ຄຳມ່ວນ ຮັບປະກັນການຜະລິດກະສິກຳ ປະກອບສ່ວນດ້ານເສດຖະກິດກວມເອົາ 20,35% ຂອງ GDP…….

ສະຫາຍ ບຸນຈັນ ໄຊປັນຍາ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງວຽກງານຂອງພະແນກກະສິກຳ ແລະ ປ່າໄມ້ວ່າ: ການຜະລິດກະສິກຳ ແລະ ປ່າໄມ້ ແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂຄວາມທຸກຍາກ ໄດ້ນັບມື້ນັບດີຂຶ້ນ ເຊີ່ງໄດ້ປະກອບສ່ວນໃນໂຄງປະກອບເສດຖະກິດຂອງແຂວງ ກວມເອົາ 20,35% ຂອງ GDP.

ອັນພົ້ນເດັ່ນກວ່າໝູ່ແມ່ນ ຄົ້ນຄວ້າແນວພັນເຂົ້າໄດ້ 4 ແນວພັນ ຄືເຊບັງໄຟ 1,2,3 ແລະ 4, ການປູກເຂົ້າ, ປູກພືດເປັນສະບຽງອາຫານ, ການປູກພືດອຸດສາຫະກຳເປັນສິນຄ້າ ແລະ ການລ້ຽງສັດ ໂດຍຖືເອົາຄອບຄົວຊາວກະສິກອນເປັນຫົວໜ່ວຍການຜະລິດ ຕິດພັນກັບການຕັ້ງເປັນກຸ່ມການຜະລິດ, ສົ່ງເສີມຮູບແບບການຜະລິດ ດ້ວຍການນຳໃຊ້ເຕັກນິກໃໝ່, ນຳໃຊ້ກົນຈັກ ແລະ ແນວພັນທີ່ເໝາະສົມ.

ຄຽງຄູ່ກັນນັ້ນ ໄດ້ສຸມການລົງທຶນຂອງລັດ ເຂົ້າໃນການປັບປຸງພື້ນຖານໂຄງລ່າງດ້ານການຜະລິດ ໂດຍສະເພາະແມ່ນລະບົບຊົນລະປະທານທົ່ວແຂວງມີ 229 ແຫ່ງ, ນຳໃຊ້ໄດ້ໃນປີ 2020 ມີ 169 ແຫ່ງ, ມີຄອງເໝືອງ 574,66 ກິໂລແມັດ,ທຽບໃສ່ 2016 ເພີ້ມຂຶ້ນ 19,84%. ໃນນັ້ນຄອງດິນແດງ 260,08 ກິໂລແມັດ, ດິນຈີ່ 188,95 ກິໂລແມັດ ແລະ ຄອງເບຕົງ 125,63 ກິໂລແມັດ. ສາມາດຕອບສະໜອງນໍ້າໄດ້ໃນລະດູຝົນ 19.500 ເຮັກຕາ, ລະດູແລ້ງ 12.000 ເຮັກຕາ, ເຊີ່ງເຮັດໃຫ້ໃນໄລຍະຜ່ານມາ ພວກເຮົາສາມາດຜະລິດເຂົ້າສະເລ່ຍລວມໃນແຕ່ລະປີໄດ້ປະມານ 282.170ໂຕນ.

ໃນນັ້ນ, ອັດຕາສ່ວນຜົນຜະລິດເຂົ້າ: ນາປີ ກວມເອົາ 84,43%, ນາແຊງ ກວມເອົາ15,32% ແລະ ເຂົ້າເນີນສູງກວມເອົາ 0,25%. ສະເພາະໃນປີ 2020 ຄາດວ່າຈະສາມາດຜະລິດເຂົ້າໄດ້ປະມານ 341.367 ໂຕນ ໃນນັ້ນຜົນຜະລິດເຂົ້ານາປີ 274.800 ໂຕນ ກວມເອົາ 80,50%, ເຂົ້ານາແຊງ 65.859 ໂຕນ ກວມເອົາ 19,29% ແລະ ເຂົ້າເນີນສູງ 708 ໂຕນ ກວມເອົາ 0,21%. ຖ້າຄິດໄລ່ຜົນຜະລິດເຂົ້າເປືອກ ຕໍ່ຄົນແມ່ນໄດ້ປະມານ 787 ກິໂລ/ຄົນ ຖ້າຄິດໄລ່ທຽບໃສ່ອັດຕາການບໍລິໂພກເຂົ້າ 280 ກິໂລ/ຄົນ/ປີ (ເຂົ້າເປືອກ) ແມ່ນສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ຢ່າງພຽງພໍ ແລະ ຂາຍເປັນສິນຄ້າ. ການປູກພືດ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ: ໄດ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກ 94.333 ໂຕນໃນປີ 2016 ມາເປັນ 153.193 ໂຕນ ໃນປີ 2020 ເພີ້ມຂຶ້ນ 82,82 % ທຽບໃສ່ຄາດໝາຍທີ່ວາງໄວ້ແມ່ນເກີນຄາດໝາຍ 21,18%,

ໃນນີ້ ພົ້ນເດັ່ນແມ່ນ: ສາລີຫວານຈາກ 11.777 ໂຕນ ໃນປີ 2016 ເພີ້ມຂຶ້ນເປັນ 12.595 ໂຕນ ໃນປີ 2020 ເພີ້ມຂຶ້ນ 6,95 %, ມັນຕົ້ນຈາກ 6.916 ໂຕນ ໃນປີ 2016 ເພີ້ມຂຶ້ນເປັນ 28.190 ໂຕນ ໃນປີ 2020 ເພີ້ມຂຶ້ນ 307,61%, ອ້ອຍຈາກ 18.452ໂຕນໃນປີ 2016 ເພີ້ມຂຶ້ນເປັນ 25.720 ໂຕນ ໃນປີ 2020 ເພີ້ມຂຶ້ນ 39,39% ,ຢາສູບຈາກ 1.343 ໂຕນ ໃນປີ 2016 ເພີ້ມຂຶ້ນເປັນ 5.022 ໂຕນ ໃນປີ2020 ເພີ້ມຂຶ້ນ 273,94% ແລະ ພືດຜັກຕ່າງໆ 871 ໂຕນໃນປີ 2016 ເພີ້ມຂຶ້ນເປັນ 8.395 ໂຕນໃນປີ 2020 ເພີ້ມຂຶ້ນ 863,83%.ການລ້ຽງສັດ ແລະ ການປະມົງ: ກໍໄດ້ຮັບການປັບປຸງດີຂຶ້ນເປັນລໍາດັບໂດຍສະເພາະແມ່ນ ການຫັນປ່ຽນຮູບແບບ ແລະ ວິທີການລ້ຽງ, ຈາກການລ້ຽງແບບທຳມະຊາດ ໄປສູ່ການລ້ຽງແບບວິທະຍາສາດ ແລະ ຫັນເປັນອຸດສາຫະກຳ, ໂດຍລວມແລ້ວແມ່ນມີການຂະຫຍາຍຕົວດີ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນ, ການສະໜອງ ຊີ້ນ, ປາ ແລະໄຂໄດ້ 26.785 ໂຕນ, ທຽບໃສ່ 2016 ເພີ້ມຂຶ້ນ 30,81%. ເຮັດໃຫ້ອັດຕາການບໍລິໂພກ ຊີ້ນ, ປາ ແລະ ໄຂ ສະເລ່ຍຕໍ່ຄົນເພີ່ມຂຶ້ນຈາກ51,50 ກິໂລ/ຄົນ/ປີ ໃນປີ2016 ມາເປັນ 61,18 ກິໂລ/ຄົນ/ປີໃນປີ 2020.

ໃນນີ້, ຄວາຍ 79.124 ໂຕ ເພີ່ມຂຶ້ນ 6,74%, ງົວ 146.002 ໂຕ ເພີ່ມຂຶ້ນ 23,68%, ໝູ 73.195ໂຕ ເພີ່ມຂຶ້ນ 13,99%, ສັດປີກ 1.491.784 ໂຕ ເພີ່ມຂຶ້ນ 64,22%, ຊັບພະຍາກອນປ່າໄມ້ ແມ່ນທ່າແຮງອັນລໍາຄ່າ ໄດ້ເອົາໃຈໃສ່ປົກປັກຮັກສາ ພັດທະນາຕາມເຂດອຸທິຍານແຫ່ງຊາດ, ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ, ປ່າປູກ, ເຂດອານຸລັກສັດປ່າ, ເຂດສະຫງວນແກ່ນພັນ, ຊື່ງໃນປີ 2020 ມີເນື້ອທີ່ປ່າໄມ້ປົກຫຸ້ມ 1.101.479 ເຮັກຕາ ເພີ້ມຂື້ນ ຈາກ 64,87% ໃນປີ 2016 ມາເປັນ 67,51% ໃນປີ 2020.

Comments