖານເກັບລາຍຮັບໃຫ້ແກ່ລັດຖະບານຢ່າງຍືນຍົງ. ສະນັ້ນ, ພາກລັດຈຶ່ງໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດພາຍໃນ ແລະ ຕ່າງປະເທດ ສາມາດນໍາໃຊ້ອິນເຕີເນັດໃນການພັດທະນາທຸລະກິດການຄ້າອອນລາຍ ເຊິ່ງປັດຈຸບັນກໍາລັງເປັນທີ່ຍອມຮັບ ແລະ ນໍາໃຊ້ໃນທົ່ວໂລກເປັນຮູບແບບການຄ້າທີ່ບໍ່ມີພົມແດນ, ສາມາດດຶງດູດຜູ້ຊື້ – ຂາຍທັງພາຍໃນ ແລະ ຕ່າງປະເທດ.

ເຮັດແນວໃດໃຫ້ລວຍດ້ວຍທຸລະກິດ SME ? SME ແມ່ນຫຍັງ ? | by SouaylaAiet  Phitsaphone | Medium

ຊຸດຝຶກອົບຮົມດັ່ງກ່າວຈະຈັດໄປເຖິງວັນທີ 27 ພະຈິກ 2020 ເຊິ່ງມີຫົວຂໍ້ທີ່ນໍາສະເໜີມີທ່າອ່ຽງການຄ້າຮູບແບບໃໝ່ ຂອງຜູ້ປະກອບການຜ່ານການຄ້າເອເລັກໂຕຣນິກ ແລະ ຫົວຂໍ້ອື່ນໆທີ່ມີຄວາມສໍາຄັນໃນການດໍາເນີນການຄ້າທາງເອເລັກໂຕຣນິກ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments